ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-02 16:30:31    
ຕັ້ງ​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້ ຈີນ​ລວມ​ມີ 1 ລ້ານ​ກວ່າ​ຄົນ​ໄດ້​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ

cri
ຕາມ​ຂ່າວສານ​ຊີ​ນຮວາ: ​ນັບແຕ່​ປີ 1978 ຮອດ​ທ້າຍ​ປີ 2006, ຈຳນວນ​ຄົນ​ຈີນ​ທີ່​ໄປ​ຮຽນຄວາມ​ຮູ້​ປະ​ເພດ​ຕ່າງໆ​ຢູ່​ຕ່າງປະ​ເທດ​ໄດ້​ບັນລຸ 1 ລ້ານ 6 ຫມື່ນ 7 ພັນ​ຄົນ, ຢູ່ຮຽນຈົບ​ແລ້ວ​ກັບ​ຄືນ​ປະ​ເທດ​ມີ 2 ​ແສນ 7 ຫມື່ນ 5 ພັນ​ຄົນ.

ນາງ​ຈ່າງ​ຊິ້ວຊິນ ຫົວຫນ້າ​ກົມ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ກັບ​ສາກົນ​ຂອງ​ກະຊວງ​ສຶກສາ​ທິການ​ຈີນ​ກ່າວ​ວ່າ, ຈີນ​ຍຶດຫມັ້ນທິດ​ທາງ​ທີ່​ສະຫນັບສະ ຫນູນ​ການ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ,ສົ່ງ​ເສີ​ມ​ໃຫ້ກັບ​ຄືນ​ປະ​ເທດ​ຫລັງ​ຈາກ​ຮຽນ​ຈົບ,​ແຕ່​​ໄປມາ​ເສລີ​,ບໍ່​ພຽງ​ແຕ່​ໄດ້ຕັ້ງຫນ້າ​​ໃຫ້ການ​ຊ່ວຍ​​ເຫລືອ​ແກ່​ຜູ່​ໄປ​ຮຽນ​ຢູ່​ຕ່າງປະ​ເທດທໍ່​ນັ້ນ, ຍັງ​​ໄດ້​ໃຊ້​ມາດ​ຕະການ​ຕ່າງໆສົ່ງ​ເສີມ​ໃຫ້​ຜູ່​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ນັ້ນກັບ​ຄື​ນມາ​ພັດທະນາ​ຢູ່ປະ​ເທດຕົນ.ນອກ​ນີ້,ນັກ​ສຶກສາ​ຕ່າງປະ​ເທດ​ມາ​ຮຽນ​ຢູ່​ຈີນ​ກໍ່​​ເພີ່ມ​ຂຶ້ນ​ຢ່າງ​ຫມັ້ນທ່ຽງ. ​

ແຕ່​ປີ 2001 ຫາ​ປີ 2006, ​ໄດ້​ເພີ່ມ​ຂຶ້ນ 20%.ນາງ​ຈ່າງ​ຊິ້ວຊິນ​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ເພື່ອ​​ໃຫ້​ຈີນ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ນັກ​ສຶກສາ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ແລະ​ກໍ່​ມີ​ນັກ​ສຶກສາ​ຕ່າງປະ​ເທດ​ມາຣຽໜຢູ່​ຈີນ​ຫລາຍ​ຂຶ້ນ.