ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-29 16:01:59    
ທ່ານ​ຊິນ​ກ່າງ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຄະ​ນະ​ກຳ​ມະ ການ​ການ​ຕ່າງ​ປະ​ເທດ​ຂອງ​​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ທີ່​ຮັບ​ຮອງ​ມະ​ຕິ​ກ່ຽວ​ພັນ​ເຖິງ​ໄຕ້​ຫວັນ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ29​ກຸມພາ​ນີ້,ທ່ານ​ຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຄະ​ນະ​ກຳ​ມະ​ການ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ຜ່ານ​ມະ​ຕິ​ທີ່​ວ່າ​ສະ​ໜັບ​ສະ​ໜູນ​ການ​ເລືອກ​ຕັ້ງ​ແບບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ໄຕ້​ຫວັນ​ເມື່ອ​ວັນ​ທີ27​ກຸມ​ພາ​ນີ້.

ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ຄະນະ​ກຳມະການ​ຕ່າງປະ​ເທດ​ຂອງ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ບໍ່​​ເອົາ​ຫົວ​ຊາ​ນຳ​ການ​​​ຕໍ່​ວ່າ​ຕໍ່​ຂານ​ຂອງ​ຝ່າຍ​ຈີນ,​ຕັ້ງ​​ໃຈ​ຮັບ​ຮອງ​ມະ​ຕິ​ທີ່​ວ່າ​ສະ​ໜັບ​ສະ​ໜູນ​ການ​ເລືອກ​ຕັ້ງ​ແບບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ໄຕ້​ຫວັນ,​ໄດ້​ລະ​ເມີດ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ,​ແລະ​ໄດ້​ສົ່ງ​ສັນ​ຍານ​ຜິດ​ພາດ​ໃຫ້​ເຈົ້າ​ໜ້າ​ທີ່​ເຊິ​ນສຸນ​ປຽນ.​ຝ່າຍ​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ຕໍ່​ເລື່ອງ​ນີ້.

ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ຝ່າຍ​ຈີນ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ອາ​ເມ​ລິ​ກາ​ຮັບ​ຮູ້ຢ່າງ​ຊັດ​ເຈນ​ຕໍ່​ຄວາມ​ສັບສົນ​ແລະ​ຄວາມ​ອ່ອນ​ໄຫວ​ຂອງ​ສະຖານະ​ການ​ໄຕ້​ຫວັນ​ໃນ​ປະຈຸ​ບັນ​ນີ້​​ແລະ​​ເນື້ອ​ແທ້​ຂອງ​ເຈົ້າ​ໜ້າ​ທີ່​​ເຊິນ​ສຸຍ​ປຽນ​ທີ່​ຢາກ​ແບ່ງ​​ແຍກ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ,​ໃຊ້​ມາດ​ຕະ​ການ​ກຳ​ຈັດ​ຜົນ​ກະ​ທົບ​ທາງ​ລົບ​ຂອງ​ຍັດ​ຕິ​ດັ່ງ​ກ່າວ,​ແລະ​ຢຸດ​ຕິ​ການ​ສົ່ງ​ສັນ​ຍານ​ຜິດ​ພາດ​​ໃດໆ​ໃຫ້​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ທີ່​ຢາກ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ.