ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-18 15:28:42    
ຈີນ​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ລາຄາ​ທັນ​ຍາ​ຫານ​ຂອງ​ໂລກ​ໝັ້ນ​ທ່ຽງ

cri Author: cai
ຕາມ​ໜັງ​ສື​ພິມ《​ເຢີນມີນຢື້​ປ້າວ》ສະບັບ​ສຳ​ລັບ​ຕ່າງປະ​ເທດ:ວັນ​ທີ 18 ກຸມ​ພາ​ນີ້,ທ່ານ​ຕີ່​ງ​ເຊິ່ງຈຸ້ນ ນັກ​ຄົ້ນ​ຄວ້າ​ຂອງສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ກົມທັນ​ຍາ​ຫານ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຈີນ​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ການ​ເຮັດ​ໃຫ້​ລາຄາ​ທັນ​ຍາ​ຫານ​ຂອງ​ໂລກ​ໝັ້ນ​ທ່ຽງ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ຕີ່​ງ​ເຊິ່ງຈຸ້ນກ່າວ​ວ່າ,ຫວ່າງ​ມໍ່ໆ​ນີ້,ບາງ​ຫາງ​ສຽງໃນ​ສາກົນ​ກ່າວ​ວ່າ:ຈີນ​ນຳ​ເຂົ້າ​ທັນ​ຍາ​ຫານ​ຢ່າງ​ຫຼວງ​ຫຼາຍ​ພາ​ໃຫ້​ລາຄາ​ທັນ​ຍາ​ຫານ​ຂອງ​ໂລກ​ແພງ​ຂຶ້ນຫຼາຍ,ນີ້​ແມ່ນ​ຄວາມ​ເຫັນ​ທີ່​ຜິດພາດ​ແລະ​ຝ່າຝືນ​ສະພາບ​ການ​ສະໜອງ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ທັນ​ຍາ​ຫານ​ຂອງ​ຈີນ.ທ່ານ​ຕີ່​ງ​ເຊິ່ງຈຸ້ນ​ກ່າວ​ວ່າ,ປະຈຸ​ບັນ,ທັນ​ຍາ​ຫານ​ສຳຮອງ​ຂອງ​ຈີນ​ກວມ 35% ຂຶ້ນ​ໄປ​ໃນ​ປະລິມານ​ບໍລິ​ໂພ​ກທັນ​ຍາ​ຫານ​ທົ່ວ​ປະ​ເທດ​ໃນ​ປີນັ້ນ,​ສູງກວ່າ​ເສັ້ນ​ປອດ​​ໄພດ້ານທັນ​ຍາ​ຫານທີ່​ສະ​ເໜີ​ໂດຍ​ອົງການ​ອາ​ຫານ​ແລະ​ການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ຫຼື FAO ຄື 17% ຫາ 18% ຢ່າງ​ຫຼວງ​ຫຼາຍ.ພ້ອມ​ກັນ​ນັ້ນ,ຈີນ​ໄດ້​ຮັກສາ​ອັດຕາ​ກຸ້ມຕົນ​ເອງ​ທາງ​ດ້ານທັນ​ຍາ​ຫານທີ່​ສູງ​ເຖິງ 95% ຂຶ້ນ​ໄປ​ຕະຫຼອດ​ມາ.

ທ່ານ​ຕີ່​ງ​ເຊິ່ງຈຸ້ນກ່າວ​ວ່າ,​ແຕ່ລະ​ປີ,ຈີນ​​ໄດ້ນຳ​ເຂົ້າ​ທັນ​ຍາ​ຫານ​ຈຳນວນ​ໜຶ່ງ.ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ພະຈິກ​ປີ 2007,ຈີນ​ໄດ້​ສົ່ງ​ອອກ​ທັນ​ຍາ​ຫານ 9 ລ້ານ 1 ​ແສນ 5 ໝື່ນ​ໂຕນ,ນຳ​ເຂົ້າ 1 ລ້ານ 4 ​ແສນ 5 ໝື່ນ​ໂຕນ,​ທັນ​ຍາ​ຫານທີ່​ນຳ​ເຂົ້າ​ມາ​​ເຫຼົ່າ​ນີ້​ຕົ້ນຕໍ​ແມ່ນ​ໃຊ້​ເຂົ້າ​ໃນ​ການ​ປັບປຸງ​ແນວ​ພັນ,ນີ້​ເປັນ​ເລື່ອງ​ປົກກະຕິ​ໃນ​ປະ​ເທດ​ຕ່າງໆ​ຂອງ​ໂລກ​ແລະ​ການ​ຄ້າ​ຂາຍທັນ​ຍາ​ຫານ.ທ່ານ​ກ່າວ​ວ່າ,ພວກຂ້າພະ​ເຈົ້າ​ສາມາດ​ເວົ້າ​ຕໍ່ທົ່ວ​​ໂລກ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ວ່າ:ຈີນ​ບໍ່​ພຽງ​ແຕ່​ບໍ່​ແມ່ນ​ຜູ້​ຊຸກຍູ້​​ໃຫ້ລາຄາ​ທັນ​ຍາ​ຫານ​ຂອງ​ໂລກແພງ​ຂຶ້ນ​ເທົ່າ​ນັ້ນ,​ແຕ່​ຍັງແມ່ນ​ປັດ​ໄຈ​ສຳຄັນ​ທີ່​ເຮັດ​ໃຫ້​ລາຄາ​ທັນ​ຍາ​ຫານ​ຂອງ​ໂລກ​ມີ​ຄວາມ​ໝັ້ນ​ທ່ຽງ.