ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-20 16:19:10    
ດາວ​ທຽມ​ສາງ​ເອີ​ເລກ​ໜຶ່ງ​ຈະ​ຮັບ​ການ​ທົດ​ສອບ​ຈາກ​ຈັນ​ທະ​ຄາດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ຫວາງ​ຊື່​ເສົາ ນັກຄົ້ນຄວ້າ​ຫໍ​ສັງ​ເກດດາລາສາດຈື​ຈິ່ນ​ຊ່ານ​ຂອງ​ສະ​ພາ​ບັນດິດ​ວິທະຍາສາດ​ຈີນ​ກ່າວ​ຢູ່​ນະຄອນ​ໜານ​ກິ່ງ​ວ່າ, ​ເຊື່ອ​ວ່າ ດາວ​ທຽມ​ສາງ​ເອີ​ເລກ​ໜຶ່ງ​ຈະ​ສາມາດ​ຜ່ານ​ຜ່າ​ການ​ທົດ​ສອບ​ຈາກ​ປະກົດ​ການ​ຈັນ​ທະ​ຄາດ​ຫຼື​ກົບ​ກິນ​ເດືອນ​ໄດ້.

ວັນ​ທີ 21 ກຸມພາ​ນີ້ ຈະ​ປະກົດ​ມີ​ຈັນທະຄາດ​ເຕັມ​ດວງ, ດາວ​ທຽມ​ສາງ​ເອີ​ເລກ​ໜຶ່ງ​ຂອງ​ຈີນ​ທີ່​ພວມ​​ໂຄຈອນ​ອ້ອມ​ດວງ​ຈັນ​ນັ້ນ ຈະ​ເຂົ້າສູ່​ເງົາ​ມືດ​ຂອງ​ໜ່ວຍ​ໂລກ, ຮັບ​ການ​ທົດ​ສອບ​ຈາກ​ຄວາມ​ມືດ ໜາວ​ຈັດ ​ແລະ​ການ​ສະໜອງພະລັງງານໄຟຟ້າ​ໜ້ອຍ​ລົງ.

​ໃນ​ຍາມ​ປົກກະຕິ, ດາວ​ທຽມ​ສາງ​ເອີ​ເລກ​ໜຶ່ງ​ຕົ້ນຕໍ​ອາ​ໄສ​ການ​ຫັນປ່ຽນ​ແສງ​ຕາ​ເວັນ​ມາ​ເປັນ​ພະລັງງານ, ​ເຖິງ​ວ່າ​ໃນ​ດາວທຽມ​ໄດ້​ຕິດ​ຕັ້ງໝໍ້​​ເກັບໄຟ​ກໍ່ຕາມ, ​ແຕ່​​ໃຊ້​ໄດ້​ບໍ່​ດົນ​ປານ​ໃດ.

ສະນັ້ນ ​ເພື່ອ​ຫຼີກ​ເວັ້ນການ​ຂາດພະລັງງານ​ທີ່​ອາດ​ຈະ​ເກີດ​ຜົນ​ກະ​ທົບ​ທີ່​ບໍ່​ດີ​, ​ບາງ​ເຄື່ອງ​ຈັກ​ສຳ​ຫຼວດ​ໃນ​ດາວ​ທຽມ​ຈະຢຸດຕິ​ການ​ເຮັດ​ວຽກ​ຊົ່ວຄາວ.