ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-19 11:02:21    
ຫຼັກ​ໝັ້ນ​ຮອບ​ດ້ານ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ໂກ​ໂຊ​ໂວ​ປະ​ກາດ​ເປັນ​ເອ​ກະ​ລາດ

cri
ຕາມ​ຂ່າວ CRI: ວັນ​ທີ 18 ກຸມພາ​ນີ້, ​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ສຸກ​ເສີນ​ກ່ຽວ​ກັບ​ບັນຫາ​ໂກ​ໂຊ​ໂວ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ທ່ານ​ວາງ​ກວ່າງ​ຢ້າ ຜູ້​ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ໄດ້​ບັນ​ລະຍາຍ​ຫຼັກໝັ້ນ​ຂອງ​ຝ່າຍ​ຈີນ​ຢ່າງຮອບດ້ານ​ກ່ຽວ​ກັບ​ບັນຫາ​ໂກ​ໂຊ​​ໂວ​ປະກາດ​ເປັນ​ເອກະລາດ.

ທ່ານ​ວາງ​ກວ່າ​ງຢ້າກ່າວ​ວ່າ, ​ໂກ​ໂຊ​ໂວ​ໃຊ້ການ​ເຄື່ອນ​ໄຫວ​ແຕ່​ຝ່າ​ຍດຽວ, ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງລະ​ຫວ່າງ​ເຜົ່າ​ຕ່າງໆ​ຂອງ​​ອະດີດຢູ​ໂກສະ​ລາ​ວີ, ບໍ່​ມີ​ຜົນ​ດີ​ຕໍ່​ການ​ບັນລຸ​ເປົ້າ​ໝາຍ​ສ້າງ​ສັງຄົມຢູ່​ຮ່ວມ​ກັນ​ຫຼາຍ​ຊົນ​ເຜົ່າ, ກໍ່​ບໍ່​ມີ​ຜົນ​ດີ​ຕໍ່​ການ​ຮັກສາ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ເຂດ​​ອະດີດຢູ​ໂກສະ​ລາ​ວີ, ກົງ​ກັນ​ຂ້າມ​ອາດ​ຈະ​ເຮັດ​ໃຫ້​ເຂດ​ດັ່ງກ່າວ​ເກີດ​ການ​ປະ​ທະ​ກັນ​ແລະ​ຄວາມ​ສັບສົນ​ວຸ້ນວາຍ​ຄືນ​ໃໝ່, ​ເກີດ​ວິກິດ​ການ​ດ້ານ​ມະນຸດສະທຳ​ຢ່າງ​ຮ້າຍ​ແຮງ, ​ແລະ​ສົ່ງ​ຜົນ​ສະທ້ອນ​ດ້ານ​ລົບ​ໃຫ້​ແກ່​ເຂດ​ບານ​ກັງ​ຈົນ​ຮອດຂອບ​ເຂ​ດກວ້າງ​ກວ່າ​ເກົ່າ. ຈີນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງຕໍ່​ເລື່ອງ​ນີ້.

ທ່ານ​ວາງ​ກວ່າ​ງຢ້າກ່າວ​ວ່າ​, ຈີນ​ສະ​ໜັບສະ​ໜູນ​ແກ້​ໄຂ​ບັນຫາ​ຖານະ​ຂອງ​ໂກ​ໂຊ​ໂວ​ຢ່າງ​ເໝາະ​ສົມໂດຍ​ຜ່ານ​ການ​ເຈລະຈາ, ຄັດຄ້ານ​ການ​ກະທຳ​ທີ່​​ໃຊ້​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ແລະ​​ແກ້​ໄຂ​​ດ້ວຍ​ວິທີ​ແບບ​ບັງຄັບ.