ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-28 18:13:52    
ຍານ​ອະວະກາດເຊີນ​ໂຈ່​ເລກ 7 ຈະສົ່ງ​ຂຶ້ນ​ສູ່​ອະວະກາດ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້ ນັກ​ບິນ​ອະວະກາດຈີນ​ຈະ​ເຄື່ອນ​ໄຫວ​ຢູ່​ນອກ​ຍານ​ເປັນ​ຄັ້ງ​ທຳ​ອິດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 28 ກຸມພາ​ນີ້,​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ຜູ້​ຮັບຜິດຊອບໂຄງການ​ການບິນ​ອະວະກາດ​ບັນທຸກມະນຸດຂອງ​ຈີນ​ເປີດ​ເຜີຍ​ວ່າ,ຈີນ​ຈະ​ປະຕິບັດ​​ໂຄງການການບິນ​ອະວະກາດ​ບັນທຸກມະນຸດ​ຂອງ​ຍານ​ເຊີນ​ໂຈ່​ເລກ 7 ​ໃນ​ໄລຍະ 6 ​ເດືອນ​ທ້າຍ​ປີ​ນີ້,ນັກ​ບິນ​ອະວະກາດ​ຈີນ​ຈະ​ເຄື່ອນ​ໄຫວ​ຢູ່​ນອກ​ຍານ​ເປັນ​ຄັ້ງ​ທຳ​ອິດ.ປະຈຸ​ບັນ,ວຽກ​ງານ​ກະກຽມ​ຕ່າງໆ​ພວມ​ດຳ​ເນີນ​ໄປ​ຕາມ​ແຜນການ.

ຜູ້​ຮັບຜິດຊອບ​ຜູ້​ນີ້​ກ່າວ​ວ່າ,ຕາມ​ແຜນການ​​ແລ້ວ,​ຍານ​ອະວະກາດເຊີນ​ໂຈ່​ເລກ 7 ຈະ​ຖືກສົ່ງ​ຂຶ້ນ​ສູ່​ອະວະກາດ​ຈາກ​ສູນສົ່ງ​ດາວ​ທຽມ​ຈີວຊວນ​ແຂວງ​ການ​ຊູ້​ຈີນ,​ໃນ​ໄລຍະ​ບິນໂຄຈອນ,ນັກ​ບິນ​ອະວະກາດ​ຈະ​ອອກ​ຈາກ​ຍານ​ເພື່ອເຄື່ອນ​ໄຫວ​ຢູ່​ໃນ​ອະວະກາດ,ດຳ​ເນີນ​ການ​ທົດ​ລອງ​ວິທະຍາສາດຕໍ່​ວັດຖຸ​ໃນ​ອະວະກາດ,​ແລະ​ປ່ອຍ​ດາວ​ທຽມ​ນ້ອຍ​ທີ່​ບິນ​ໄປ​ນຳ​ກັນ.ປະຈຸ​ບັນ,ນັກ​ບິນ​ອະວະກາດ​ພວມ​ຝຶກ​ແອບ​ຢ່າງ​ເຄັ່ງຄັດຢູ່.