ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-03 15:44:38    
ສຸມ​ໜ້າ​ກ້ອງ​ໃສ່​ກອງ​ປະຊຸ​ມ​ສອງ​ສະ​ພາ: ກອງ​ປະ​ຊຸມ​ປະຈຳ​ປີ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ມີ​ກຳ​ມະ​ການ​ເຄິ່ງ​ໜຶ່ງ​ຂຶ້ນ​ໄປ​ແມ່ນ​ກຳ​ມະ​ການ​ໃໝ່

cri

ທີ່​ນີ້, ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການ​ສຸມ​ໜ້າ​ກ້ອງ​ໃສ່​ກອງ​ປະຊຸມ​ສອງ​ສະພາ. ກອງ​ປະຊຸມ​ຄັ້ງ​ທີ​ໜຶ່ງ​ຂອງ​ຄະນະ​ກຳມະກາ​ນ​ແຫ່ງ​ຊາດ​ສະ​ໄໝ​ໃໝ່​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ. ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ໄດ້​ເສີມ​ຂະຫຍາຍ​ບົດບາດ​ແນວ​ໃດ​​ແດ່ໃນ​ຊີວິດ​ການ​ເມືອງ​ຂອງ​ຈີນ? ບັນດາກຳມະການ​ທັງຫຼາຍ​​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ແນວ​ໃດ​ຕໍ່​ການ​ພັດທະນາ​ຂອງ​ຈີນ? ​ໃນ​ລາຍ​ການ​ມື້​ນີ້, ພວກ​ເຮົາ​ຈະ​ແນະນຳ​ສູ່​ທ່ານ​ຟັງ​ຢ່າງ​ລະອຽດ.

ຕອນ​ເຊົ້າ​ວັນ​ທີ28ກຸມພາ​ແລ້ວນີ້, ນາງ​ອຽນຮຸ້ຍອິງ​ໄດ້​ຂັບ​ລົດ​ອອກ​ຈາກ​ເຮືອນ​ຄື​ທຸກໆ​ມື້, ​ແຕ່​ຈຸດໝາຍ​ປາຍທາງ​ຂອງ​ນາງ​​ມື້​ນີ້​ບໍ່​ແມ່ນ​ບໍລິສັດ​ຂອງ​ຕົນ​ທີ່​ຕັ້ງ​ຢູ່​ຄຸ້ມCBDຄື​ຄຸ້ມ​ການ​ຄ້າ​ສູນ​ກາງ​ຢູ່ປັກ​ກິ່ງ, ຫາກ​ແມ່ນ​ຫ້ອງການ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ. ມື້​ນີ້, ນາງ​ຈະ​ພ້ອມ​ກັນ​ກັບ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ທ່ານ​ອື່ນໆ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃໝ່​ໄປ​ເຂົ້າ​ຮ່ວມ​ຊຸດ​ອົບຮົມ, ​ທຳ​ການ​ກະກຽມ​ເພື່ອ​ກອງ​ປະຊຸມປະຈຳ​ປີ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປ​ະຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ3​ມີນາ​ນີ້. ອີງ​ຕາມ​ການ​ກຳນົດ, ອາຍຸ​ຕຳ​ແໜ່​ງຂອງກຳມະການ​ສະພາ​ປຶກສາ​ການ​ເມືອງ​​ແຕ່ລະຊຸດ​​ແມ່ນ5​ປີ, ປີ​ນີ້​ແມ່ນ​ນາງ​ອຽນຮຸ້ຍອິງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາປຶກສາ​ການ​ເມືອງ​ເປັນ​ຄັ້ງ​ທຳ​ອິດ.

​ແຕ່ຍັງ​ນ້ອຍ, ຂ້າພະ​ເຈົ້າ​ກໍ​​ໄດ້​ຮູ້​ຄວາມ​ໝາຍ​ຂອງ​ຄຳ​ວ່າ​ເຂົ້າ​ຮ່ວມ​ແລະ​ປຶກສາ​ຫາລື​ວຽກ​ບ້ານການ​ເມືອງ. ​ເວົ້າ​ສຳລັບ​ປັນຍາ​ຊົນ​​ຄື​ຂ້າພະ​ເຈົ້ານີ້​ແລ້ວ, ພວກ​ຂ້າພະ​ເຈົ້າ​ມີໜ້າ​ທີ່​ຮັບຜິດຊອບ​ໃຫ້​ລັດຖະບານ​​ໄດ້​ຍິນສຽງ​ທີ່​ຕ່າງ​ກັນ​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ປະ​ເທດ​ແລະ​ເລື່ອງ​ລາວ​ທີ່​ປະຊາຊົນ​ສົນ​ໃຈ, ​ເພື່ອ​​ໃຫ້​ລັດ​ຖະບານ​ຮັບ​ໃຊ້​ປະຊາຊົນ​​ໄດ້​ດີກ​ວ່າ​ເກົ່າ​, ກໍ​ຮູ້ສຶກ​ວ່າຕົນ​ເອງ​ມີໜ້າ​ທີ່​ຮັບຜິດຊອບອັນ​ໜັກ​ໜາ.

​ໃນຍາມ​ຍັງ​ໜຸ່ມ, ນາງອຽນຮຸ້ຍອິ່ງ​ໄດ້​ໄປ​ຮຽນ​ຢູ່​ອາ​ເມ​ລິ​ກາ, ຫຼັງ​ຈາກ​ໄດ້​ຮັບ​ປະ​ລິ​ນຍາ​ໂທວິຊາຄຸ້ມ​ຄອງ​ວິ​ສາ​ຫະກິດ​ແລ້ວ​ນາງກັບ​ມາ​ສ້າງ​ພາລະກິດ​ຢູ່​ປະ​ເທດ​ຕົນ. ກຸ່ມ​ບໍລິສັດ​ຂອງ​ນາງ​ເຄີຍ​ໄດ້ສ້າງ​ສຳ​ເລັດ​ໂຄງການ​ສຳຄັນ​ຫຼາຍ​ໂຄງການ​ຂອງ​ຈີນ ປີ​ນີ້, ນາງ44​ປີ​ແລ້ວ. ​ເມື່ອ​ເວົ້າ​ເຖິງ​​ເລື່ອງ​ທີ່ນາງໄດ້​​ເປັນ​ກຳມະການ​ສະພາ​ປຶກສາ​ການ​ເມືອງ, ນາງ​ຕື່ນ​ເຕັ້ນ​ທັງ​ຮູ້ສຶກ​ຕົນ​ເອງ​ມີໜ້າ​ທີ່ຮັບຜິດຊອບ​ອັນ​ໜັກ​ໜາ. ກຳມະການ​​ໃໝ່​ທີ່​​ໄດ້​ມາ​ຮ່ວມ​ປະຊຸມ​ສະພາ​ດ້ວຍ​ຈິດ​​ໃຈ​ຄື​ກັນ​ກັບ​ນາງ​ອ່ຽນ​ຮຸ້ຍອິ່ງນັ້ນຍັງ​ມີ​ຫຼາຍ​ຄົນ, ພວກ​ເຂົາ​ເຈົ້າ​ໄດ້​ກວມ55%ຂອງ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ນີ້.

ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ແມ່ນ​ອົງການ​ສຳຄັນທີ່​ມີ​ຫຼາຍ​ພັກ​ຮ່ວມ​ມື​ກັນ​ປຶກສາຫາລື​ການ​ເມືອງ​ພາຍ​ໃຕ້​ການນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຈີນ, ​ແມ່ນ​ຮູບ​ການ​ສຳຄັນ​ທີ່​ເສີມ​ຂະຫຍາຍ​​ປະຊາທິປະ​ໄຕ​ແບບ​ສັງຄົມ​ນິຍົມ, ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ມີ​ຄະນະ​ກຳມະການ​ທົ່ວ​ປະ​ເທດ​ແລະ​ຄະນະ​ກຳມະການ​ທ້ອງ​ຖິ່ນ. ກອງ​ປະຊຸມ​ປະຈຳ​ປີ​ຂອງ​ກຳມະການ​ທົ່ວ​ປະ​ເທດ​ສະພາ​ປຶກສາ​ການ​ເມືອງປະຊາ ຊົນ ຈີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ມີນາ​ນີ້​ແມ່ນຮູບ​ການ​ປຶກສາ​ຫາລື​ຂັ້ນ​ສູງ​ສຸດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ.ບັນດາກຳມະ ການທີ່​ມາ​ຈາກ 34 ວົງ​ການ​ເຊັ່ນ: ພັກ​ກອມ​ມູນິດ​ຈີນ ພັກຝ່າຍປະຊາທິປະ​ໄຕ ບຸກຄົນ​ທີ່​ບໍ່​ສັງກັດ​ພັກ​ຝ່າຍ​ໃດ, ອົງການ​ຈັດ​ຕັ້ງ ປະຊາຊົນບັນດາ ​ຊົນເຜົ່າສ່ວນ​ໜ້ອຍ ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ແລະ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ​ເປັນ​ຕົ້ນ​ຈະ​ເຕົ້າ​ໂຮມ​ກັນ​ຢູ່​ປັກ​ກິ່ງ, ຮ່ວມ​ກັນ​ປຶກສາ​ຫາລືວວຽກງານຂອງ​ຊາດ.

​ເຊັ່ນ​ດ່ຽວກັນ​ກັບ​ທຸກ​ປີ​ທີ່​ຜ່ານ​ມາ, ກອງ​ປະຊຸມສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນສະ​ໄໝ​ນີ້​ຍັງ​ຈະ​​ແບ່ງ​ເປັນ 34 ວົງ​ການ, ​ແຕ່​ຈຳນວນຜູ້​ແທນ​ວົງ​ການຕ່າງໆ, ລະດັບ​ຄວາມ​ຮູ້​​ແລະ​ອາຍຸ​ຂອງ​ກຳ​ມະການລ້ວນ​ແຕ່​ມີ​ການ​ປ່ຽນ​ແປງ​. ທ່ານຈ່າງຈິ້ງ​ອ່ານ ຜູ້​ຮັບຜິດຊອບ​ທີ່​ມາ​ຈາກ​ພະ​ແນ​ກຖະ​ແຫຼ​ງຂ່າວ​ຂອງ​ຫ້ອງ​ການ​ສະ​ພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ກ່າວ​ວ່າ:

"ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ແມ່ນ​ປະກອບ​ດ້ວຍ​ບຸກຄົນ​ວົງ​ການ​ຕ່າງໆ, ​ໃນ​ສະພາ​ປຶກສາ​ການ​ເມືອງສະ​ໄໝ​ທີ 11, ​ກຳ​ມະ​ການ​ທີ່​ເປັນ​ສະມາຊິກ​ພັກ​ກອມ​ມູນິນ​ຈີນມີ 39,9%, ກຳມະການ​ບໍ່​ແມ່ນ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ກວມ​60,1% 5 ອົງ​ການ​ສາ​ສະ​ໜາ​ໃຫຍ່​ຂອງ​ຈີນ​ລ້ວນ​ແຕ່​ມີ​ຜູ້​ແທນ​ໃນ​ສະພາ​ປຶກສາ​ການ​ເມືອງ, 56 ຊົນ​ເຜົ່າ​ກໍ​ລ້ວນ​ແຕ່ມີຜູ້​ເປັນ​ກຳ​ມະ​ການ, ກຳ​ມະການເພດຍິງມີ 17,7%, ຫຼາຍ​ກວ່າ​ຊຸດ​ແລ້ວ​ນີ້​ໜ້ອຍ​ໜຶ່ງ."

ກຳມະການ​ສະພາ​ປຶກສາ​ການ​ເມືອງ​ແມ່ນ​ກຳ​ເນີ​ດຂຶ້ນ​ດ້ວຍ​ວິທີ​ສະ​ເໜີ​ຊື່​ແລະ​ປຶກສາ​ຫາລື​ກັນ, ​ເຂົາ​ເຈົ້າ​ແມ່ນ​ບຸກຄົນ​ຜູ້​ມີ​ລັກສະນະ​ຕົວ​ແມ່ນ​ແລະ​ມີ​ອິດ​ທິພົນ​ຕໍ່​ສັງຄົາມ​ໃນ​ຂົງ​ເຂດ​ແລະ​ວົງ​ການ​ຕ່າງໆ​ຂອງ​ຈີນ. ນາງ​ອຽນ​ຮຸ້ຍອີ່​ງທີ່​ກ່າວ​ມາ​ນັ້ນ​ກໍ​ແມ່ນ​ມາ​ຈາກ​ວົງ​ການ​ສະຫະພັນ​ແມ່ຍິງ​ຈີນ.

ເຊັ່ນ​ດຽວ​ກັນ​ກັບນາງ​ອຽນ​ຮຸ້ຍອິ່ງ,ສາດສະດາຈານ​ໄຊ້ຈີ້​ມິ​ງທີ່​ມາ​ຈາກ​ມະຫາວິທະຍາ​ໄລ​ຊິ່ງຮວາ​ກໍ່​ແມ່ນ​ກຳມະການ​ສະພາ​ເປິ​ກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ນີ້, ຕ່າງ​ແຕ່​ວ່າ​ທ່ານ​​ໄຊ້ຈີ້​ມິ​ງມາ​ຈາກ​ສະມາຄົມ​ສົ່ງ​ເສີມປະຊາທິປະ​ໄຕ​ຈີນ​ເຊິ່ງ​ເປັນ​ໜຶ່ງ​​ໃນ8​ພັກ​ຝ່າຍປະຊາທິປະ​ໄຕ​​ຂອງ​ຈີນ,​ເທື່ອນີ້​​ແມ່ນ​ເທື່ອ​ທີ​ສາມ​ທີ່​ສາດສະດາຈານ​ໄຊ້ຈີ້ມິ​ງ​ໄດ້​ເປັນ​ກຳມະການ​ສະພາ​ເປິກສາ​ກາງ​ເມືອງ.​ເມື່ອ​ເວົ້າ​ເຖິງ​ປະສົບ​ການ​ທີ່​ເຂົ້າ​ຮ່ວມແລະ​​ເປິກສາຫາລື​ວຽກບ້ານ​ການ​ເມືອງ​ໃນຫຼາຍ​ປີ​ທີ່​ຜ່ານ​ມາ​,ທ່ານສາດສະດາຈານ​ໄຊ້ຈີ້​ມິ​ງກ່າວ​ວ່າ:

"​ໃນ10ປີ​ຜ່ານ​ມາ​ນີ້​ທີ່​ຂ້າ​ພະ​ເຈົ້າເປັນກຳມະການ​ສະພາ​ເປິກສາ​ການ​ເມືອງ,ຂ້າພະ​ເຈົ້າ​ຮູ້​ສຶກວ່າ​ກຳມະການ​ສະພາ​ເປິກສາການ​ເມືອງ​ໄດ້ເສີມ​ຂະຫຍາຍ​ບົດບາດ​ນັບ​ມື້​ນັບ​ໃຫຍ່​ຫຼວງໃນ​ດ້ານ​ເຂົ້າ​ຮ່ວມແລະ​ເປິກສາຫາລື​ວຽກ​ງ້າ​ນການ​​ເມື​ອງ,​ເຂົ້າ​ຮ່ວມ​ຊີວິດການ​ເມືອງ​ຂອງ​ລັດ.ຂ້າພະ​ເຈົ້າ​ໄດ້​ສະໜອງ​ຂໍ້​ສະ​ເໜີ​ແລະປະກອບ​ຄຳ​ຄິດ​ຄຳ​ເຫັນ60ກວ່າ​ສະບັບ​ໃຫ້​ກອງ​ປະຊຸມ.​ໃນ​ນັ້ນມີຂໍ້ສ​ະ​ເໜີ​ແລະ​ຄຳ​ຄິດ​ຄຳ​ເຫັນຫຼາຍ​ຢ່າງສຽງ​ສະທ້ອນ​ຢ່າງ​ແຂງແຮງ​ໃນ​ສັງຄົມ,ຕໍ່​ບົດ​ຄວາມ​ບາງ​ບົດ​ພາກສ່ວນ​ລັດຖະບານ​ແລະ​ຜູ່​ນຳ​ກໍ່​​ເຄີຍ​ໄດ້​ໃຫ້ຄຳ​ຊີ້​ແຈງ​."

ທ່ານ​ຜູ່​ຟັງໃນວັນ​ຈັນ​ໜ້າ,ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ກຳມະການ​ທົ່ວ​ປະ​ເທ​ດຊຸດ​ໃໝ່​ຂອງ​ສະພາ​ເປິ​ກສາ​ກາ​ນ​ເມືອງ​ປະຊາຊົນ​ກໍ​ຈະ​ຈັດ​ຂຶ້ນ​ແລ້ວ.ຄືກັບນາງ​ເຢັນ​ຮຸ້ຍອິ່ງແລະສາດສະດາຈານໄຊ້ຈີ້​ມິ​ງ,ບັນດາກຳມະການ​ສະພາ​ເປິກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ2200ກວ່າທ່ານ​ກໍ​ຈະ​ນຳເອົາ​ຂໍ້​ສະ​ເໜີ​ຂອ່ງຕົນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ, ​ສະ​ເໜີ​ຄຳ​ຄິດ​ຄຳ​ເຫັນ​​ໃນການ​ສ້າງສາ​ປະ​ເທດ​ຊາດ​ຕາມ​ຄວາມ​ປາຖະໜາ​ຂອງ​ພວກ​​ເຂົາ​ເຈົ້າ.