ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-15 19:39:30    
ຊາວ​ກະ​ສິ​ກອນ​ຈີນ​730​ລ້ານ​ຄົນ​ເຂົ້າ​ຮ່ວມ​ລະ​ບຽບ​ການ​ຮ່ວມ​ມື​ປິ່ນ​ປົວ​ພະ​ຍາດ​ແບບ​ໃໝ່​​ຊົນ​ນະ​ບົດ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:​ນັບແຕ່​ຈີນທົດລອງ​ປະຕິບັດລະບຽບການຮ່ວມມືປິ່ນ​ປົວ​ພະ​ຍາດ​ແບບໃໝ່ຊົນນະບົດເມື່ອປີ2003ເປັນຕົ້ນມາ,ລະບຽບການນີ້ໄດ້ຂະ​ຫຍາຍ​ກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ.​ປະ​ຈຸ​ບັນ​ນີ້,ໄດ້ປົກຫຸ້ມເມືອງ86%ຂອງທົ່ວປະເທດ,ຊາວກະສິກອນທີ່​ເຂົ້າ​ຮ່ວມ​ລະ​ບຽບ​ການ​ນີ້​ມີ​​ເຖິງ​730​ລ້ານ​ຄົນ.

ກອງປະຊຸມວຽກງານການຮ່ວມມືປິ່ນປົວພະຍາດແບບໃໝ່ຊົນນະບົດທົ່ວປະ​ເທດ​ປີ​2008 ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ​14​ຫາ​ວັນ​ທີ15ກຸມພານີ້.ໃນ​ກອງ​ປະ​ຊຸມ,ທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຊີ້​ອອກ​ວ່າ,​ພຶດ​ຕິ​ກຳ​ຢັ້ງ​ຢືນ​ວ່າ,ລະ​ບຽບ​ການ​ຮ່ວມ​ມື​ປິ່ນ​ປົວ​ພະ​ຍາດ​ແບບ​ໃໝ່​ຊົນ​ນະ​ບົດ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ດ້ານ​ຫຼຸດ​ຜ່ອນ​ຄວາມ​ຫາບ​ແບກ​ຂອງ​ຊາວ​ກະ​ສິ​ກອນ​ແລະ​ຮັບ​ປະ​ກັນ​ສຸ​ຂະ​ພາບ​ຂອງ​ຊາວ​ກະ​ສິ​ກອນ.​ທ່ານ​ນາງ​ຮຽກ​ຮ້ອງ​ໃຫ້​ເຂດ​ຕ່າງໆ​ແລະ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈົ່ງ​ປັບ​ປຸງ​ລະ​ບຽບ​ການ​ນີ້​ໃຫ້​ດີ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ,​ເພີ່ມ​ການ​ລົງ​ທຶນ,ເພີ່ມ​ທະ​ວີ​ການ​ຕິດ​ຕາມ​ກວດ​ກາ​ຕໍ່​ອົງ​ການ​ປິ່ນ​ປົວ​ພະ​ຍາດ,​ສະ​ໜອງ​ຢຸກ​ຢາ​ທີ່​ມີ​ລາ​ຄາ​ຖືກ​ແລະ​ຄຸນ​ນະ​ພາບ​ດີ,​ພະ​ຍາ​ຍາມ​ຍົກ​ລະ​ດັບ​ການ​ປິ່ນ​ປົວ​ພະ​ຍາດ​ຂອງ​ຊົນ​ນະ​ບົດ​ໃຫ້​ສູງ​ຂຶ້ນ,​ຮັບ​ປະ​ກັນ​ລະ​ບຽບ​ການ​ຮ່ວມ​ມື​ປິ່ນ​ປົວ​ພະ​ຍາດ​ແບບ​ໃໝ່​ຊົນ​ນະ​ບົດ​ໃຫ້​ປົກ​ຫຸ້ມ​ຊົນ​ນະ​ບົດ​ທົ່ວ​ປະ​ເທດ​ຢ່າງ​ຮອບ​ດ້ານ​ໃນ​ປີ​2008.