ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-03 18:55:39    
ສະພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ໃໝ່​​ໄຂ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທຳ​ອິດ

cri Author: MO

ກອງ​ປະຊຸມ​ປະຈຳ​ປີ​ຄັ້ງທຳ​ອິດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນ​ຊຸດໃໝ່​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ຕອນ​ບ່າຍ​ມື້​ນີ້, ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ລະອຽດ.

ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ຈີນ​ແມ່ນ​ອົງການ​ສຳຄັນ​ທີ່ຫຼາຍພັກ​ຮ່ວມ​ມື​ກັນແລະ​ປຶກສາ​ຫາລື​ວຽກບ້ານ​ການ​ເມືອງ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ. ກອງ​ປະຊຸມ​ທີ່​ໄຂ​ຂຶ້ນ​ໃນ​ມື້ນີ້​ແມ່ນ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງທຳ​ອິດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນຫຼັງການ​ເລືອກຕັ້ງ​ໃໝ່. ຜູ້ນຳ​ພັກ​ແລະ​ລັດ​ຈີນ​ເຊັ່ນທ່ານ​ຫູ​ຈິນທ່າວ ທ່ານ​ອູ​ປ່າງ​ໂກວ ທ່ານ​ເວີ່ນ​ເຈຍ​ປາວ ​ທ່ານ​ເຈຍ​ຊີ້​ງລີງ​ແລະ​ທ່ານ​ອື່ນໆ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ​ປະຊຸມ.

ທ່ານ​ເຈຍ​ຊີ້​ງລີ​ນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຕາງໜ້າ​ຄະນະ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ສະ​ໄໝ​ທີ 10 ລາຍ​ງານ​ວຽກ​ງານ​ຕໍ່​ບັນດາ​ກຳມະການ, ສະຫຼຸບ​ວຽກ​ງານ​ແລະບົດຮຽນ​ໃນ 5 ປີຜ່ານມາ, ​ແລະສະ​ເໜີ​ຂໍ້​ສະ​ເໜີກ່ຽວ​ກັບ​ວຽກ​ງານ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຊຸດ​ໃໝ່. ທ່ານ​ກ່າວ​ວ່າ:

"​ໃນ 5 ປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ວາງ​ແລະ​ປະຕິບັດ​ແຜນການ 5 ປີ​ຄັ້ງທີ 11, ສ້າງ​ສັງຄົມ​ສັງຄົມ​ນິຍົມ​ທີ່​ກົມກຽວ​ກັນ, ​ເພີ່​ມທະວີ​ແລະ​ປັບປຸງ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ, ສ້າ​ງຊົນນະບົດ​​​ໃໝ່ສັງຄົມ​ນິຍົມ, ສ້າງ​ປະ​ເທດ​ແບບ​ໃໝ່, ສ້າງ​ສັງຄົມ​ແບບ​ປະຢັດ​ຊັບພະຍາກອນ​ແລະ​​ເປັນ​ມິດ​ກັບ​ສິ່ງ​​ແວດ​ລ້ອມ, ປັບປຸງ​​ໂຄງ​ປະກອບ​ເສດຖະກິດ​, ​ຫັນປ່ຽນ​ວິທີ​ການ​ພັດທະນາ​ແລະ​ບັນຫາ​ສຳຄັນ​ຕ່າງໆ, ​ໄດ້​ສະ​ເໜີ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ທີ່​ສຳຄັນຫຼາຍຢ່າງ."

ໃນ​ຖານ​ະ​ເປັນ​ອົງການ​ປຶກສາ​ຫາລື​ສູງ​ສຸດ​ທີ່​ຄະນະ​ພັກ​ຝ່າຍ​ຕ່າງໆ​ຂອງ​ຈີນ​ແລະ​ບຸກຄົນ​​ຊົນ​ເຜົ່າ​ຕ່າງໆ ວົງ​ການ​ຕ່າງໆ​ຂອງ​ຈີນ​​ພ້ອມ​ກັນເຂົ້າຮ່ວມ​ການ​ປຶກສາ​ຫາລື​ວຽກບ້ານ​ການ​ເມືອງ, ​ໃນ​ໄລຍະຈັດ​ກອງ​ປະຊຸມ​ປະຈຳທຸກ​ປີ​ຂອງ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ, ບັນດາກຳມະການ​ຕ່າງ​ໄດ້​ສະ​ເໜີ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ທິດ​ທາງ​ນະ​ໂຍບາຍ​​ໃຫຍ່ຂອງ​ຊາດ​ແລະ​ບັນຫາ​ພົ້ນ​ເດັ່ນ​ທີ່​ມວນ​ຊົນ​ສົນ​ໃຈ​ນຳ​ກັນ. ​ໃນ​ບົດ​ລາຍ​ງານ, ທ່ານ​ເຈຍ​ຊີ້​ງລີ​ນ​ເຜີຍ​ໃຫ້​ຮູ້​ວ່າ, ​ໃນ​ອາຍຸ​ຕຳ​ແໜ່​ງ 5 ປີ​ຂອງ​ສະ​ພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 10, ຄະນະ​ປະຈຳສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ໄດ້​ຊຳລະ​ຍັດຕິ 23,000 ກວ່າ​ສະບັບ, ສ່ອງ​ແສງ​ສະພາບ​ແລະ​ຄວາມ​ເຫັນ​ຂອງປະຊາ​ຊົນ 6,600 ກວ່າ​ສະບັບ.

ຍັດຕິ​ແລະ​ຂໍ້​ສະ​ເໜີ​ເຫຼົ່ານີ້​ສ່ວນຫຼາຍ​​ໄດ້ຖືກ​ຮັບ​ເອົາ​ແລະຈັດ​ເຂົ້າ​ໃນ​ມະຕິ​ຕົກລົງ​ທີ່​ກ່ຽວຂ້ອງ​ຂອງ​ພາກສ່ວນ​ລັດຖະບານ​. ທ່ານ​ວາງ​ຊີ ກຳມະການ​ສະພາ​ທີ່​ມາ​ຈາກ​ສະ​ຖາ​ບັນ​ນິຕິສາດ​ຂອງ​ມະຫາວິທະຍາ​ໄລ​ຄົມມະນາຄົມ​ຊຽງ​ໄຮ້​ມີ​ຄວາມ​ຮູ້ສຶກ​​ເລິກ​ເຊິ່ງຕໍ່​ເລື່ອງ​ນີ້, ຍັດຕິ​ຂອງ​ທ່ານ​ກ່ຽວ​ກັບ​ການ​ປະຢັດ​ພະລັງງານ​ແລະຫຼຸດການ​ລະບາຍ​ອາຍພິດ​ເຮືອນ​ແກ້ວທີ່​ສະ​ເໜີ​ໃນຫຼາຍປີ​ກ່ອນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ຄະນະ​ກຳມະການ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ, ​ແລະ​ໄດ້​ຈັດ​ເຂົ້າ​ໃນ​ນະ​ໂຍບາຍ​ຂອງ​ລັດຖະບານ. ທ່ານ​ວາງ​ຊີ່​ພໍ​ໃຈຫຼາຍ, ທ່ານ​ກ່າວ​ວ່າ:

"​ໃນຫຼາຍປີ​ມານີ້​, ມີ​ຄວາມ​ກ້າວໜ້າຫຼາຍ, ຄະນະ​ລັດຖະບານ​ໄດ້​ປະກາດ​ເອກະສານ​ຕ່າງໆ​ໂດຍ​​ສະ​ເພາະ​ກ່ຽວ​ກັບ​ການ​ປະຢັດ​ພະລັງງານ​ແລະຫຼຸດການ​ລະບາຍ​ອາຍ​ພິດເຮືອນ​ແກ້ວ, ​ແລະ​ໄດ້​ວາງ​ຈຸດໝາຍ​ລະອຽດ, ຈຸດໝາຍ​ດັ່ງກ່າວ​ໄດ້​ແຈກ​ໃຫ້​ທົ່ວ​ປະ​ເທດ​ແລ້ວ."

ທ່ານ​ວາງ​ຊີ່​ມາ​ຈາກ​ສະມາຄົມ​ປະຊາທິປະ​ໄຕ​ສ້າງ​ຊາດ​ຈີນ ​ເຊິ່ງ​ເປັນ​ໜຶ່ງ​ໃນ​8​ພັກ​ຝ່າຍ​ປະຊາທິປະ​ໄຕຂອງ​ຈີນ.​ໃນ5​ປີ​ມາ​ນີ້, ສະພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ10​ເອົາ​ໃຈ​ໃສ່​ເພິ່ມທະວີ​ການ​ຮ່ວມ​ມື​ກັບ​ບຸກຄົນພັກ​ຝ່າຍ​ປະຊາທິປະ​ໄຕ ​ແລະ ບຸກຄົນບໍ່ສັງກັດ​ພັກ​ຝ່າຍໃດ,ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​​ເຈຍ​ຊີ້​ງລີ​ນ​ໄດ້​ສະຫຼຸບ​ໃນ​ບົດ​ລາຍ​ງານທີ່​ກ່າວ​ໃນມື້​ນີ້ວ່າ,

"ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ ​ສະໜັບສະ​ໜູນບຸກຄົນບັນດາພັກ​ຝ່າຍ​ປະຊາທິປະ​ໄຕ ​ແລະ ບຸກຄົນ​ທີ່ບໍ່ສັງກັດ​ພັກ​ຝ່າຍໃດ​ເຂົ້າ​ຮ່ວມການ​ເຄືອ​ນ​ໄຫວຕ່າງໆ ​ເຊັ່ນ,​ປຶກສາ​ຫາລືທິດ​ທາງນະ​ໂຍບາຍ​ສຳຄັນ​ຂອງ​ລັດ ​ແລະ ປະຕິບັດ​ໜ້າ​ທີ່ຂອງ​ຕົນ,​ເຄົາ​ລົບ ​ແລະ ຮັບປະກັນ​ສິດ​ໃນສະ​ເໜີ​​ຄວາມ​ເຫັນໃນ​ນາມ​ພັກ​ຝ່າຍ​ຂອງ​ຕົນ​ໃນ​ກອງ​ປະຊຸມ​ຕ່າງໆ ຂອງ​ບັນດາ​ພັກ​ຝ່າຍ​ປະຊາທິປະ​ໄຕ,​ເຄົາລົບ ​ແລະ ຮັບປະກັນ​ສິດ​ຂອງບຸກຄົນບັນດາພັກ​ຝ່າຍ​ປະຊາທິປະ​ໄຕ ​ແລະ ບຸກຄົນ​ທີ່ບໍ່ສັງກັດ​ພັກ​ຝ່າຍໃດ​ໃນ​ການ​ດຳ​ເນີນ​ການ​ສຳ​ຫຼວດ,ສະ​ເໜີ​ຍັດຕິ,ລາຍ​ງານ ,ສ່ອງ​ແສງ​ພາບ​ແລະ​ຄວາມ​ເຫັນ​ຂອງ​ປະຊາຊົນ ​ແລະ ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດກວດກາ."

ກ່ຽວ​ກັບ​ວຽກ​ງານຂອງສະພາ​ປຶກ​ສາ​ແຫ່ງ​ຊາດ​ຈີນ​ໃນ5​ປີ​ຕໍ່ໜ້າ,ທ່ານ​ເຈຍ​ຊີ້​ງລີ​ນຊີ້​ອອກ​ວ່າ,ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ສະ​ໄໝ11​ຍຶດໝັ້ນ2​ຂໍ້​ຫຼັກ ຄື​,ສາມັກຄີ ​ແລະ ປະ​ຊາ​ທິປະ​ໄຕ​ຢ່າງໝັ້ນຄົງ,ຕັ້ງໜ້າ​ດຳ​ເນີນ​ກາ​ນປຶກສາ​ການ​ເມືອງ,ປັບປຸງກົນ​ໄກ​ກວດກາ​ປະຊາ​ທິປະ​ໄຕ​ໃຫ້​ສົມບູນ​ຂຶ້ນ,ຍົກ​ປະສິດທິ​ພາບການເຂົ້າ​ຮ່ວມ​ແລະ​ຫາລື​ວຽກບ້ານ​ການ​ເມືອງ​ໃຫ້​ສູງ​ຂຶ້ນ.

ທ່ານ​ຍັງ​ໄດ້​ສະ​ເໜີ​ໃຫ້​ຖືການ​ເພິ່ມທະວີ​ການສ້າງສາ​ສະພາ​ປຶກສາ​​ການ​ເມືອງ ​ ຊຸກຍູ້​​ໃຫ້ສະພາ​ປຶກສາ​ການ​​ເມືອງ​ປະຊາຊົນ​​ປະຕິ​ບັດ​ພາລະ​ບົດບາດຢ່າງ​ເປັນລະບົບ,​ເປັນ​ແບບ​ສະບັບ ​ແລະ ​ເປັນ​ລະບຽບ ​ເຫັນ​ຫຼັກການ​ສຳຄັນ​ທີ່​ຕ້ອງ​ຍຶດໝັ້ນ​ໃນ​ວຽກ​ງານ​ຂອງ​ສະພາ​ປຶກສາ​ການ​ເມືອງ​ໃນ​ຕໍ່ໜ້າ​.

ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມື​ອງປະຊາຊົນ​ແຫ່ງຊາດ​ຈີນ​​​ເທື່ອ​ນີ້​ຈະ​ດຳ​ເນີນ​ໄປ11​ມື້,ກຳມະການ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈະ​ເລືອກ​ຕັ້ງ​ອົງການ​ຜູ່​ນຳ​ຂອງ​ຕົນ​ຊຸດ​ໃໝ່ ​ເຊິ່ງລວມທັງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ, ​ເພື່ອ​ເຂົ້າ​ຮ່ວມ​​ກອງ​ປະຊຸມສະພາຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ5​ມີນາ​ນີ້.ບັນດາກຳມະການຍັງ​ຈະ​ຮັບ​ຟັງ ​ແລະ ຫາລື​ບົດ​ລາຍ​ງານວຽກ​ງານ​ຂອງ​ລັດຖະບານ.