ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-05 15:59:11    
ມວນຊົນ​ວົງ​ການ​ຕ່າງໆ​ຂອງ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ກອງ​ປະ​ຊຸມ​ສອງ​ສະ​ພາ

cri

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ປະຈຸ​ບັນ, ກອງ​ປະຊຸມ​ເທື່ອ​ທີ​ໜຶ່ງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ​11​ແລະ​ກອງ​ປະຊຸມ​ເທື່ອ​ທີ​ໜຶ່ງ​ຂອງ​ສະພາ​ປຶ​ກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ພວມ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ກອງ​ປະຊຸມ​ສອງ​ສະພາ​ແມ່ນ​ເຫດການ​ໃຫຍ່​ໃນ​ຊີວິດ​ການ​ເມືອງ​ຂອງ​ປະຊາຊົນ​ຈີນ, ​ໄດ້​ພົວພັນ​ກັບ​ຊີວິດ​ຂອງ​ປະຊາຊົນ​ທຸກ​ຖ້ວນ​ໜ້າ​ຢ່າງ​ສະໜິດ​ແໜ້ນ, ກອງ​ປະຊຸມ​ສອງ​ສະພາ​ແຕ່ລະ​ປີ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ປະຊາຊົນ​ຈີນ. ກອງ​ປະຊຸມ​ສອງ​ສະພາ​​ປີ​ນີ້​ແມ່ນ​ກອງ​ປະຊຸມ​ປະຈຳ​ປີ​ເທື່ອ​ທຳ​ອິດ​ພາຍຫຼັງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ປ່ຽນ​ຊຸດ​ແລ້ວ, ຈະ​ຫາລືຫົວ​ຂໍ້​ໃໝ່ຫຼາ​ຍຫົວ​ຂໍ້, ສະ​ນັ້ນ, ມວນ​ຊົນ​ວົງ​ການ​ຕ່າງໆ​ໄດ້​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ຍິ່ງ​ຕໍ່​ກອງ​ປະຊຸມ​ສອງ​ສະພາ​ທີ່​ພວມດຳເນີນຢູ່.

ລຸງ​ຈ່າງ​ສົວຢົງ ພະນັກງານບຳນານ​ທີ່​ມີ​ອາຍຸ60​ກວ່າ​ປີ​ໄດ້​ເຮັດຄື​ທຸກ​ປີ​ທີ່​ຜ່ານ​ມາ, ພໍ​ເປີດກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​, ​ແລ້ວ​ທີ່​ທ່ານ​ເອົາ​ໃຈ​ໃສ່​ກວ່າ​ໝູ່​ກໍ​ແມ່ນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ, ​ແລະ​ຈະ​ຕ້ອງອ່ານ​ຢ່າງ​ລະອຽດ. ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ແມ່ນ​ການສະຫຼຸບວຽກ​ງານ​ໃນ​ປີ​ໜຶ່ງ​ທີ່​ຜ່ານ​ມາ, ​ເບິ່ງ​ວ່າ​ລັດຖະບານ​ໄດ້​ຜັນ​ຂະຫຍາຍ​ໜ້າ​ທີ່​ຂອງ​ກອງ​ປະຊຸມ​ສະພາ​ປະຊາຊົນ​​ເທື່ອ​ກ່ອນ​ແລ້ວ​ຫຼື​ບໍ່, ​ຖັດ​ເຮັດ​ດີ​ແລ້ວ, ​​ກໍເບິ່ງ​ວ່າ​ຕໍ່​ໄປລັດຖະບານ​ຈະມີ​ແຜນການ​​ແນວ​ໃດ, ​ເບິ່ງ​ແລ້ວ​ຮູ້ສຶກວ່າ​ມີ​ກຳລັງ​ໃຈທີ່​ສຸດ.

ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ສິ່ງ​ທີ່​ເຮັດ​ໃຫ້ລຸງ​ຈ່າງ​ສົວຢົງ​ດີ​ໃຈ​ທີ່​ສຸດແມ່ນ​ລັດຖະບານ​ຊຸກຍູ້​​ໃຫ້ເພີ່ມ​ເງິນ​ບຳນານ​ໃຫ້​ກຳມະກອນບຳນານຫຼາຍ​ປີ​ຢ່າງ​ຕໍ່​ເນື່ອງ."​ເມຍ​ຂອງ​ຂ້ອຍ​ແມ່ນ​ກຳມະກອນວິ​ສາ​ຫະກິດ,​ທຳ​ອິດ​ໄດ້​ເບ້ຍ​ບຳນານພຽງ​ແຕ່400ກວ່າ​ຢວນ​​ຕໍ່ເດືອນ,​ ​ໃນ4ປີມາ​ນີ້,ລັດ​​ໄດ້​ຂຶ້ນ​ໃຫ້ຫຼາຍ​ເທື່ອ,ດຽວ​ນີ້​ໄດ້​ຮອດ1000ກວ່າ​ຢວນ​ແລ້ວ,​ເລື່ອງ​ນີ້​ເຮັດ​ໃຫ້​ຂ້​ອຍຂອບໃຈ​ທີ່​ສຸດ."

ຢູ່​ຈີນ,ຜູ່​ເອົາ​ໃຈ​​ໃສ່"ນຳກ​ອງປະຊຸມ​ສອງ​ສາະພາ",​ເອົາ​ໃຈ​ໃສ່​ນຳ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານຄື​ກັບ​ລຸ​ຈ່າງ​ສົວຢົງ​ຍັງ​ໝີ​ຫຼາຍ.ທ່ານ​ຢາງ​ຈຸ່ນ​ແມ່ນ​ຜູ່​ຮັບຜິດຊອບ​ຂອງ​ບໍລິສັດ​ໂຄສະ​ນາສິນຄ້າ​ແຫ່ງ​ໜຶ່ງ​ຂອງ​ປັກ​ກິ່ງ,​ເລີ່​ມລົງທຶນ​​ໃນຕະຫຼາດ​ບັດ​ຫຸ້ນ​ສ່ວນ​ໃນ​ປີ1993,ສິບ​ກວ່າ​ປີຜ່ານ​ໄປ,ທ່ານ​ຢາງ​ໄດ້​ກຳ​ໄລ3-4​ແສນ​ຢວນຈາກ​ຕະຫຼາດຫຸ້ນ.​ຈາກ"ກອງ​ປະຊຸມ​ສອງ​ສະພາ"ປີ​ໃດ,ທ່ານກໍ​ໄດ້​ຮູ້​ທ່ວງທ່າ​ພັດທະນາ​ຂອງ​ເສດຖະກິດ​ຈີນ,​ແລ້ວ​ຊອກຫາ​ທິດ​ລົງທຶນ​ຂອງ​ຕົນ​ຢ່າງ​ຖືກຕ້ອງ.

ໃນ​ຜູ່​ແທນ​ສະພາ​ຜູ້​ແທນປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ໃໝ່ປີ​ນີ້,ຜູ່​ແທນ​ຊາວ​ກະສິກອນ​ທີ່​ມາ​ຈາກ​ຂັ້ນ​ຮາກ​ຖານ​​ໄດ້ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ຊຸດ​ກ່ອນ.​ໃນ​ນັ້ນ,ຜູ່​ແທນ​ຊາວນາ​3ຄົນທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​ໄດ້ກາຍ​ເປັນ​ຈຸດ​ສົນ​ໃຈ​ທີ່​ຜູ້ຄົນທັງຫຼາຍ​ເອົາ​ໃຈ​ໃສ່.ນີ້​ແມ່ນ​​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເລືອກ​ເອົາ​ຊາວນາ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ​​ເປັນ​ຜູ້​ແທນ​ສະພາເປັນ​ເທື່ອ​ທຳ​ອິດ.

ເມື່ອ​ຫຼາຍ​ປີ​ກ່ອນ, ທ້າວ​ຈ່າງ​ຊຽງ​ໄດ້​ຈາກ​ບ້ານ​ຢູ່​ຊົນນະ​ບົດທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ, ມາ​ເຮັດ​ວຽກ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ. ​ເມື່ອ​ຮູ້​ວ່າ​ປີ​ນີ້​ມີ​ຊາວ​ກະສິ​ກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ຄືກັບ​ຕົນ​ເອງ​ໄດ້​ກາຍ​ເປັນ​ຜູ້​ແທນ​ປະຊາ​ຊົນ, ທ້າວ​ຈ່າງ​ຊຽງກໍ​ຮູ້ສຶກ​ດີ​ໃຈ​ຫຼາຍ. ລາວ​ເວົ້າ​ວ່າ, "ສອງ​ປີ​ນີ້​ຂ້ອຍ​ເອົາ​ໃຈ​ໃສ່​ນຳ​ກອງ​ປະຊຸມ​ສອງ​ສະພາ​ທີ່​ສຸດ, ​ເພາະວ່າ​ກອງ​ປະຊຸມ​​ໃນ​ສອງ​ປີ​ນີ້​ໄດ້​ສະ​ເໜີ​ວິທີ​ແກ້​ໄຂ​ບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິ​ກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ຄື​ພວກ​ຂ້ອຍ​ນັບ​ມື້​ນັບ​ຫຼາຍ, ນອກ​ນັ້ນ​ຂ້ອຍຍັງ​ໄດ້​ຍິນວ່າ​ປີ​ນີ້​ມີ​ຜູ້​ແທນ3ຄົນ​ແມ່ນ​ຊາວ​ກະສິ​ກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ, ຫວັງວ່າ​ເຂົາ​ເຈົ້າ​ຄົງ​ຈະຍາດ​ແຍ່ງຜົນ​ປະ​ໂຫຍ​ດ ຫຼາຍກ​ວ່າ​ເກົ່າ​ໃຫ້ຊາວ​ກະສິ​ກອນ​ພວກ​ເຮົາ, ກໍ​ຫວັງ​ວ່າ​ລັດຖະບານ​ຄົງ​ຈະເອົາ​ໃຈ​ໃສ່​ນຳ​ບັນ​ຫາ​ຕ່າງໆ​ທີ່​ພວກ​ເຮົາ​ພົບພໍ້​ໃນ​ວຽກ​ງານ​ແລະ​​ໃນ​ຊີວິດຕົວ​ຈິງ.

ໃນ​ກອງ​ປະຊຸມ​ສອງ​ສະພາ​ທຸກໆປີ, ຜູ້​ແທນ​ສະພາ​ປະຊາ​ຊົນ​ໄດ້ຕາງໜ້າ​ປະຊາຊົນ​ຈີນ1​ຕື້300​ລ້ານ​ຄົນ​ປະຕິ​ບັດ​ສິດທິ, ຕົກ​ລົງ​ວຽກ​ງານ​ສຳຄັນ​ຂອງ​ປະ​ເທດ, ກຳມະ​ການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກໍ​ຕ່າງ​ສະ​ເໜີ​ຄວາມ​ຄຶດ​ຄວາມ​ເຫັນກ່ຽວ​ກັບ​ທິດ​ທາງ​ນະ​ໂຍບາຍ​​ໃຫຍ່ຂອງ​ລັດ​ແລະ​ບັນຫາ​ພົ້ນເດັ່ນທີ່​ປະຊາຊົນ​ເອົາ​ໃຈ​ໃສ່​ນຳ, ປະຊາ​ຊົນຈີນ​ທຳ​ມະ​ດາ​ສາມັນ​ກໍຍິ່ງ​ໄດ້​ສ່ອງ​ແສງ​ບັນຫາ​ທີ່​ພົບ​ພໍ້ໃນ​ວຽກ​ງານ​ແລະ​ຊີວິດ​ການ​ເປັນ​ຢູ່​ພ້ອມ​ດ້ວຍ​ ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີກ່ຽວ​ກັບ​ການ​ພັດ​ທະນາ​ປະ​ເທດຊາດ​ໃຫ້​ຜູ້​ແທນ​ສະພາ​ປະ​ຊາ​ຊົນ​ແລະ​ກຳມະ​ການ​ສະພາ​ປຶກ​ສາ​ການ​ເມືອງ, ຫວັງ​ໃຫ້​ຜ່ານ​ຈາກ​ວຽກ​ງານ​ຂອງ​ພວກ​ເພິ່ນ, ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ຕົນ​ປະກົດ​ເປັນ​ຈິງ. ຄົນ​ຈີນ​ທຸກ​ຄົນ​ລ້ວນ​ແຕ່​ມີຄວາ​ມສົນ​ໃຈ​ແລະ​ຄວາມ​ຄອງ​ຄອຍ​ຕໍ່​ກອງ​ປະຊຸມ​ສອງ​ສະພາ.