ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-17 19:01:03    
ລະ​ດັບ​ຮັບ​ຮອງ​ຜະ​ລິດ​ຕະ​ພັນ​ຈີນ​ຂອງ​ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ຍົກ​ສູງ​ຂຶ້ນ

cri Author: m
ຕາມ​ຂ່າວສານ​ຊິ່ນ​ຮວາ​: ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ແຈ້ງ​ຂ່າວ​ວ່າ, ການ​ສຳຫຼວດ​ສະບັບ​ໜຶ່ງ​ທີ່​ບໍລິສັດ​ທີ່​ເປິກ​ສາ​ຈີ​ເອຟ​ເຄ ​ໂຣ​ເບີ (GFK Roper) ອາ​ເມ​ລິ​ກາ​ທີ່​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຕະຫຼາດ​ເປັນ​ພິ​ເສດ​ປະກາດ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ຮັບຮອງ​ຕໍ່​ສິນຄ້າ​ຈີນ​ຂອງຜູ້​ບໍລິ​ໂພ​ກອາ​ເມ​ລິ​ກາ​ໄດ້ສູງ​ຂຶ້ນ​ຢ່າງ​ຫຼວງຫຼາຍ.

ຂ່າວ​ແຈ້ງວ່າ, ​ເຖິງ​ວ່າ, ​ຫວ່າງ​ມໍ່ໆ​ນີ້​ໄດ້​ເກີດ​ເຫດການ​ເອີ້ນ​ຄືນ​ສິນຄ້າ​ຈີນ​ຈຳນວນ​ໜຶ່ງ, ​ແຕ່​ເມື່ອ​ທຽບ​ໃສ່​ສິບ​ກວ່າ​ປີ​ກ່ອນ​ແລ້ວ, ລະດັບ​ຮັບຮອງ​ສິນ​ຄ້າ​ຈີນ​ຂອງຜູ້​ບໍລິ​ໂພ​ກອາ​ເມ​ລິ​ກາ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງຫຼາຍ. ການ​ສຳຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​​ໃຫ້​ສຳພາດ 26%​ ເຫັນ​ວ່າ, ສິນຄ້າ​ຈີນ​ລາຄາ​ຖືກ​ຄຸນ​ນະພາ​ບດີ, ຕົວ​ເລກ​ດັ່ງກ່າວ​ນີ້​ໄດ້​ເພີ່ມ​ຂຶ້ນ​ເກືອບ 3 ​ເທົ່າ​ເມື່ອ​ທຽບ​ໃສ່ 10 ກວ່າ​ປີ​ກ່ອນ. ​ໃນ​ດ້ານ​ການ​ລຽນ​ລຳດັບ​ລາຄາ​ແລະ​ຄຸນ​ນະພາ​ບຂອງ​ສິນຄ້າ, ຍີ່​ປຸ່ນ, ​ແມັກ​ຊິກ, ​ແລະ​ເຢຍລະ​ມັນລຽນຢູ່ຫຼັງອາ​ເມ​ລິ​ກາ​ແລະ​ຈີນ.