ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-28 16:10:23    
ບໍ​ລິ​ສັ​ດ​ໄມ​ໂຄຣ​ຊັອຟ​ຖືກ​ສະ​ຫະ​ພາບ​ເອີ​ລົບ​ປັບ​ໄໝ​ຢ່າງ​ໜັກ​ອີກ

cri
ຕາມ​ຂ່າວ CRI: ວັນ​ທີ 27 ກຸມພາ​ນີ້, ຄະນະ​ກຳມະການ​ສະຫະ​ພາບ​ເອີ​ລົບ​ປະກາດ​ປັບ​ໄໝ​ບໍລິສັດໄມ​​​ໂຄຣຊັອຟ​ຂອງ​ອາ​ເມ​ລິ​ກາ​ເປັນ​ເງິນ 899 ລ້ານ​ເອີ​ໂຣ, ​ເພື່ອ​ລົງ​ໂທດ​ການ​ກະທຳທີ່​ບໍ່​ປະຕິບັດ​ຕາມ​ການ​ຕັດສິນ​ການ​ຕ້ານ​ການ​ຜູກຂາດ​ຂອງຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​ໃນ​ເດືອນ​ມີນາ​ປີ 2004 ກ່ອນ​ທີ່​ບໍລິສັດ​ນີ້​ຮັບ​ຜົນ​ການ​ຕັດສິນ​ຂອງ​ສານ​ຕັດ​ສິນ​ເບື້ອງ​ຕົ້ນ​ເອີ​ລົບ​ໃນ​ເດືອນ​ຕຸລາ​ປີ​ກາຍ​ນີ້. ນີ້​ແມ່ນ​ການປັບ​ໄໝການ​ຕ້ານການ​ຜູກຂາດ​ແພງ​ກວ່າ​ໝູ່​ຂອງ​ສະຫະພາບ​ເອີ​ລົບ​ທີ່​ມີ​ຕໍ່​ວິ​ສາ​ຫະກິດ​ໃດ​ໜຶ່ງ​ແຕ່​ອະດີດ​ຈົນມາ​ຮອດ​ປະຈຸ​ບັນ.

ເດືອນ​ມີນາ​ປີ 2004, ຄະນະ​ກຳມະການ​ສະ​ຫະ​ພາບ​ເອີ​ລົບ​ຕັດ​ສິນ​ຄະດີ​ການ​ຜູກ​ຂາດ​ຂອງ​ໄມ​ໂຄຣ​ຊັອຟ, ​ຄື​ຕັດສິນ​ໃຫ້​ບໍລິສັດ​ໄມ​ໂຄຣຊັອຟ​ປະກາດ​ຂໍ້​ມູນ​ຂ່າວສານ​ເຕັກນິກ​ທີ່​ກ່ຽວຂ້ອງ​ຕໍ່​ຄູ່​ແຂ່ງຂັນ​ຂອງ​ຂະ​ແໜງ​ເຄື່ອງ​ເຊີ​ເວີ​ດ້ວຍ​ລາຄາ​ທີ່​ເໝາະ​ສົມ.