ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-22 18:02:47    
ປັກ​ກິ່ງ​ຈະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມປິ​ກ

cri
ຕາມ​ຂ່າວສານ​ຊີ​ນຮວາ: ປີ 2008, ປັກ​ກິ່ງ​ຈະ​ປັບປຸງ​ລະບົບ​ຮັບປະກັນ​ການ​ສະຫນອງ​ຖ່ານ​ຫິນ ພະລັງ​ໄຟຟ້າ ອາຍ​ແກ​ສທຳ​ມະ​ຊາດ​ແລະ​ນ້ຳມັນ​ສຳ​ເລັດ​ຮູບ​ຕື່ມ​ອີກ, ຮັບ​ປະກັນ​ຄວາມ​ປອດ​ໄພ​ໃນ​ການ​ນຳ​ໃຊ້​ພະລັງງານ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ.

ວັນ​ທີ 22 ກຸມພາ​ນີ້ ​ໃນ​ກອງ​ປະຊຸມ​ວຽກ​ງານ​ປັບປຸງ​ພະລັງງານ​ກັບ​ເສດ​ຖະກິດ​ຂອງ​ນະ​ຄອນ​ຫລວງ​ປີ 2008, ທ່ານ​ຈ່າງ​ກົ່ງ ຫົວຫນ້າ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ຂອງ​ນະ​ຄອນ​ຫລວງ​ປັກ​ກິ່ງ​ກ່າວ​ວ່າ, ປີ 2008,ປະ​ລິ​ມານ​ບໍລິ​ໂພກ​ພະ​ລັງ​ງານ​ຈະ​ຄວບ​ຄຸມ​​ໃຫ້ຢູ່​ໃນ​ລະດັບ​ໃຊ້​ຖ່ານ​ຫິນ​ມາດ​ຕະ​ຖານ​ຄື​ປະມານ 65 ລ້ານ​ໂຕນ,​ເຮັດ​ໃຫ້ການ​ສິ້ນ​ເບືອງ​ພະ​ລັງ​ງານ​ແຕ່​ລະ​ຫມື່ນ​ຢວນຂອງ GDP ຫລຸດ​ລົງ 5%.​

ໃນ​ແຜນ​ການ​ຮັບປະກັນ​ການ​ນຳ​ໃຊ້​ພະລັງງານ, ປັກ​ກິ່ງ​ຈະ​ຮັບປະກັນ​ການ​ໃຊ້​ພະລັງ​ໄຟຟ້າ​ຫລາຍ​ສຸດ 14 ລ້ານ 6 ​ແສນ​ກິ​ໂລ​ວັດ,ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ສະຫນອງ​ອາຍ​ແກສ​ທຳ​ມະ​ຊາດ 6 ຕື້ 800 ລ້ານ​ແມັດ​ກ້ອນ​ໃນ​ຫມົດ​ປີ​​​ໃຫ້​ດີ, ຮັບປະກັນ​ຄວາມ​ຕ້ອງການ​ພະລັງງານ​ສະອາດ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ.