ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-21 17:17:57    
ທ່ານ​ຖາງ​ເຈ່ຍ​ຊວນ​ກ່າວ​ເນັ້ນ​ວ່າ​ຄວນ​ຖະ​ຫນຸ​ຖະ​ຫນອມ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ

cri
ຕາມ​ຂ່າວ cri:ວັນ​ທີ 21 ກຸມພາ​ນີ້ ​ໃນ​ງານ​ຕ້ອນຮັບ​ທີ່​ທ່ານ​ຊຸ່ຍ​ທ່ຽນ​ຄາຍ ​ເອ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະຈຳ​ຍີ່​ປຸ່ນຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​​ແກ່​ທ່ານ​ຖາງ​ເຈ່ຍ​ຊວນ ທີ່​ປຶກສາ​​ແຫ່ງ​ລັດ​ຈີນ​ທີ່​ພວມ​ຢ້ຽມຢາມ​ຢູ່​ຍີ່​ປຸ່ນນັ້ນ, ທ່ານ​ຖາງ​ເຈ່ຍ​ຊວນ​ກ່າວ​ເນັ້ນວ່າ,ຄວນ​ຖະ​ຫນຸ​ຫນອມ​ການ​ພົວພັນ​ອັນ​ດີງາມລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ.

ທ່ານ​ຖາງ​ເຈ່ຍ​ຊວນ​ກ່າວ​ວ່າ, ປີ​ນີ້​ແມ່ນ​ປີ​ຄົບຮອບ 30 ປີ​ທີ່​​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ມິດ​ຕະ​ພາບ​​ຈີນ​ຍີ່​ປຸ່ນ.​ໃນ 30 ປີ​ມາ​ນີ້, ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຫລວງ​ຫລາຍ​ໃນ​ທຸກ​ຂົງ​ເຂດ, ​ໄດ້​ບັນລຸ​ລະດັບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ທ່ານ​ຖາງ​ເຈ່ຍ​ຊວນ​ກ່າວ​ວ່າ, ທ່ານ​ປະທານ​ຫູ​ຈີນ​ທາວ​ຈະ​ຢ້ຽມຢາມ​ຍີ່​ປຸ່ນທາງ​ລັດຖະກິດ​ໃນ​ໄວໆ​ນີ້, ນີ້​ຈະ​ມີ​ຄວາມ​ຫມາຍ​​ອັນ​ເລິກ​ເຊິ່ງຍາວ​ໄກ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ຍີ່​ປຸ່ນ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງແລະ​ສ້າງ​ບາດກ້າວ​ໃຫມ່​ໃນ​ການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ.ຝ່າຍ​ຈີນ​ຫວັງ​ຜ່ານ​ການ​ຢ້ຽມຢາມ​ເທື່ອ​ນີ້, ພ້ອມ​ກັບ​ຝ່າຍ​ຍີ່​ປຸ່ນວາງ​​ແຜນ​ພັດ​ທະ​ນາ​ໃນ​ອະນາຄົດ​ໃນ​ດ້ານການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ແລະ​ກຳນົດ​ຂອບ​ໃຫມ່​ທີ່​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ຍີ່​ປຸ່ນ​ພັດ​ທະ​ນາ​ຢ່າງປອດ​​​​ໃສຍາວ​ນານ​ແລະ​​ຫມັ້ນທ່ຽງ.