ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-28 17:44:33    
ທ່ານ​ໂຣ​ເກີ​ຢືນ​ຢັນ​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ເພື່ອ​ຫຼຸດ​ຜ່ອນ​ມົນ​ລະ​ພິດ​ທາງ​ອາ​ກາດ​ໃຫ້​ໜ້ອຍ​ລົງ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ27​ກຸມພາ​ນີ້,ຢູ່​ນະຄອນ​ແວັງ​ຄູ​ເວີ​ຂອງ​ກາ​ນາ​ຕາ,ທ່ານ​ຈາກ​ເຄິສ ​​ໂຣ​ເກີ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ,​ເຖິງ​ວ່າການ​ມົນ​ລະ​ພິດ​ທາງ​ອາ​ກາດ​ແມ່ນ​ບັນ​ຫາ​ທີ່​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ປະ​ເຊີນ​ກໍ​ຕາມ,​ແຕ່​ຈີນ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​​ໃຫຍ່​ຫຼວງ​​ໃນ​ການ​ປັບ​ປຸງ​​ມົນ​ລະ​ພິດ​ໃຫ້​ໜ້ອຍ​ລົງ.

ທ່ານ​ໂຣ​ເກີ​ຢືນຢັນ​ມາດ​ຕະການ​ຕ່າງໆ​ທີ່​ຈີນ​ໄດ້​ໃຊ້​ເພື່ອ​ຫຼຸດຄວັນ​ລົດ​ໃຫ້​ໜ້ອຍ​ລົງ​ແລະ​ຫຼຸດ​ມົນ​ລະ​ພິດ​ທາງ​ອາ​ກາດ​ໃຫ້​ໜ້ອຍ​ລົງ ຄື ​ປູກ​ໄມ້​ໃຫ້​ເປັນ​ປ່າ ​ໃຊ້​ອາຍ​ແກັສ​ທຳ​ມະ​ຊາດ​ເຂົ້າ​ແທນ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ຖ່ານ​ຫີນ ມີ​ແຜນ​ການ​ຈຳ​ກັດ​ການ​​ແລ່ນ​ລົດ​ໃນ​ຍາມ​ງານ​ກິລາ​ໂອ​ລິ​ມປິກ​​ແລະ​ມາດ​ຕະ​ການ​ອື່ນໆ,​ເຫັນ​ວ່າ​ມາດ​ຕະ​ການ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​​ເດືອນ​ສິງ​ຫາ​ປີ​2008​ທໍ່​ນັ້ນ,​ຍັງ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ຫຼາຍສິບ​ປີ​ຕໍ່​ໜ້າ​ອີກ​ດ້ວຍ.