ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-04 17:33:21    
ຈີນ​ຈະ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ

cri

ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ ​ເຊິ່ງ​ເປັນ​ອົງການ​ອຳນາດ​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ຈີນ​ຈະ​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ5​ມີນາ​ນີ້.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ​,ທ່ານ​ຈ່ຽງ​ເອີນ​ຈູ້ ​ໂຄສົກກອງ​ປະຊຸມ​ສະພາປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,

"ກອງ​ປະຊຸມ​ເທື່ອ​​ທີ1​ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນຊຸດ​ທີ11​ຈະ​ໄຂຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ5​ມີນາ​ນີ້, ​ແລະ​ ອັດ​ລົງ​​ໃນ​ຕອນ​ເຊົ້າ​ວັນ​ທີ18​ມີນາ​ນີ້.ປັດຈຸບັນ​,ວຽກ​ງານ​ກະ​ກຽມ​ຕ່າງໆຂອງ​ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ສຳ​ເລັດໝົດ​ແລ້ວ."

ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແມ່ນ​ອົງກາ​ນອຳນາດ​ສູງ​ສຸດ​ທີ່​ປະຊາຊົນ​ຈີນ​ໃຊ້​ອຳນາດ​ແຫ່ງ​ລັດ. ສິດພາລະ​ບົດບາດຂອງ​ກອງ​ປະຊຸມ​​ແ​ມ່ນ:ປັບປຸງ​ລັດຖະທຳ​ມະນູນ​ແລະຕິດ​ຕາມ​ການຈັດ​ຕັ້ງ​ປະຕິບັດ​ລັດຖະ​ທຳ​ມະນູນ​ສ້າງແລະ​ປັບປຸງ​ກົດ​ໝາຍທີ່​ສຳ​ຄັນ,ຕິດ​ຕາມ​ກວດກາວຽກ​ງານ​ຂອງ​ລັດຖະບານ,ສານ​ປະຊາຊົນ​ສູງ​ສຸດ ​ແລະ ອົງການ​ອະທິ​ໄອ​ຍະ​ການ​ປະຊາຊົນ,ທຳ​ການ​ຕົກລົງ​ຕໍ່​ບັນຫາ​ສຳຄັນ​ທີ່​ກ່ຽວກັບ​ພາກສ່ວນ​ທັງ​ໝົດ​ແຫ່ງ​ລັດ,​ເລືອກ​ຕັ້ງ​ແລະ​ແຕ່ງ​ຕັ້ງຜູ່​ນຳ​ລັດ ​​ແລະ​ວຽກ​ງານ​ອື່ນໆ.​ໃນ​ໄລຍະ​ກອງ​ປະຊຸມ​ອັດ​ລົງ​ແລ້ວ, ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນ​ອົງການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດນັ້ນ​ໃຊ້​ອຳນາດ​ສູງ​ສຸດ​ແຫ່ງ​ລັດ. ຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກຳ​ເນີ​ດ​ໂດຍ​ການ​ເລືອກ​ຕັ້ງ​ປະຊາທິ​ແບບປະ​ໄຕ,ມາ​ຈາກເຂດ​​​ຕ່າງໆ,ຂະ​ແໜງ​ການ​ຕ່າງໆ ​ແລະ ຊົນ​ເຜົ່າ​ຕ່າງໆ​ຂອງ​ຈີນ,ມີ​ອາຍຸ​ການ5​ປີ. ທ່ານ​ຈ່ຽງ​ເອີນ​ຈູ້​ກ່າວ​ວ່າ,

ໃນ 5 ປີ​ມາ​ນີ້,ຜູ່​ແທນ​ໄດ້​ສະ​ເຫ​ນີຍັດຕິ​ທັງ​ຫມົດ 3700ກວ່າສະບັບ, ຂໍ້​ສະ​ເຫ​ນີ​ເກືອບ 3 ຫມື່ນ​ຂໍ້,​ໃນ​ນັ້ນ ມີ​ຍັດຕິ​ກົດຫມາຍສ່ວນ​ຫນຶ່ງ​ໄດ້ສ້າງ​ເປັນ​ກົດຫມາຍ​ຫຼື​ອີງ​ ຕາມຂໍ້​ສະ​ເຫ​ນີ​ເຫຼົ່າ​ນີ້​ມາ​ປັບປຸງກົດຫມາຍ,ມີ​ຜູ່​ແທນ 660 ​ເທື່ອ​ຄົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ປະຈຳ, 1700ກວ່າ​ເທື່ອ​ຄົນ​ເຂົ້າ​ຮ່ວມ​ການ​ກວດກາ​ສະພາບ​ການ​ປະຕິບັດຕາມ​ກົດຫມາຍ​ແລະ​ການ​ຄົ້ນຄວ້າ​ພິຈາລະນານິຕິ​ບັນ​ຍັດ​ເປັນ​ຕົ້ນ​.ວຽກ​ງານ​ເຫຼົ່ານີ້​ໄດ້​ຍົກ​ຄວາມ​ສາມາດ​ຂອງ​ຜູ່​ແທນ​ໃນ​ການ​ປະຕິບັດພາລະ​ບົດບາດ​ໃຫ້​ສູ​ງຂຶ້ນ,ບົດບາດ​ຂອງ​ຜູ່​ແທນ​ທີ່​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງວຽກ​ງານ​ຂອງ​ລັດ​ໄດ້​ມີ​ການ​ເສີມຂະຫຍາຍ​ຢ່າງ​ເຕັມ​ທີ່​ກວ່າ​ເກົ່າ.

ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈັດ​ກອງ​ປະຊຸມ​ປີ​ລະ​ເທື່ອ​,ປີ​ນີ້​ແມ່ນ​ປີ​ທີ່​ປ່ຽນ​ຊຸດ​ໃຫມ່,​ສະ​ນັ້ນກອງ​ປະຊຸມ​ເທື່ອນີ້​ຈຶ່ງໄດ້​ຮັບ​ຄວາມ​​​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ຝ່າຍ​ຕ່າງໆ.ກອງ​ປະຊຸມ​ເທື່ອ​ນີ້​ຈະ​ມີ​ເນື້ອ​ໃນ​ສຳຄັນ​ຫຍັງ​ແດ່? ທ່ານ​ຈ່ຽງ​ເອີ່​ນຈູ້​ກ່າວ​ວ່າ:

ກອງ​ປະຊຸມ​ເທື່ອ​ນີ້​ມີ​ວາລະ​ປະຊຸມ​ທັງ​ຫມົດ 16 ລາຍການ​ເຊັ່ນ​ຄົ້ນຄວ້າ,ຄື:​ພິຈາລະນາບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ຄົ້ນຄວ້າ​ພິຈາລະນາ​​ຍັດຕິ ກ່ຽວ​ກັບ​ແຜນການ​ປະຕິ​ຮູບ​ຂອງ​ອົງການ​ລັດຖະບານ ​ເລືອກ​ຕັ້ງ​ປະທານປະ​ເທດ ແລະ​ແຕ່ງ​ຕັ້ງນາ​ຍົກ​ລັດຖະມົນຕີ​ຜູ່​ໃຫມ່​ແລະ​ອື່ນໆ​

ຜູ່​ແທນ​​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຍັງ​ຈະ​​ໄດ້​ຄົ້ນຄວ້າ​ພິຈາລະນາາ​ແລະ​ຮັບຮອງ​ແຜນການ​ພັດທະນາ​ເສດຖະກິ​ດສັງຄົມ​​ແຫ່ງ​ຊາດ​​ແລະ​ແຜນງົບປະມານ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ​. ​ເລືອກ​ຕັ້ງ​ແລະ​​ແຕ່ງ​ຕັ້​ງ​ຜູ່​ນຳອົງການ​ລັດ​ຊຸດ​ໃຫມ່​ແລະ​ຜູ່​ນຳ​ອື່ນໆ​ເປັນ​ຕົ້ນ.​ໂດຍ​ແນ​ໃສ່​ບັນຫາ​ປະຕິ​ຮູບ​ອົງການ​ລັດຖະບານ​ຈີນ​ເທື່ອ​ນີ້ທີ່​ ວົງ​ການ​ຕ່າງໆ​ສົນ​ໃຈ​ທີ່​ສຸດ,ທ່ານ​ຈ່ຽງ​ເອີ່​ນຈູ້​ກ່າວ​ວ່າ,ການ​ປະຕິ​ຮູບ​ເທື່ອ​ນີ້​ຈະດຳ​ເນີນ​ໂດຍ​ຫມູນ​ອ້ອມ​ການ​ຫັນປ່ຽນ​​ພາລະ​ບົດບາດ​ຂອງ​ລັດຖະບານ,​ຜ່ານ​ການ​ປະຕິ​ຮູບ,ຈ​ະ​ເຮັດ​ໃຫ້​ລະບົບ​ຄຸ້ມ​ຄອງ​ດ້ານ​ບໍລິຫານ​ສອດ​ຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​​​ໃນ​ການ​ພັດທະນາ​​​ເສດຖະກິດ​ສັງຄົມ​ໃນ​ສະ​ໄຫມ​​ໃຫມ່​ແລະ​ໄລຍະ​ໃຫມ່​ໃຫ້​ດີກ​ວ່າ​ເກົ່າ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ດຳ​ເນີນ​ເປັນ​ເວລາ​ເກືອບ 1 ຊົ່ວ​ໂມງ​ເຄິ່ງ,ທ່ານ​ຈ່ຽງ​ເອີ່​ນຈູ້ ​ໂຄສົກ​ກອງ​ປະຊຸມ​ໃຫຍ່​ໄດ້​​ຕອບຄຳ​ຖາມ​ 20 ກວ່າຂໍ້ຂອງ​ນັກ​ຂ່າວ 10 ກວ່າ​ຄົນ​,ກ່ຽວ​ພັນ​ເຖິງ​ດ້ານ​ຕ່າງໆ​ເຊັ່ນ:ການ​ກໍ່ສ້າງ​ການ​ເມືອງ​ແບບ​ປະຊາ​ທິປະ​ໄຕ ການ​ປະຕິ​ຮູບ​ຂອງ​ອົງການ​ລັດ​ຖະບານ​ບົດບາດ​ຂອງ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ແລະ​ດ້ານ​ອື່ນໆ.ກອງ​ປະຊຸມ​​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ປີ​ນີ້​ໄດ້​ຮັບ​ຄວາມ​ເອົ​າ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຈາກ​ນັກ​ຂ່າວ,ຊຶ່ງ​ເປັນ​ຍັງ​ສະ​ແດງອອກ​ຢູ່​ບ່ອນ​ວ່າ ຈຳນວນ​ນັກ​ຂ່າວ​ຕ່າງປະ​ເທດ​ທີ່​ລົງທະບຽນ​ຫຼາຍ​ກວ່າ​ຈຳນວນ​ທຸກໆ​ປີຜ່ານ​ມາ​.ຄືທັງ​ຫມົດ​ພັນ​ກວ່າ​ຄົນ​ຂອງ​225 ສຳນັກ​ທີ່​ມາ​ຈາກ 40 ກວ່າ​ປະ​ເທດ​ໄດ້ຈົດ​ທະບຽນ​ມາ​ເອົາ​ຂ່າວ,ພວກ​ເຂົາ​ເຈົ້າ​ໄດ້​ໃຊ້ກ້ອງ​ຖ່າຍຮູບ ​ໄມ​​ແລະ​ປາກກາຂອງ​​ໃຜລາວມາ​ບັນທຶກກອງ​ປະຊຸ​ມທີ່​ນັບມື້​ນັບ​ເປີດ​ເຜີຍ.