ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-22 14:05:52    
ຈີນ​ເພີ່ມ​ເງິນ​ອຸດ​ໜູນ​ແກ່​ຊາວ​ກະ​ສິ​ກອນ​ທີ່​ປູກ​ທັນ​ຍາ​ຫານ​ຕື່ມ​ອີກ

cri
ຕາມ​ຂ່າວ​ໜັງສືພິມ​ເຢິນມິນຢື້​ປ້າວ: ກະຊວງ​ການ​ເງິນ​ຈີນ​ແຈ້ງ​ຂ່າວ​ວ່າ, ຈີນ​ໄດ້​ເພີ່ມເງິນ​ອຸດໜູນ​ແກ່​ຊາວ​ກະສິກອນ​ທີ່​ປູກ​ທັນຍາຫານ​ຕື່ມ​ອີກ. ບົນ​ພື້ນຖານ​ທີ່ໄດ້​ພິຈາລະນາ​ຢ່າງ​ເປັນ​ເອກະພາບ​ຕໍ່​ປັດ​ໄຈ​ທີ່​ຄາດ​ວ່າ​ວັດຖຸ​ການຜະລິດ​ຂອງ​ກະສິກຳ​ຕ່າງໆ, ​ເຊັ່ນ: ນ້ຳ​ມັນ​ກາ​ຊວນ​ແລະຝຸ່ນ​ເຄມີ​ຈະເພີ່ມ​ການ​ໃຊ້​ຈ່າຍ​​ໃນ​ໝົດ​ປີ, ປີ 2008, ການ​ເງິນ​ສູນ​ກາງ​ໄດ້​ເພີ່ມເງິນອຸດໜູນ​ວັດຖຸ​ການຜະລິດ​ກະສິກຳໂດຍ​ກົງ​ 20 ຕື້​ກວ່າ​ຢວນ, ​ເຮັດ​ໃຫ້​ເງິນອຸດໜູນໂດຍ​ກົງ​ຕໍ່​ຊາວ​ກະສິກອນ​ປູກ​ທັນຍາຫານ​ໃນ​ປີ 2008 ບັນລຸ 48 ຕື້ 200 ລ້ານ​ຢວນ,​ເພີ່ມຂຶ້ນ 75%​ເມື່ອ​ທຽບ​ໃສ່​ປີ​ກາຍ​ນີ້.

ນອກ​ນີ້, ບວກ​ກັບ​ເງິນ​ອຸດໜູນ​ທັນຍາຫານ​ໂດຍ​ກົງ 15 ຕື້​ກວ່າ​ຢວນ​ໃນ​ກອງ​ທຶນ​ປະກັນ​ໄພ​ທັນຍາຫານ​ໃນ​ປີ​ນີ້​, ປີ 2008, ​ເງິນອຸດ​ໜູນໂດຍ​ກົງສອງ​ອັນ​ດັ່ງກ່າວ​ຕໍ່​ຊາວ​ກະສິກອນທີ່​ປູກ​ທັນ​ຍາຫານມີ​ເຖິງ 63 ຕື້ 300 ລ້ານ​ຢວນ.