ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-20 16:16:23    
ຈີນເລີ່ມຄົ້ນຄວ້າເຕັກນິກຂັ້ນ​ສູງ​ຂອງ​ໂຄງ​ການ​ສຳ​ຫຼວດ​ດວງ​ຈັນ​ໄລ​ຍະ​ສອງ

cri Author: lm

ຕາມ​ຂ່າວ​ໜັງສືພິມ​ເຢັນ​ໝິນຢື້​ປ້າວ​ສະບັບ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ: ​ໃນ​ເວທີ​ປາ​ໄສ​ເຕັກ​ນິກ​ອະວະກາດ​ຈີນ​ຄັ້ງທີ 2 ທີ່​ຈັດ​ຂຶ້ນ​ໃນຫວ່າງ​ມໍ່ໆ​ນີ້, ທ່ານ​ເຢ້​ເຜິ​ຍຈ້ຽນ ບັນ​ດິດ​ສະ​ພາ​ບັນ​ດິດ​ວິ​ທະຍາສາດ​ຈີນ ຫົວໜ້າຜູ້​ອອກ​ແບບ​ດາວ​ທຽມ "ສາງ​ເອີ​ເລກ​ໜຶ່ງ"​ໄດ້​ເຜີຍ​ໃຫ້​ຮູ້​ວ່າ, ປັດ​ຈຸບັນ, ​ໂຄງການ​ສຳ​ຫຼວດດວງ​ຈັນ​ໄລຍະ 2 ຂອງ​ຈີນ​ໄດ້​ສຳ​ເລັດ​ການ​ວິ​ພາກ​ໂຄງ​ການ​ແລ້ວ, ​ແລະ​ເລີ່​ມ ຄົ້ນຄວ້າ​ເຕັກນິກຂັ້ນສູງ, ​ໂຄງການ​ໄລຍະ​ 2 ຈະ​ສຳ​ເລັດ​ໃນ​ປີ 2013, ຈະ​ສົ່ງ​ເຄື່ອງ​ສຳ​ຫຼວດທີ່​ສາມາດ​ລົງ​ຈອດ​ໜ້າດິນດວງ​ຈັນ​ແລະ​ເຄື່ອງ​​ວັດແທກ​ເຄື່ອນ​ທີ່, ​ເພື່ອ​ສຳ​ຫຼວດ​ໜ້າ​ດວງ​ຈັນ​ຢ່າງ​ມີຄວາມ​ແມ່ນ​ຢຳສູງ.

ທ່ານ​ເຢ້​ເຜິ​ຍຈ້ຽນກ່າວ​ວ່າ, ດາວ​ທຽມ​ສາງ​ເອີ​ເລກ​ໜຶ່ງ​ມີ​ດວງ​ສຳຮອງ​ດວງ​ໜຶ່ງ, ປັດ​ຈຸ​ບັນ​ພວມ​ປັບປຸງ​ຢູ່, ​ເພື່ອ​​ໃຫ້ການໂຄຈອນ​ຂອງ​ມັນ​ຍິ່ງ​ຊັດ​ເຈນ ​ມີ​ຄວາມສາ​ມາດ​ບັນ​ທຸກ​ນ້ຳ​ໜັກ​ໄດ້​ຫຼາຍ​ກວ່າ​​ເກົ່າ, ​ແລະ​ພະຍາຍາມ​ເຮັດ​ການ​ທົດ​ລອງ​ບາງ​ຢ່າງ​ກ່ຽວ​ກັບ​ເຕັກ​ນິກ​ທີ່​ກ່ຽວ​ຂ້ອງ​ຂອງ​​ໂຄງການ​ສຳ​ຫຼວດດວງ​ຈັນ​ໄລຍະ 2, ສາມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໄດ້​ຫຼາຍ​ກວ່​າ​ເກົ່າ.

ຂອບ​ພື້ນຖານ​ໂຄງການ​ສຳ​ຫຼວດດວງ​ຈັນ​ໄລຍະ 3 ຂອງ​ຈີນ​ໄດ້​ສະ​ເໜີ​ອອກ​ມາ​ແລ້ວ, ປັດ​ຈຸ​ບັນ​ພວມ​ທຳ​ການວິພາກຕື່ມ​ອີກ. ພາກສ່ວນ​ທີ່​ກ່ຽວຂ້ອງ​ຍັງ​ພວມ​ຄົ້ນຄວ້າ​ແຜນ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ການ​ສຳ​ຫຼວດອະວະກາດ​ຊັ້ນນອກ ​ເຊິ່ງລວມທັງ​ການ​ສຳ​ຫຼວດ​ດາວ​ອັງ​ຄານ​ແລະ​ດາວ​ພະ​ເຄາະ​ນ້ອຍອື່ນໆ.