ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-28 19:20:18    
ລັດຖະ​ບານ​ຈີນ​ປະກາດ​ປື້​ມປົກ​ຂາວ《ການ​ສ້າງ​ສາ​ການ​ປົກ​ຄອງ​ດ້ວຍ​ກົດ​ໝາຍ​ຂອງ​ຈີນ》ສະ​ບັບ​ທຳ​ອິດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 28 ກຸມພາ​ນີ້,ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງລັດຖະບານ​ຈີນ​ໄດ້​ປະກາດ​ປື້​ມປົກຂາວ《ການ​ສ້າງສາ​ການ​ປົກຄອງ​ດ້ວຍກົດໝາຍ​ຂອງ​ຈີນ》.

ປື້​ມປົກຂາວ​ທີ່​ລັດຖະບານ​ຈີນ​ປະກາດ​​ເປັນ​ຄັ້ງ​ທຳ​ອິດ​ສະບັບ​ນີ້​ແບ່ງ​ເປັນ 11 ພາກ,​ໄດ້​ແນະນຳ​ສະພາບ​ລະບຽບກົດໝາຍ​ຂອງ​ຈີນ​ນັບ​ແຕ່​ສ.ປ.ຈີນສ້າງ​ຕັ້ງ​ຂຶ້ນເກືອບ 60 ປີ​ມາ​ນີ້,​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ຈີນ​ດຳ​ເນີນການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ 30 ປີ​ມາ​ນີ້.

ປື້​ມປົກຂາວ​ຂຽນ​ວ່າ,ຈີນ​ໄດ້​ກຳນົດ​ນະ​ໂຍບາຍ​ພື້ນຖານ​ທີ່​ປົກຄອງ​ດ້ວຍ​ກົດໝາຍ,ຄວາມ​ສາມາດ​ກຳ​ອຳນາດ​ດ້ວຍ​ກົດໝາຍ​ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.ຜ່ານ​ຈາກ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເປັນ​ເວລາຫຼາຍ​ປີ,ລະບຽບ​ກົດໝາຍ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ທີ່​ເອົາ​ລັດ​ຖະທຳ​ມະນູນ​ເປັນ​ແກນ​ກາງ​ນັ້ນ​ໄດ້​ຈໍ່​ຕົວ​ຂຶ້ນ​ໂດຍ​ພື້ນຖານ​ແລ້ວ.

ປື້​ມປົກຂາວ​ຂຽນ​ວ່າ,ປະຈຸ​ບັນ,ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ​ພ້ອມ​ດ້ວຍ​ຄະນະ​ປະຈຳຂອງ​ສະພາ​ໄດ້​ສ້າງກົດໝາຍ​ທີ່​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ປະຈຸ​ບັນລວມ 229 ສະບັບ.