ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-21 10:37:10    
ເມືອງ​ອູ​ຊີ​ກາຍ​ເປັນ​ເມືອງ​ທົດ​ລອງ​ການ​ຈັດ​ວາງ​ການ​ປະ​ກອບ​ອາ​ຊີບ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສະ​ຫະ​ປະ​ຊາ​ຊາດ

cri
ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້, ການຈັດ​ວາງ​ການ​ປະກອບ​ອາຊີບ​​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດຢ່າງ​ເປັນ​ເອກະ​ພາບ​ກັນ​ຂອງ​ເມືອງ​ອູ​ຊີ​ແຂວງ​ຈ່ຽງຊູ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ໄດ້​​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ສົນ​ໃຈ​ນຳ, ​ໃນ​ໂຄງການ​ຊ່ອຍ​ເຫຼືອ​ການ​ປະກອບ​ອາຊີບ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ຢ່າງ​ເປັນ​ເອກະ​ພາບ​ກັນຢູ່ຈີນ​ໂຄງການ​ທຳ​ອິດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ຫຼື UNDP , ​ເມືອງ​ອູ​ຊີ​ຖືກ​​ເລືອກ​ໃຫ້​ເປັນ​ເມືອງ​ທົດ​ລອງ​ຂອງ​ສະຫະ​ປະຊາ​ຊາດ.

ຂ່າວ​ແຈ້ງວ່າ, ​ເມື່ອ​ຕົກລົງ​​ແລ້ວ, ​UNDPຈະ​ຊ່ອຍ​ເຫຼືອດ້ານ​ງົບປະມານ​ຈຳນວນ​ໜຶ່ງ, ​ຄົ້ນ​ຄວ້າ​ການສ້າງ​ຕະຫຼາດ​ແຮງ​ງານ​​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ທີ່​ເປັນ​ລະ​ບົບ​ດຽວ, ​ໃຫ້ການ​ບໍລິການ​ອັນ​ດີງາມ​ໃຫ້​ແກ່​ຊາວ​ກະສິກອນໃນ​ການປະກອບ​ອາຊີບ, ວາງ​ແຜນ​ອົບຮົມ​ວິຊາຊີ​ບ​ໃຫ້​ຊາວ​ກະສິກອນ​ທີ່​ປະ​ກອບ​ອາຊີບ​ໃນ​ຕົວ​ເມືອງ. ນີ້​ຈະ​ເປັນ​ການ​ສະໜັບ​ສະໜູນ​ອັນ​ແຂງ​ແຮງ​ໃຫ້​ແກ່​ເມືອງ​ອູ​ຊີ​​ເພື່ອ​ດຳ​ເນີນ​ວຽກ​ງານຈັດ​ວາງ​ການ​ປະກອບ​ອາຊີ​ບ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ຢ່າງ​ເປັນ​ເອກະ​ພາບ​ກັນ​ໃຫ້​ດີກວ່າ​ເກົ່າ.