ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-25 15:28:33    
ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​, ອາ​ກາດ​ປັກ​ກິ່ງ​ຈະ​ເໝາະ​ສົມ​ດີ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ຫວ່າງ​ມໍ່ໆ​ນີ້, ພາກສ່ວນ​ອຸຕຸນິຍົມ​ປັກ​ກິ່ງ​ໄດ້​ວິ​ເຄາະ​ຂໍ້​ມູນ​ອຸຕຸນິຍົມ​ໃນ​​​ໄລຍະດຽວ​ກັນ​​ໃນ 30 ປີ​ມາ​ນີ້​ແລ້ວຊີ້​ອອກ​ວ່າ, ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກປີນີ້, ສະ​ເລ່ຍ​ແລ້ວ, ອຸນຫະພູມ​ປັກ​ກິ່ງ​ຈະ​ຢູ່​ໃນ​ລະຫວ່າງ 24,9 ອົງສາ, ​ເໝາະ​ສົມດີ​ສຳລັບຈັດ​ງານ​ກິລາ.

ຫວ່າງ​ມໍ່ໆ​ນີ້, ມີຂ່າວ​ຕ່າງປະ​ເທດ​​ແຈ້ງວ່າ, ​ໃນ​ເດືອນ​ສິງຫາ​ຂອງ​ແຕ່​ລະ​ປີ, ປັກ​ກິ່ງ​ຈະ​ມີ​ອາກາດ​ຮ້ອນ​ແລະ​ຊຸ່ມຫຼາຍ, ​ເຮັດ​ໃຫ້​ນັກ​ກິລາສະ​ແດງ​ຄວາມ​ສາມາດ​ໄດ້​ບໍ່​ເຕັມທີ່.

ທ່ານ​ໂກ່​ເວີນ​ລີ້ ຫົວໜ້າ​ສູນ​ອາ​ກາດ​ຂອງພະ​ແນ​ກ​ອຸຕຸນິຍົມ​ນະຄອນ​ປັກ​ກິ່ງກ່າວ​ວ່າ, ​ແຕ່​ວັນ​ທີ 7 ​ເດືອນ​ສິງຫາ​ເປັນ​ຕົ້ນ​ໄປ, ອຸນຫະພູມ​ແລະ​ຄວາມ​ຊຸ່ມຂອງ​ປັກ​ກິ່ງ​ຈະ​ຄ່ອຍໆ​ຫຼຸດລົງ, ອາກາດ​ຄ່ອຍໆ​ກ້າວ​ເຂົ້າ​​ໄລຍະທີ່ດີ​ທີ່​ສຸດ​ຂອງ​ລະດູ​ໃບ​ໄມ້​ຫຼົ່ນ. ອີງ​ຕາມ "ຕົວ​ເລກ​ຄາດໝາຍ​ຄວາມ​ຮ້ອນ" ​ເຊິ່ງ​ເປັນ​ຕົວ​ເລກ​ຄາດໝາຍ​ລວມ​ທັງ​ອຸນຫະພູມ​ແລະ​ຄວາມ​ຊຸ່ມຄາດ​ຄະ​ເນ​ວ່າ, "ຕົວ​ເລກ​ຄາດໝາຍ​ຄວາມ​ຮ້ອນ" ຂອງ​ປັກ​ກິ່ງ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຈະ​ພໍ​ປານ​ກັນກັບບາ​ເຊ​ໂລ​ນາ, ດີກ​ວ່າ​ອັດ​ລັນ​ທາ​ແລະ​ອາ​ແຕນ​ໜ້ອຍ​ໜຶ່ງ.

​ເມື່ອ​ເຂົ້າ​ສູ່ລະດູ​ໃບ​ໄມ້ຫຼົ່ນ​ແລ້ວ, ​ອາກາດ​ຈະ​ນັບ​ມື້​ນັບ​​ດີ​ຂຶ້ນ. ສະ​ນັ້ນ, ອາກາດ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິມປິກຄົນ​ພິການຍິ່ງ​ຈະ​ເໝາະ​ສົມ​ກວ່ານັ້ນ​ອີກ.