ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-21 18:16:00    
ຈີນ​ສປປ​ເກົາ​ຫລີ​ແລະ​ສ.​ເກົາ​ຫລີ​ຈັດ​ກອງ​ປະ​ຊຸມ​ປະ​ສານ​ງານ​ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ດ້ານ​ເສດ​ຖະ​ກິດ​ແລະ​ພະ​ລັງ​ງານ​ຢູ່​ປັກ​ກິ່ງ

cri
ຕາມ​ຂ່າວ cri:ວັນ​ທີ 21 ກຸມພາ​ນີ້ ຢູ່​ປັກ​ກິ່ງ,ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ມື້​ດຽວ​ກັນ ຢູ່​ປັກ​ກິ່ງ, ສາມ​ຝ່າຍ​ຄື​ຈີນ ສາທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ​ແລະ​ສາທາລະນະ​ລັດ​ເກົາຫລີ​ໄດ້​ຈັດ​ກອງ​ປະຊຸມ​ປະ​ງານ​ງານ​ກັນ, ຫາລື​ວຽກ​ງານ​ກ່ຽວ​ກັບ​ຈີນ​ແລະ​ສາທາລະນະ​ລັດ​ເກົາຫລີ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ເສດຖະກິດ​ແລະ​ພະລັງງານ​ແກ່​ສາທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ​ພາຍ​ໃນ​ຂອບ​ການ​ເຈລະຈາ​ 6 ຝ່າຍ.

​ໃນ​​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ, ການ​ເຈລະຈາ 6 ຝ່າຍ​ແລະ​ຂະ​ບວນວິວັດ​ໃຫ້​ແຫລມ​ເກົາຫລີ​ປາສະຈາກ​ນິວ​ເຄຼຍ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ອັນຕັ້ງຫນ້າ​ທີ່​ຄົນ​ທັງຫລາຍ​ໄດ້​ເຫັນ​ກັບ​ຕາ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຊິ່ງລວມທັງ​ຈີນ​ຕ່າງໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ມະຫາ ສານ​ເພື່ອ​ເລື່ອງ​ນີ້.​ໃນ​ສະ​ເພາະ​ຫນ້າ​ນີ້, ການ​ເຈລະຈາ​ໄດ້​ປະສົບ​ຄວາມ​ຫຍຸ້ງ ຍາກບາງ​ຢ່າງ, ​ແຕ່​ຝ່າຍ​ຕ່າງໆ​ກໍ່ຍັງ​ຍິນ​ດີ​ປະຕິບັດ​ຕາມ​ພັນທະສືບ​ຕໍ່​ກ້າວ​ໄປ​ຫນ້າ, ​ແລະ​ໄດ້​ຮັກສາ​ການ​ສື່ສານ​ແລະ​ປະສານ​ງານ​ກັນ​ທີ່ມີ​ປະ​ໂຫຍ​ດຕະ ຫລອດ​ມາ.

ທ່ານ​ລິວ​ຈ້ຽນຊາວ​ກ່າວວ່າ, ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ພ້ອມ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ທຳ​ຄວາມ​ພະຍາຍາມ​ພ້ອມ​ກັນ, ຜັນ​ຂະຫຍຫາຍ​ສັນຍາ​ທຸກ​ສະບັບ​ທີ່​ໄດ້​ເຊັນ​ໄວ້​ຢ່າງສະ​ຫມ່ຳສະ​ເຫມີຮອບດ້ານ,ຊຸກ​ຍູ້​ການ​ເຈລະຈາ 6 ຝ່າຍ​ແລະ​ຂະ​ບວນວິວັດ​ໃຫ້​ແຫລມ​ເກົາຫລີ​ປາສະຈາກ​ນິວ​ເຄຼຍກ້າວ​ໄປ​ຫນ້າ​ເລື້ອຍໆ.