ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-14 17:46:57    
ຈີນ​ຈະ​ຮ່ວມ​ມື​ກັບ​ສິລະ​ປິນ​ໂລກ​ເພື່ອ​ຈັດ​ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ອັນ​ຍອດ​ຢ້ຽມ

cri Author: lm

ຕາມ​ຂ່າວ CRI: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 14 ກຸມ​ພາ​ນີ້, ທ່ານ​ລິວ​ຈ້ຽນ​ຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ປະຊາຊົນ​ຈີນ​ຈະ​ອອກ​ແຮງ​ຮ່ວມ​ມື​ກັບ​ສິລະ​ປິນ ​ຜູ້​ມີ​ປັນຍາ​ແລະ​ມີ​ຄວາມ​ສາມາດ​ໃນ​ໂລກ, ​ເພື່ອ​ຈັດ​ພິທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກອັນຍອດ​ຢ້ຽມ​ໃຫ້​ປະຊາ​ຊົມ​ໂລກ​ຊົມ​ເບິ່ງ.

ຫວ່າງ​ມໍ່ໆ​ນີ້, ມີ​ສິລະ​ປິນຕ່າງປະ​ເທດ​ບາງ​ຄົນ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ລິວ​ຈ້ຽນ​ຊ່າວ​ກ່າວ​ວ່າ, ຝ່າຍ​ຈີນ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ເລື່ອງ​ນີ້. ທ່ານ​ກ່າວ​ວ່າ, ວຽກ​ງານ​ກະ​ກຽມ​ດ້ານ​ຕ່າງໆ​ຂອງ​ງານ​ກິລາ​ໂອ​  ລິ​ມປິກປັກ​ກິ່ງ ​ເຊິ່ງລວມທັງ​ການ​ກະກຽມ​​ພິ​ທີ​ເປີດ​ງານ​ພວມດຳ​ເນີນ​ໄປ​ຢ່າງ​ສະດວກ, ມວນ​ມະນຸດ​ຄົງ​ຈະ​ມີ​ປັນຍາ​ອັນ​ພຽງພໍ​ເພື່ອ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິມ​ປິກ.

ນອກ​ນີ້, ທ່ານ​ລິວ​ຈ້ຽນຊ່າວ​ຍັງ​ກ່າວ​ວ່າ, ປັກ​ກິ່ງ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ວົງ​ການ​ພາຍ​ນອກ​ສົນ​ໃຈ​ນຳ​ບັນຫາ​ການ​ຄົມມະນາຄົມ ຄຸນ​ນະພາ​ບຂອງ​ອາກາດ​ແລະ​ອື່ນໆ, ​ເມື່ອ​ເບິ່ງ​ຈາກ​ສະພາບ​ໄລຍະ​ມໍ່ໆ​ມາ​ນີ້​ຂອງ​ນະຄອນຫຼວງ​ປັກ​ກິ່ງແລ້ວ​ເຫັນ​ວ່າ, ບັນຫາ​ທີ່​ກ່ຽວ​ຂ້ອງ​ໄດ້​ຜ່ອນ​ຄາຍ​ລົງ​ແລ້ວ. ຝ່າຍ​ຈີນ​ຈະ​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​ຂອງ​ຕົນ, ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໃຫ້​ເປັນ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ວິທະຍາສາດ​ເຕັກ​ນິກ ສີ​ຂຽວ​ແລະ​ຍອດ​ຢ້ຽມ.