ຕາມຂ່າວສານຊິ່ນຮວາ:ຕາມຂໍ້ມູນຂອງກອງເລຂາອົງການປະເທດຜູ້ສົ່ງອອກນ້ຳມັນຫລືໂອເປັກທີ່ມີສຳນັກງານໃຫຍ່ຕັ້ງຢູ່ວຽນໄດ້ປະກາດໃນວັນທີ18ກຸມພານີ້ວ່າ,ລາຄາສະເລ່ຍຂອງນ້ຳມັນດິບທີ່ຕະຫລາດໂອເປັກຕິດຕາມກວດກາສູງເຖິງບາເຣວລະ90,23ໂດລາໃນອາທິດແລ້ວນີ້.ອັນນີ້ເປັນຄັ້ງທີຫນຶ່ງລາຄາສະເລ່ຍຂອງນ້ຳມັນເຊື້ອໄຟທີ່ສະເລ່ຍຂອງອົງການໂອເປັກສູງຂຶ້ນຮອດບາເຣວລະ90ກວ່າໂດລາໃນ4ອາທິດຜ່ານມານີ້.
ໃນຫວ່າງຫມໍ່ໆມານີ້,ອົງການໂອເປັກເປັນຫວ່ງວ່າເສດຖະກິດຂອງອາເມລິກາທີ່ເຕີບໂຕຊ້າລົງຈະສົ່ງຜົນກະທົບຕໍ່ຄວາມເຕີບໂຕຂອງເສດຖະກິດໃນທົ່ວໂລກ,ຈະເຮັດໃຫ້ຄວາມຕ້ອງການນ້ຳມັນດິບໃນທົ່ວໂລກຫລຸດລົງ.ມີເຈົ້າຫນ້າທີ່ຂອງອົງການໂອເປັກກ່າວວ່າ,ມີຄວາມເປັນໄປໄດ້ທີ່ອົງການໂອເປັກອາດຈະປະກາດຫລຸດປະລິມານການຜະລິດນ້ຳມັນໃນໂອກາດທີ່ເຫມາະສົມ.
|