ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-03 16:52:37    
ລະ​ບອບ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເປັນ​ລະ​ບອບ​ການ​ເມືອງ​ພື້ນ​ຖານ​ທີ່​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ

cri
ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເຊິ່ງ​ເປັນອົງການ​ອຳນາດ​ແຫ່ງ​ຊາດສູງ​ສຸດ​ຂອງ​ຈີນຈະ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ5​ມີນາ​ນີ້, ​ໃນ​ລາຍການ​ສຸມ​ໜ້າ​ກ້ອງ​ໃສ່​ກອງ​ປະຊຸມ​ສອງ​ສະພາ​ມື້​ນີ້, ພວກ​ເຮົາ​ຈະ​ແນະນຳ​ລະບອບ​ສະພາ​ປະຊາຊົນ​ເຊິ່ງ​ເປັນ​ລະບອບ​ການ​ເມືອງ​ພື້ນຖານ​ຂອງ​ຈີນ​ສູ່​ທ່ານ​ຟັງ.

​ໃນ10​ປີ​ກ່ອນ, ນາງ​ຫູ​ສິວ​ແຢ້ນທີ່​ອາຍຸ34​ປີ​ໄດ້​ຈາກ​ແຂວງ​ເຊ​ສວນ ​ເຊິ່ງ​ເປັນ​ແຂວງ​ທີ່​ມີ​ປະຊາກອນ​ຫຼາຍ​ກວ່າ​ໝູ່​ຂອງ​ຈີນ​ໄປ​ເຮັດ​ວຽກ​ຢູ່​ແຂວງ​ກວງ​ຕົ້ງ ທີ່​ຢູ່​​ແຖວ​ໜ້າ​ແຫ່ງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ, ​ໂດຍ​ຜ່ານ​ຈາກ​ຄວາມ​ພະຍາຍາມ​ຂອງ​ຕົນ, ດຽວ​ນີ້, ນາງ​ແມ່ນຫົວໜ້າຂອງ​ຫ້ອງ​ຈັກ​ຂອງ​ໂຮງງານ​ເຄື່ອງ​ປັ້ນດິນ​ເຜົາ​ແຫ່ງ​ໜຶ່ງ​ຢູ່​ເມືອງ​​ໂຝຊ່ານ​ແຂວງ​ກວງ​ຕົ້ງ. ​ໃນ​ຫຼາຍ​ມື້​ມາ​ນີ້, ​ໃນ​ຖານະ​ເປັນ​ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ເປັນ​ກຳມະກອນ​ທີ່​ມາ​ຈາກ​ຊົນນະບົດ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນງວດ​ທຳ​ອິດ​ຂອງ​ຈີນ, ນາງ​ພວມຂຸ້ນ​ນຳ​ການ​ເກັບ​ໂຮມ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ກຳມະກອນ​ທັງຫຼາຍ.

ປະຈຸ​ບັນ, ຈີນ​ມີ​ປະຊາກອນ150​ລ້ານ​ຄົນ​ຄື​ກັນ​ກັບ​ນາງ​ຫູ​ສິວ​ແຢ້ນ, ​ເດີນທາງ​ອອກ​ຈາກຊົນນະບົດ, ​ໄປ​ຊອກ​ວຽກ​ເຮັດ​ງານ​ທຳ​ຢູ່​ໃນ​ຕົວ​ເມືອງ. ກຸ່ມຄົນ​ດັ່ງກ່າວ​ທີ່​ຖືກ​ຄົນ​ທັງຫຼາຍ​ເອີ້ນ​ເປັນ​ກຳມະ​ກອນ​ທີ່​ມາ​ຈາກ​ຊົນນະບົດ​ເຫຼົ່າ​ນີ້​ໄດ້​ລື່ນ​ກາຍ1​ສ່ວນ10​ຂອງ​ປະຊາກອນ​ຈີນ. ວັນ​ທີ5​ມີນາ​ນີ້, ນາງ​ຫູ​ສິວ​ແຢ້ນຈະ​ພ້ອມ​ກັນ​ກັບ​ຜູ້​ແທນ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ໃໝ່​ເກືອບ3​ພັນ​ຄົນ, ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທັງ​ນີ້​ໝາຍ​ຄວາມ​ວ່າ​ກຳມະກອນ​ທີ່​ມາ​ຈາ​ກຊົນນະບົດ ​ເຊິ່ງ​ເປັນ​ກຸ່ມ​ຄົນ​ພິ​ເສດດັ່ງກ່າວ​ຈະ​ປະກອບ​ຄຳ​ຄິດຄຳ​ເຫັນ​ຂອງ​ຕົນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ອົງການ​ອຳນາດ​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ຈີນ.

ລັດຖະທຳ​ມະນູນ​ຂອງ​ຈີນ​ກຳນົດ​ໄວ້​ວ່າ​ອຳນາດທຸກ​ຢ່າງ​ຂອງ​ລັດ​​ເປັນ​ຂອງປະຊາຊົນ,ອົງການປະຊາຊົນທີ່​ໃຊ້​ອຳນາດ​ຂອງ​ລັດ​ແມ່ນ​ສະພາ​ປະຊາຊົນ​ແຫ່ງ​ຊາດແລະ​ສະພາ​ປະຊາຊົນ​ທຸກຂັ້ນ​ຂອງ​ທ້ອງ​ຖິ່ນ.ສະມາຊິກຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ກໍແມ່ນ​ຜູ່​ແທນຂອງ​ສະພາ​ປະຊາຊົນ,​ແມ່ນກຳ​ເນີ​ດຂຶ້ນ​ໂດຍ​ຜ່ານ​ການ​ເລືອກ​ຕັ້ງ​​ແບບປະຊາທິປະ​ໄຕ,ຮັບຜິດຊອບ​ຕໍ່​ປະຊາຊົນ,​ຮັບ​ການ​ຕິດຕາມກວດກາ​ຂອງ​ປະຊາຊົນ.ນີ້​ກໍແມ່ນເຊິ່ງ​ເປັນ​ລະບອບ​ສະພາ​ປະຊາຊົນ​​ເຊິ່ງ​ເປັນລະບອບ​ການ​ເມືອງ​ພື້ນຖານຂອງ​ຈີນ​​.

ຈາກ​ນີ້​ກໍເຫັນ​ໄດ້​ວ່າ,ທາດ​ແທ້​ຂອງ​ລະ​ບອບ​ສະພາ​ປະຊາຊົນ​ກໍ່​ແມ່ນ​ໃຫ້​ປະຊາຊົນ​ເປັນ​ເຈົ້າບ້ານ​ເມືອງ.ພາຍ​ໃຕ້ລະບອບ​ດັ່ງກ່າວ, ອຳນາດ​ທັງ​ໝົດ​ຂອງ​ລັດ​​ໄດ້​ກຳ​ຢູ່​ໃນ​ມື​ຂອງ​ປະຊາຊົນໃນ​ທີ່​ສຸດ.​ແຕ່​ວ່າ,ມີ​ຜູ່​ຟັງບາງ​ຄົນ​ອາດ​ຈະ​ຖາມ​ວ່າ,ຈີນ​ມີ​ປະຊາກອນ​ຫຼາຍປານ​ນີ້,​ເຮັດແນວ​ໃດ​ຈິ່ງ​ສາມາດ​ເຮັດ​ໃຫ້​ປະຊາຊົນ​ຈີນ1ຕື້300ລ້ານ​ຄົນ​​ໃຊ້ອຳນາດເປັນ​ເຈົ້າບ້ານ​ເມືອງ​ຢ່າງ​​ແທ້​ຈິງ?​ຕໍ່​ໄປ​ຈະຄ່ອຍໆ​ເວົ້າ​ສູ່​ທ່ານ​ຟັງ:ຜູ່​ແທນ​ສະພາ​ປະຊາຊົນ​ທີ່​ສະພາ​ປະຊາຊົນ​ຈີນ​ເລືອກຕັ້ງ​ນັ້ນມີ​ພື້ນຖານ​ມວນ​ຊົນ​ອັນ​ກວ້າງຂວາງຊຶ່ງລວມທັງ​ບຸກຄົນ​ທຸກ​ຊັ້ນ​ວັນນະ,​ທຸກ​ທ້ອງ​ຖິ່ນ,ທຸກ​ຊົນ​ເຜົ່າ,ທຸກ​ໆ​ຝ່າຍ.ພາຍ​ໃຕ້​ສພາບ​ທີ່​ປະຊາຊົນ​ເຂົ້າ​ຮ່ວມຢ່າງ​​ເຕັມທີ່,ຮູບ​ການຈັດ​ຕັ້ງ​​ແບບສະພາ​ປະຊາຊົນ​ສາມາດ​ໂຮມ​ສູນ​ຜົນ​ປະ​ໂຫຍດຮ່ວມ​ຂອງຊັ້ນ​ຄົນ​ຕ່າງ​ກັນ​ພາຍ​​ໃນໝູ່​ປະຊາຊົນ,ທັງ​ສາມາດສ່ອງ​ແສງ​ແລະ​ປະສານ​ງານ​ຜົນ​ປະ​ໂຫຍ​ດພິ​ເສດ​ຂອງ​​ຝ່າຍຕ່າງໆ,​ເຮັດ​ໃຫ້​​ແຕ່ລະຊັ້ນ​ຄົນຂອງ​ສັງຄົມ​ລ້ວນ​ແຕ່​ມີ​ໂຄສົກ​ການ​ເມືອງ​ຂອງ​ຕົນ.​ນາງ​ຫູ​ສຽວອ້ຽນທີ່ກ່າວ​ມາ​ເມື່ອ​ກີ້​ນີ້ກໍ່​​ໄດ້ຕາງໜ້າ​​ໃຫ້​ແກ່ຜົນ​ປະ​ໂຫຍດຂອງ" ​ຊາວນາທີ່​ໄປ​ເຮັດ​ວຽກ​ຢູ່​ໃນ​ເມືອງ"​ເຊິ່ງ​ເປັນຊຸມ​ຊົນ​ພິ​​ເສດທີ່​ມີ​ຂຶ້ນ​ໃໝ່.

"ປະຊາຊົນ​ເລືອກ​ຂ້າພະ​ເຈົ້າ​ເປັນ​ຜູ້​ແທນ ຂ້າພະ​ເຈົ້າກໍ​ຕ້ອງ​ເປັນ​ຜູ້​ແທນ​ທີ່​ຮັບ​ໃຊ້​ປະຊາ​ຊົນ", ​ໃນ​ເວລາ​ສະຫຼຸບ​ວຽກ​ງານ​ຂອງ​ຜູ້​ແທນ​ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ10, ທ່ານ​ອູ​ປາງ​ກົວ ປະ​ທານ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ໃນ5ປີ​ມາ​ນີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້ສຳ​ຫຼວດ​ກວດ​ກາ​ຍັດຕິ​ຂອງ​ຜູ້​ແທນ3772ຂໍ້, ຂໍ້​ສະ​ເໜີ​ຂອງ​ຜູ້​ແທນ2​ໝື່ນ9​ພັນ​ກວ່າ​ຂໍ້, ສິດ​ຮັບ​ຮູ້​ຄວາມ​ຈິງ​ຂອງ​ຜູ້​ແທນ​ໄດ້​ຮັບ​ການ​ຮັບປະກັນ, ຄູນ​ນະພາ​ບ​ແຫ່ງ​ການ​ສຳ​ຫຼວດກວດ​ກາ​ຍັດຕິ​ແລະ​ຂໍ້​ສະ​ເໜີ​ຂອງ​ຜູ້​ແທນ​ໄດ້​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ​​ຜູ້​ແທນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຫຼາຍ​ຂຶ້ນ​ຕື່ມ​ອີກ.

ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແຕ່​ລະ​ຊຸດ​ມີ​ອາຍຸ​ການ5ປີ, ​ແຕ່ລະ​ປີ​ຈະ​ຈັດ​ກອງ​ປະ​ຊຸມ​ປະຈຳ​ຄັ້ງ​ໜຶ່ງ. ກອງ​ປະຊຸມ​ປະຈຳ​ປີ​ທີ່​ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ5ມີນາ​ແມ່ນ​ກອງ​ປະຊຸມ​ເທື່ອ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫງ​ຊາດ​ຈີນ​ຊຸດ​ໃໝ່, ຈະ​​ໄຂ​ເປັນ​ເວລາ​ປະມານ​ສອງ​ອາທິດ. ​ໃນ​ກອງ​ປະ​ຊຸມ, ຜູ້​ແທນ​ທັງຫຼາຍ​ຈະ​ຮັບ​ຟັງ​ແລະ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ ພິຈາ​ລະນາ​ແລະ​ອະນຸມັດ​​ບົດ​ລາຍ​ງານ​ກ່ຽວ​ກັບ​ແຜນ​ພັດທະ​ນາເສດ​ຖະກິດ​ແຫ່ງ​ຊາດ​ແລະ​ສັງຄົມ​ພ້ອມ​ດ້ວຍ​ບົດ​ລາຍ​ງານ​ງົບປະ​ມານ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ, ນອກ​ນັ້ນ, ​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ຍັງ​ຈະ​ດຳ​ເນີນ​ວາລະ​ປະຊຸມ​ອັນ​ສຳຄັນ​ສອງ​ຢ່າງ, ຄື​ເລືອກ​ຕັ້ງ​ແລະ​ຕົກລົງ​ຜູ້ນຳ​ຂອງ​ອົງການ​ຈັດ​ຕັ້ງ​ແຫ່ງ​ລັດ​ຖະບານ​ຊຸດ​ໃໝ່, ພິຈາລະນາ​ແຜ​ນການ​ປະຕິ​ຮູບ​ຄະນະ​ລັດຖະບານ.