ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-03 18:51:32    
ທະ​ຫານ​ໜ້າ​ດິນ​ອິສ​ຣາ​ແອນ​ເລີ່ມ​ຖອນ​ອອກ​ຈາກ​ເຂດ​ກາ​ຊາ

cri
ຕາມ​ຂ່າວ CRI: ວັນ​ທີ 3 ມີນາ​ນີ້, ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ທີ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ເຂດ​ກາຊາ​ໃນ​ຫຼາຍ​ມື້​ມາ​ນີ້​ເລີ່​ມຖອນ​ອອກ​ຈາກ​ເຂດ​ກາຊາ.

ວັນ​ທີ 3 ມີນາ​ນີ້, ​ໂຄສົກ​ຜູ້​ໜຶ່ງ​ຂອງ​ທະຫານ​ອິສຣາ​ແອນ​ ​ກ່າວ​ວ່າ, ປະຈຸ​ບັນ, ທະຫານ​ອິສຣາ​ແອນ​ສ່ວນຫຼາຍ​ໄດ້​ຖອນກັບ​ຄືນ​ສູ່​ແດນ​ອິສຣາ​ແອນ​ແລ້ວ, ການ​ເຄື່ອ​ນ​ໄຫວ​ການ​ທະຫານ "ລະດູ​ໜ້າ​ວທີ່ອຸ່ນ" ​ເກືອບ​ສິ້ນ​ສຸດ​ລົງ​ແລ້ວ​.

ແຕ່​ວ່າ, ການ​ໂຈມ​ຕີ​ທາງ​ການ​ທະຫານ​ຕໍ່​ເຂດ​ກາຊາ​ຂອງ​ທະຫານ​ອິສຣາ​ແອນ​ຍັງ​ບໍ່​ທັນ​ຢຸດ​ເຊົາ​ເທື່ອ. ມື້​ດຽວ​ກັນ, ຍົນ​ລົບຂອງ​ທະຫານ​ອິສຣາ​ແອນ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາກາດຕໍ່​ເຂດ​ກາຊາຫຼາຍ​ເທື່ອ, ​ກຳ​ປັ່ນ​ລົບ​ຂອງອິສຣາ​ແອນ​ກໍ່​​ໄດ້​ຍິງ​ປືນ​ໃຫຍ່​ໃສ່​​ເປົ້າ​ໝາຍ​ທາງ​ບົກ​ຢູ່​ເຂ​ດກາຊາ.

ວັນ​ທີ 3 ມີນາ​ນີ້, ອົງການ​ຮາ​ມັສກັບ​ຄະນະ​ກຳມະການ​ຄັດຄ້ານ​ປະຊາຊົນ​ຂອງປາ​ເລັສຕິນ​ລ້ວນ​ແຕ່​ກ່າວ​ວ່າ​, ອິສຣາ​ແອນ​ຖອນ​ທະຫານ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ການ​ເຄື່ອນ​ໄຫວ​ຄັດຄ້ານ​ການ​ຮຸກ​ຮານ​ຂອງ​ຜູ້ປະກອບ​ອາວຸດ​ປາ​ເລັສຕິນ​ໄດ້​ຮັບ​ໄຊຊະນະ​ແລ້ວ. ພວກ​ເຂົາ​ເຈົ້າລ້ວນ​ແຕ່​ສະ​ແດງວ່າ​ຈະ​ສືບ​ຕໍ່ດຳ​ເນີນການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ຕໍ່​ອິສຣາ​ແອນ​ອີກ.