ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-20 11:11:09    
ຜູ້​ນຳ​ອິສ​ຣາ​ແອນ​ແລະ​ປາ​ເລັສ​ຕິນ​ຕົກ​ລົງ​ເລັ່ງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ

cri
ຕາມ​ຂ່າວ CRI: ​ວັນ​ທີ 19 ກຸມພາ​ນີ້, ທ່ານ​ເອຮຸດ ​ໂອນ​ເມິ​ດ ນາຍົກ​ລັດຖະມົນຕີ​ອິສຣາ​ແອນ​ກັບ​ທ່ານ​ມັຮມຸດ ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້ຈັດການ​ເຈລະຈາ​ຢູ່​ເຢລູຊະ​ເລັມ, ສອງ​ຝ່າຍ​ຕົກ​ລົງ​ໃຫ້ເລັ່ງຂະ​ບວນການ​​ເຈລະຈາ​ສັນຕິພາບ​ລະຫວ່າງ​ອິສຣາ​ແອນ​ກັບປາ​ເລັສຕິນ, ​ແຕ່​ບໍ່​ໄດ້​ເວົ້າ​ເຖິງ​ບັນຫາ​ເຢລູຊະ​ເລັມ​ທີ່​ເປັນ​ຂໍ້​ຂັດ​ແຍ່ງ​ຕົ້ນຕໍ.

ໃນ​ການ​ເຈລະຈາ, ທ່ານ​ໂອນ​ເມິ​ດກ່າວ​ວ່າ, ອິສຣາ​ແອນ​ຈະ​ພະຍາຍາມ​ຫຼີກ​ເວັ້ນບໍ່​ໃຫ້​ເຂດ​ກາຊາ​​ເກີດ​ວິ​ກິດ​ການ​ດ້ານ​ມະນຸດ​ສະທຳ, ​ແຕ່​ກໍ່​ປະຕິ​ເສດ​ບໍ່​ເປີດ​ດ່ານ​ກວດກາ​ຢູ່​ຕາມ​ທາງ​ໄປ​ສູ່ກາຊາ.
ວັນ​ທີ 19 ກຸມພາ​ນີ້, ທ່ານ​ຊາ​ລາມ ຟາ​ເຢັສ ນາຍົກ​ລັດຖະ​ມົນຕີ​ຊົ່ວຄາວ​ຂອງ​ປາ​ເລັສຕິນກ່າວ​ວ່າ, ອິສຣາ​ແອນ​ສືບ​ຕໍ່​ກໍ່ສ້າງ​ຖິ່ນ​ຖານ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ແລະ​ເຢລູຊະ​ເລ​ມ, ​ທະຫານ​ອິສຣາ​ແອນດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ປາ​ເລັສຕິນ​ໂດຍ​ສະ​ເພາະ​ຢູ່​​ເຂດ​ກາຊາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໄດ້​ຂັດຂວາງ​ຂະ​ບວນການ​​ເຈລະຈາ​ສັນຕິພາບ. ການ​ທີ່​ຈະບັນລຸ​ສັນຍາ​ສັນຕິພາບ​ລະຫວ່າງ​ປາ​ເລັສຕິນກັບ​ອິສຣາ​ແອນ​ພາຍ​ໃນ​ປີ​ນີ້​ເປັນ​ໄປ​ບໍ່​ໄດ້​ແລ້ວ.

ມື້​ດຽວ​ກັນ, ນາງ​ຊີ​ພີ ລິ​ຟນີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ອິສຣາ​ແອນ​ກ່າ​ວຄຳ​ປາ​ໄສ​ຢູ່​ເຢລູຊະ​ເລັມ​ວ່າ, ອິສຣາ​ແອນ​ກັບປາ​ເລັສຕິນ​ຈັດ​ການ​ເຈ​ລະ​ຈາ​ສັນຕິພາບ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ອິສຣາ​ແອນ, ອິສຣາ​ແອນ​ບໍ່​ຄວນປ່ອຍ​ໂອກາດ, ​ແລະ​ຈຳ​ເປັນ​ຕ້ອງ​ທຳ​ການຜ່ອນ​ສັ້ນ​ຜ່ອນ​ຍາວອັນ​ສຳຄັນ​ຈຳນວນ​ໜຶ່ງ.