ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-04 18:19:46    
ຈີນ​ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ແບບ​ປ້ອງ​ກັນ​ຕົວ ບໍ່​​ເປັນ​ການ​ຂົ່ມຂູ່​ຕໍ່​ປະ​ເທດ​ໃດໆ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 4 ມີນາ​ນີ້,ທ່ານ​ຊີ​ນກ່າງ ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະ​ນາ​ໂດຍ​ສັນຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​​ເໝີ​ປາຍ,ປະຕິ​ບັດ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​ແບບ​ປ້ອງ​ກັນ​ຕົວ,​ແມ່ນ​ກຳລັງອັນ​ໝັ້ນ​ໜຽວ​ທີ່ຮັກ​ສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກກໍ່​ຄື​ຂອງໂລກ,ບໍ່​​ເປັນການ​ຂົ່ມຂູ່​ຕໍ່​ປະ​ເທດ​ໃດໆ.

ຫວ່າງ​ກ່ອນ​ນີ້,ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​​ໄດ້​ປະກາດ"ບົດ​ລາຍ​ງານກຳລັງ​ການ​ທະຫານ​ຂອງ​ຈີນ"ປີ 2008.​ໃນ​​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຊີ​ນກ່າງ​ກ່າວ​ວ່າ,ບົດ​ລາຍ​ງານ​ສະບັບ​ນີ້​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໂຄສະນາ"ທິດ​ສະ​ດີການ​ຂົ່ມຂູ່​ທາງ​ການ​ທະຫານ​ຂອງ​ຈີນ",​​ໄດ້​ບິດ​ເບືອນ​ຄວາມ​ຈິງ​ຢ່າງ​ໜັກໜ່ວງ,​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ,ລະ​ເມີດ​ຫຼັກມາດຖານ​ການ​ພົວພັນ​ລະ​ຫວ່າງ​ຊາດ.ຈີນຄັດຄ້ານຢ່າງເດັດດ່ຽວ,​ແລະ​ໄດ້​ຕອບ​​ໂຕ້​ຢ່າງ​ຮຸນ​ແຮງ​ຕໍ່​ອາ​ເມ​ລິ​ກາ.

ທ່ານ​ຊີ​ນກ່າງ​ກ່າວ​ວ່າ,ຈີນ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ປະລະ​ແນວ​ຄຶດ​ສົງຄາມ​​ເຢັນ,ຮັບ​ຮູ້​ຈີນ​ແລະ​ການ​ພັດທະນາ​ຂອງ​ຈີນ​ຢ່າງ​ຖືກຕ້ອງ,ເພີ່ມ​ທະວີ​ຄວາມ​ໄວ້​​​ເນື້ອ​ເຊື່ອ​ໃຈ​ກັນ​ແລະການ​ຮ່ວມ​ມືທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ຈີນ​ກັບອາ​ເມ​ລິ​ກາ​ດ້ວຍ​ການ​ກະທຳ​ຕົວ​ຈິງ.