ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-01 17:11:41    
ກະ​ຊວງ​ກະ​ສິ​ກຳ​ຈີນ​ຈັດ​ກິດ​ຈະ​ກຳ​ຊ່ວຍ​ເຫລືອ​ງານ​ກິ​ລາ​ໂອ​ລິມ​ປິກ ຮັບ​ປະ​ກັນ​ການ​ສະ​ຫນອງ​ແລະ​ຄວາມ​ປອດ​ໄພ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 29 ກຸມພາ​ນີ້ ກະຊວງ​ກະສິກຳ​ຈີນ​ພ້ອມ​ກັບ ອົງການ​ປົກຄອງຂອງ13 ​ແຂວງ ກຳ​ແພງ​ນະຄອນ​ແລະ​ເຂດ​ເຊັ່ນ​ ​ນະຄອນ​ປັກ​ກິ່ງ ນະຄອນ​ທຽນ​ສິງ​​ແລະ​ແຂວງເຫີ​ໄປ​ເປັນຕົ້ນ​ໄດ້​ຈັດ​ກິດຈະກຳ​ຮັບປະກັນ​ຄຸນ​ນະພາ​ບ​ແລະ​ຄວາມ​ປອດ​ໄພ​ຂອງ​ຜະລິດ​ຕະພັນ​ກະສິກ​ໂດຍ​ມີ​ຫົວ​ຂໍ້ວ່າ ຮັບປະກັນ​ຄຸນ​ນະພາ​ບ ຮັບປະກັນ​ຄວາມ​ປອດ​ໄພ ​ແລະ​ຊ່ວ​ຍ​ເຫລືອ​ງານ​ກິລາ​ໂອ​ລິ​ມປິກ.
ຈັດກິດຈະກຳ​ດັ່ງກ່າວ​ແມ່ນ​ເພື່ອ​ຮັບປະກັນ​ໃຫ້​ຜະລິດ​ຕະພັນ​ກະສິກຳ​ທີ່​ສະ​ຫນອງ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ນັ້ນມີ​ປະລິມານ​ພຽງພໍ, ຄຸນນະພາ​ບ​ປອດ​ໄພ​.

ມື້​ດຽວ​ກັນ,ທ່ານ​ຊຸນ​ເຈິ້ງ​ຊາຍ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ, ຈີນ​ມີ​ຄວາມ​ສາມາດ​ຢ່າງ​ເຕັມທີ່ຮັບປະກັນ​ການ​ສະຫນອງ​ຜະລິດ​ຕະພັນ​ກະສິກຳ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ, ​ເມື່ອ​ໄດ້​ຈັດ​ກິດຈະກຳ​ນີ້​ແລ້ວ, ກະຊວງ​ກະສິກຳ​ຈີນ​ຈະ​ປະຕິບັດ​ລະບຽບ​ການ​ອະນຸຍາດ​ໃຫ້ບ່ອນ​ຜະລິດທີ່​ຄຸນ​ນະພາ​ບປອດ​ໄພ​ມີ​ສິດ​ສົ່ງ​ອອກ​ແລະ​ອະນຸຍາດ​ໃຫ້​ບ່ອນ​ຂາຍ​ມີ​ສິດ​ນຳ​ເຂົ້າຢ່າງ​ເຄັ່ງ​ຂັດ,​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ສ້າງ​ລະບຽບ​ການ​ຕິດຕາມ​ຄວາມ​ປອດ​ໄພ,​ເຮັດ​ວຽກ​ງານຮັບປະກັນ​ການ​ສະຫນອງ​ແລະ​ຄຸນ​ນະພາ​ບຜະລິດ​ຕະພັນປອດ​ໄພ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ດີ​ຕື່ມ​ອີກ.