ທ່ານບຸສປະຕິເສດບໍ່ຍອມຮັບວ່າເສດຖະກິດອາເມລິກາຈະຊຸດໂຊງລົງ
cri
Author: m
ຕາມຂ່າວ CRI: ວັນທີ 28 ກຸມພານີ້, ທ່ານບຸສ ປະທານາທິບໍດີອາເມລິກາກ່າວວ່າ, ເສດຖະກິດອາເມລິກາບໍ່ໄດ້ຊຸດໂຊງລົງ.
ມື້ດຽວກັນ, ໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ທຳນຽບຂາວ, ທ່ານບຸສກ່າວວ່າ, ເຖິງວ່າຫຼາຍຄົນຮຽກຮ້ອງໃຫ້ລັດຖະບານໃຊ້ມາດຕະການກະຕຸ້ນການພັດທະນາດ້ານເສດຖະກິດໂດຍສະເພາະກໍ່ຕາມ, ແຕ່ທ່ານເຫັນວ່າ, ຄວນໃຫ້ໃຊ້ແຜນການກະຕຸ້ນເສດຖະກິດຢ່າງເປັນລະບົບທີ່ລັດຖະບານອາເມລິກາຮັບຮອງໃນຫວ່າງມໍ່ໆນີ້ເສີມຂະຫຍາຍບົດບາດກ່ອນ.
ຕົວເລກເສດຖະກິດຫຼ້າສຸດສະແດງໃຫ້ເຫັນວ່າ, ຕະຫຼາດອະສັງຫາລິມຊັບຂອງອາເມລິກາຊຸດໂຊງລົງອີກ, ວິກິດການສິນເຊື່ອສືບ ຕໍ່ຊຸກໜັກລົງອີກ, ອັດຕາເພີ່ມຂຶ້ນຂອງເສດຖະກິດອາເມລິກາຊ້າລົງຫຼາຍ, ເກືອບຈະຕົກຢູ່ໃນສະພາບການຢຸດນິ້ງ, ອັດຕາເພີ່ມຂຶ້ນຂອງເສດຖະກິດໃນໄຕມາດທີ 4 ຂອງປີກາຍນີ້ມີພຽງແຕ່ 0,6%.
|
|