ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-05 15:05:29    
ລາຍ​ການ​ເສດຖະ​ກິດ​ຈີນ​ທ່ານ​ຫຼີ​ນົ້ວ ຜູ່​ຊ່ຽວ​ຊານ​ອິນ​ໂດ​ເນ​ເຊຍ​ທີ່​ສ້າງ​ສາ​ທ່າ​ກຳ​ປັ່ນ​ກຸ້ຍ​ກວາງ​ຢ່າງ​ຕັ້ງ​ຫນ້າ

cri Author: li

ທີ່​ນີ້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ສະບາຍດີ ທ່ານ​ຜູ່​ຟັງ​ທີ່​ໂຄລົບ  ​ເມືອງ​ກຸ້ຍ​ກາງ​ແມ່ນ​ຕົວ​ເມືອງ​ທ່າ​ກຳ​ປັ່ນ​ແມ່​ນ້ຳ​ໃນ​ທີ່​ສ້າງ​ຕັ້ງ​ຂຶ້ນ​ແຫ່ງ​ໃຫມ່​ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງ​ເຂດ​ກວາງຊີ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ກໍ​​ແມ່ນ​ທ່າ​ກຳ​ປັ່ນ​​ແມ່​ນ້ຳ​ໃນ​ທີ່​ໃຫຍ່​ກວ່າ​ຫມູ່​ໃນ​ເຂດ​ພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ຕົກ.​ໃນ​ຫຼາຍ​ປີ​ມາ​ນີ້,​ເສດຖະກິດ​ທ່າ​ກຳ​ປັ່ນ​ຂອງ​ເມືອງ​ກຸ້ຍ​ກວາງ​ໄດ້​ພັດ​ທະນາ​ຢ່າງ​ວ່ອງ​ໄວ,ທ່ານ​ຫຼີນົ້ວທີ່​ມາ​ຈາກ​ອິນ​ໂດ​ເນ​ເຊຍ ກໍ​ແມ່ນ​ຜູ່​ຫນຶ່ງ​ທີ່ເຂົ້າ​ຮ່ວມການ​ສ້າງສາ​ເມືອງ​ດັ່ງກ່າວ​ຢ່າງ​ຕັ້ງຫນ້​າ.ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ຂອງ​ນັກ​ຂ່າວ​ວິທະຍຸCRI ທີ່​ສົ່ງ​ຈາກ​ເຂດ​ກວາງຊີ.

ເມືອງ​ກຸ້ຍ​ກວາງ​ຕັ້ງ​ຢູ່​ເຂດ​ລະຫວ່າງ​ເຂດ​ພາກ​​ໃຕ້​ກັບ​ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້,​ແມ່​ນ້ຳ​ຊີ່​​ໃນ​ເຂ​ດດັ່ງກ່າວ​ແມ່ນ​ທາງ​ນ້ຳຄຳ​ສາຍ​ຫນຶ່ງ​​ໃນ​ເຂດ​ແຄມ​ທະ​ເລ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ.​ທິດຕາ​ເວັນ​ອອກສຽງ​​ໃຕ້​ຂອງເມືອງ​ກຸ້ຍ​ກາງ​ໄດ້​ໃກ້​ກັບ​​ແຂວງ​ກວ້າງ​ຕຸ້ງ ​ເຂດພັດທະນາ​ຂອງເສດ​ຖະກິດ​ຈີນ​ແລະ​​ເຂດ​ຮົງ​ກົງ ມາ​ກາວ, ພາກ​ຕາ​ເວັນຕົກ​ໄດ້​​ແປະ​ກັບ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ທີ່​ມີ​ຊັບພະຍາກອນ​ອຸດົມສົມບູນ,​ແມ່ນ​ຂຸມ​ທາງ​ອັນສຳຄັນ​ທີ່​ຈີນ​ພົວພັນ​ກັບປະ​ເທດ​ອາຊີ​ອາຄະ​ເນ,ມີ​ທ່າ​​ແຮງ​ເຂດ​ອັນຊັດ​ເຈນ​ທີ່​ສຸດ.

  ​ເດືອນ​ພຶດສະພາ​ປີ 2006,ອົງການ​ປົກຄອງ​ເມືອງ​ກຸ້ຍ​ກວາງ​ກັບ​ບໍລິສັດ​ຫຸ້ນ​ສ່ວນPT AKR ຈຳກັດ​ອິນ​ໂດ​ເນ​ເຊຍ​ໄດ້​ຮ່ວມ​ກັນ​ລົງທຶນ,ສ້າງ​ຕັ້ງ​ບໍລິສັດວຽກ​ງານຕູ້​ບັນຈຸ​ເຄື່ອງ AKR ​ເຂດ​ກວາງຊີ​ທີ່​ເປັນ​ບໍລິສັດ​ຕູ້​ບັນຈຸ​ເຄື່ອງ​ວິຊາ​ສະ​ເພາະ​ແຫ່ງ​ຫນຶ່ງທີ່​ໃຫຍ່​ກວ່າ​ຫມູ່​ຂອງ​ແມ່​ນ້ຳ​ເນ້​ເຂດ​ກວາງຊີ,ສະ​ນັ້ນ ທ່ານ​ຫຼີ​ນົ້ວ​ໄດ້​ຈາກ​ອິນ​ໂດ​ເນ​ເຊຍ​ມາ​ຮອດ​ຈີນ,​ເປັນ​ຜູ່​ອຳນວຍ​ການ​ໃຫຍ່​ຂອງ​ບໍ​ລໍ​ສັດ​ດັ່ງກ່າວ.​ນັບ​ແຕ່​ເວລາ​ນັ້ນ​ເປັນ​ຕົ້ນ​ໄປ,ທ່ານ​ຫຼີນົ້ວ​ໄດ້​ເລີ່​ມ​​ເຮັດ​ວຽກ​ຫຼາຍ​ຢູ່​ຈີນ.ທ່ານ​ຫຼີນົ້ວຫວນ​ຄືນ​ວ່າ:

ຂ້າພະ​ເຈົ້າ​​ໄດ້​ມາ​ຈີນ​​ໃນ​ເດືອນ​ກໍລະກົດ​ປີ 2005,​ແຕ່ລະ​ເດືອນ​ຂ້າພະ​ເຈົ້າ​ຈະ​ໄປໆ​ມາ​ໆ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ທ່າ​ກຳ​ປັ່ນ,​ໃນ​ເວລາ​ນັ້ນ​ ຕົ້ນຕໍ​ແມ່ນ​ເພື່ອ​ສຳ​ຫຼວດຄວາມ​ເປັນ​ໄປ​ໄດ້​ທີ່​ລົງທຶນ​ຢູ່​ທ່າ​ກຳ​ປັ່ນ​ກຸ້ຍ​ກາງ.

ປະຈຸ​ບັນ,ທ່ານ​ຫຼີນົ້ວ​​ໄດ້​ຊີວິດ​ຢູ່​ຮົງ​ກົງ​ໃນເວລາ​ສ່ວນ​ຫຼາຍ​ທີ່​ສຸດຂອງ​ປີ​ຫນຶ່ງ,ທ່ານ​ຫຼີນົ້ວ​ເວົ້າ​ວ່າ:

​ປະຈຸ​ບັນ,ຂ້າພະ​ເຈົ້າ​​ໄດ້​ຊີວິດ​ຢູ່​ແຫ່ງ​ນີ້​ໃນເວລາ​ສ່ວນ​ຫຼາຍ​ທີ່​ສຸດ,​ໃນ​ປີ​ຫນຶ່ງ​ປະມານ 20 ກວ່າ​ມື້​ກັບ​ຄືນ​ອິນ​ໂດ​ເນ​ເຊຍ,​ແຫ່ງ​ນີ້​ມີ​ວຽກ​ຫຼາຍ. ຍ້ອນ​ອາກາດເຂດ​ກວາງຊີ​ໃກ້ຊິດ​ອາກາດ​ອິນ​ໂດ​ເນ​​ເຊຍ,ບວກ​ກັບ​​ເຂດ​ກວາງຊີ​​ໄດ້​ແລກປ່ຽນ​ກັບ​ອິນ​ໂດ​ເນ​ເຊຍ​ເລື້​ອຍໆ,ສະ​ນັ້ນ,ທ່ານ​ຫຼີນົ້ວຈຶ່ງ​ຮູ້​ສຶກຊີວິດ​ຢູ່​ແຫ່ງ​​ເມືອງ​ທ່າ​ກຳ​ປັ່ນ​ກຸ່ຍຢ່າງ​ສະບາຍ.

 ທ່ານ​ຫຼີນົ້ວຊີວິດ​ແລະ​ເຮັດວຽກ​ຢູ່​ທ່າ​ກຳ​ປັ່ນ​ກຸ້ຍ​ປະມານ​ສາມ​ປີ,ທ່ານ​ສົນ​ໃຈ​ນຳ​ການ​ພັດທະນາ​ຂອງ​ເສດຖະກິດ​ຈີນ​ຢ່າງ​​ໃກ້ຊິດ,​ແລະ​ຮູ້ສຶກ​ປະຫຼາດ​ໃຈ​ຕໍ່​ການ​ພັດທະນາ​ຂອງ​ເສດຖະກິດ​ຈີນ​ຢ່າງ​ວ່ອງ​ໄວ.ທ່ານ​ເວົ້າ​ວ່າ:

ຂ້າພະ​ເຈົ້າ​ເຫັນ​ວ່າ​ປະ​ເທດ​ນີ້​ພັດທະນາ​ຢ່າງ​ດີ​ທີ່​ສຸດ,​ໃນ​ລະຫວ່າງ 15 ປີ​ຮອດ 20 ປີ,ບໍ່​ມີ​ປະ​ເທດ​ໃດ​ສາມາດ​ກະທົບກະ​ເທືອ​ນ​ເຖິງ​ເສດຖະກິດ​ໂລກ​ຄື​ຈີນ,ຂ້າພະ​ເຈົ້າຍົກ​ຕົວຢ່າງ,ຂ້າພະ​ເຈົ້າ​ທີ່​ເປັນ​ຜຸ່ຊ່ຽວຊານຂອງ​ທ່າ​ກຳ​ປັ່ນ​ໄດ້​ຮູ້​ເຖິງ,ທ່າ​ກຳ​ປັ່ນ​ກວາງ​ໂຈວ​ແລະ​ທ່າ​ກຳ​ປັ່ນ​ຊຽງ​ໄຮ້ໃນ​ທ້າຍ​ຊຸມ​ປີ 80 ຂອງ​ສະຕະວັດ​ທີ​ແລ້ວ,​ໃນ​ເວລາ​ນັ້ນ ທ່າ​ກຳ​ປັ່ນ​ອິນ​ໂດ​ເນ​ເຊຍ​ໄດ້​ກ້າວຫນ້າຫຼາຍ​ກວ່າ​ທ່າ​ກຳ​ປັ່ນ​ກວາງ​ໂຈ​ວ​ແລະ​ທ່າ​ກຳ​ປັ່ນ​ຊຽງ​ໄຮ້,​ແຕ່​ວ່າ ທ່າ​ກຳ​ປັ່ນ​ກວາງ​ໂຈ​ວ​ແລະ​ທ່າ​ກຳ​ປັ່ນ​ຊຽງ​ໄຮ້​ຂອງ​ຈີນ​​ໃນ​ປະຈຸ​ບັນ​ລ້ວນ​ແຕ່​ໄດ້​ບັນລຸ​ເຖິງ​ລະດັບ​ອັນ​ດັບ​ທີ​ຫນຶ່ງ​ຂອງ​ໂລກ,ກ້າວຫນ້າ​ຫຼາຍ​ກວ່າ​ທ່າ​ກຳ​ປັ່ນ​ຢາກາກ​ຕາ,ນີ້​ພຽງ​ແຕ່​ແມ່ນ​ຈາກ​ດ້ານ​ຫນຶ່ງ​ຂອງ​ທ່າ​ກຳ​ປັ່ນ.​ເມື່ອ​ສັງ​ເກດ​ຈາກ​ທ່າ​ກຳ​ປັ່ນ​ແລ້ວ,​ເສດຖະກິດ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ,ຈີນ​ຈະ​ກາຍ​ເປັນ​ສ່ວນ​ປະກອບ​ອັນ​ສຳຄັນ​ຂອງ​ເສດ​ຖະກິດ​ໂລກ.

​ເມື່ອ​ເວົ້າ​ເຖິງ​ເນື້ອ​ໃນ​ດັ່ງກ່າວ,ທ່ານ​ຫຼີນົ້ວ​ໄດ້​ຍົກ​ໂປ້​ມື​ຕໍ່​ນັກ​ຂ່າວ,​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຮູ້ສຶກ​ວ່າ​ທ່ານ​ມີ​ທ່າ​ທີ​ອັນ​ຊົມ​ເຊີຍ​ຕໍ່​ການ​ພັດທະນາ​ຂອງ​​ເສດຖະກິດ​ຈີນ,ທ່ານ​ຫຼີນົ້ວ​ເວົ້າ​ວ່າ,ການ​ພັດທະນາ​ຂອງ​ເສດຖະກິດ​ຈີນ​ຢ່າງ​ວ່ອງ​ໄວ​ນັ້ນ​ກໍ​ໄດ້​​ເຮັດ​ໃຫ້​ບໍ​ລິ​ສັດ AKR ອິນ​ໂດ​ເນ​ເຊຍ​ເລັ່ງລັດ​ສ້າງສາ​ຢູ່​ທ່າ​ກຳ​ປັ່ນ​ກຸ້ຍ.

ບໍລິສັດ AKR ອິນ​ໂດ​ເນ​ເຊຍ​ໄດ້​ດຳ​ເນີນ​ທຸລະ​ກິດ​ຢູ່​ຈີນ​ເປັນ​ເວລາ 10 ປີ​ແລ້ວ,ພວກຂ້າພະ​ເຈົ້າ​ກໍ​ມີ​ວຽກ​ງານ​ຢູ່​ເມືອງ​ລິວ​ໂຈ​ວ.ບໍລິສັດ​ແມ່ນ​ສ່ວນ​ປະກອບ​ທີ່​ສຳຄັນ​ໃນ​ທ່າ​ກຳ​ປັ່ນ​ແລະ​ການ​ຂົນ​ສົ່ງ​ການ​ຄ້າ​ຂອງ​ອິນ​ໂດ​ເນ​ເຊຍ,ພ້ອມ​ກັນນັ້ນ ບໍລິສັດ​ໄດ້​ຮູ້​ຖານະ​ຍຸດ​ທະ​ສາດ​ຢູ່​ເຂດ​ກວາງຊີ​ແລະ​ທ່າ​ກຳ​ປັ່ນ​ແມ່ນ​ສຳຄັນ​ທີ່​ສຸດ,ບໍລິສັດ​​ແຫ່ງ​ນີ້​ຕັ້ງ​ຢູ່​ສູນ​ຂອງ​ເຂດ​ກວາງຊີ.ສະ​ນັ້ນ ຖານະຍຸດ​ທະ​ສາດຂອງທ່າ​ກຳ​ປັ່ນ​ແມ່ນ​ສາ​ເຫດ​ທີ່​ບໍ​ລິ​ສັດ​ຄັດ​ເລືອກ.

 ນັບ​ເຕ່ປີ 2000 ​ເປັນ​ມາ​ນີ້,ຈີນ​ໄດ້ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ພາກ​ຕາ​ເວັນ​ຕົກ  ດູດ​ດຶ​ງ​ເອົາ​​ເງິນ​ທຶນ ​ເຕັກນິກ​ແລະນັກວິຊາການ​ເພື່ອ​ລົງທຶນ​ໃນ​ການ​ພັດທະນາ,ຊຸກຍູ້​ໃຫ້​ປະຊາກອນ ຊັບພະຍາກອນ ສິ່ງ​ແວດ​ລ້ອມ​ແລະ​ສັງຄົມ​ເສດຖະກິດ​ໃນພາກ​ພື້ນຕາ​ເວັນ​ຕົກ​ໄດ້​ພັດທະນາ​ຢ່າງ​ກົມ​ກ່ຽວ​ກັນ,​ສ່ວນພາກ​ພື້ນ​ຕາ​ເວັນຕົກ​ມີ​ເນື້ອ​ທີ່​ອັນ​ກວ້າງຂວາງ,ມີ​ຊັບພະຍາກອນ​ທຳ​ມະ​ຊາດ​ອັນ​ອຸດົມສົມບູນ,ກໍ​ສະຫນັບສະຫນູນ​ການ​ພັດທະນາ​ຂອງ​ເສດຖະກິດ​ພາກ​ຕາ​ເວັນ​ອອກ​ຢ່າງ​ແຂງ​ແຮງ.ທ່າ​ກຳ​ປັ່ນ​ທີ່​ຕັ້ງ​ຢູ່​ເຂດ​ຕິດ​ຕໍ່​ພາກຕາ​ເວັນ​ອອກ​ແລະ​ພາກ​ຕາ​ເວັນ​ຕົກ,ບົດບາດ​ຂອງ​ຂຸມ​ທາງ​ຄົມມະນາຄົມ​ມີ​ຄວາມ​ສຳຄັນອັນ​ຊັດ​ເຈນ.ທ່ານ​ຫຼີນົ້ວ​ເວົ້າ​ວ່າ,​ເພື່ອ​ສອດ​ຄ່ອງ​ກັບ​ການ​ພັດທະນາ​ຂອງ​ເສດຖະກິດ​ຢ່າງ​ວ່ອງ​ໄວ,ບໍລິສັດ​ຕູ້​ບັນຈຸ​ເຄື່ອງ​ຂອງ AKR ທ່າ​ກຳ​ປັນຈຳກັດຈີນ​ໄດ້​ປັບປຸງ​ແຜນການ​ສ້າງສາ​ເດີມ.

ກ່ອນບໍລິສັດ​ເຂົ້າ​ປະຈຳ​ທ່າ​ກຳ​ປັ່ນ​ກຸ້ຍ,ອົງການ​ປົກຄອງ​ໄດ້​ມີ​ແຜນການ​ແລ້ວ,ພວມ​ກະກຽມ​ກໍ່ສ້າງ,ຄວາມ​ສາມາດຂອງຕູ້​ບັນຈຸ​ເຄື່ອງ​ທີ່ອົງການ​ປົກຄອງ​ທ່າ​ກຳ​ປັ່ນ​ກຸ້ຍວາງ​ແຜນ​ນັ້ນ​​ໄດ້​ມີ​ເຖິງ1 ​ແສນ 5 ຫມື່ນ​ຕູ້ທຸກໆ​ປີ,ຄວາມ​ສາມາດ​ບັນຈຸ ເຄື່ອງ​ຂອງອື່ນໆ​ໄດ້​ມີ​ເຖິງ 1 ລ້ານ 8 ​ແສນ​ໂຕນ,​ແຕ່​ວ່າ ຫຼັງ​ຈາກ​ບໍລິສັດ​ແຫ່ງ​ນີ້​ເຂົ້າ​ປະຈຳ​ທ່າ​ກຳ​ປັ່ນ​ກຸ້ຍ​ແລ້ວ,ກໍ​ຮູ້ສຶກ​ວ່າການ​ຂົນ​ສົ່ງ​ເຄື່ອງ​ຂອງ​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ຫຼາຍ​ກວ່າ​ເກົ່າ​ຕໍ່​ທ່າ​ກຳ​ປັ່ນ,ຄວນ​ສ້າງ​ຕັ້ງທ່າ​ກຳ​ປັ່ນ​ໃຫຍ່​ຫຼາຍ​ກວ່າ​ເກົ່າ​ທີ່​ມີ​ຄວາມ​ສາມາດ​ບັນຈຸ.ສະ​ນັ້ນ​ໄດ້​ວາງ​ແຜນຄືນ​ໃຫມ່​ແລະ​ຮັບ​ຄວາມ​ຄືບ​ຫນ້າ​ຢ່າງ​ສະດວກ​ກວ່າ​ເກົ່າ,ນັບ​ມາ​ຮອດ​ເວລາ​ທີ່​ຈະ​ສ້າງ​ສຳ​ເລັດ ຄວາມ​ສາມາດ​ຂອງ​ຕູ້​ບັນ​ຈຸ​ເຄື່ອງ​ຈະ​ບັນລຸ​ເຖິງ2 ​ແສນ​ຕູ້​ທຸກ​ປີ,ຄວາມ​ສາມາດ​ບັນຈຸ​ເຄື່ອງ​ຂອງ​ອື່ນ​ຈະ​ມີ​ເຖິງ 3 ລ້ານ​ໂຕນ.

  ທ່ານ​ຫຼີນົ້ວ​ໄດ້​ພະຍາຍາມ​ສຸດ​ຂີດ​​​​ເພື່ອ​ສ້າງສາ​ທ່າ​ກຳ​ປັ່ນ​ກຸ້ຍ,ຈິດ​ໃຈ​​ເຮັດ ວຽກ​ຂອງ​ທ່ານ​ໄດ້​ເຮັດ​ໃຫ້​ເພື່ອນ​ຈີນ​ມີ​ຄວາມ​ຮູ້​ສື​ກຫຼາຍ,ທ່ານ​ພາງ​ເຈີ​ທາວ  ​ເຈົ້າ​ຫນ້າ​ທີ່​ອົງການ​ປົກຄອງ​ທ່າ​ກຳ​ປັ່ນ​ກຸ້ຍ​​ເວົ້າ​ວ່າ:

ທ່ານ​ຫຼີນົ້ວ​ເປັນ​ຄົນ​ທີ່​ອ່ອນ​ໂຍນ ​​ໃຈດີ​ແລະ​​​ເຮັດ​ວຽກ​ງານ​ຢ່າງ​ຈິງ​ຈັງ,​ເພິ່ນ​ເຕັມ​ໄປ​ດ້ວຍ​​ໄມຕີຈິດ​ຕໍ່​ຈີນ​​ໂດຍ​ສະ​ເພາະ​ແມ່ນ​ທ່າ​ກຳປັ່ນ​ກຸ້ຍ,ພວກ​ຂ້າພະ​ເຈົ້າ​ຮູ້​ສຶກວ່າ​ທ່ານ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ໃນ​ບັນຍາກາດ​ຂອງ​ທ່າ​ກຳ​ປັ່ນ​ຢ່າງ​ສິ້ນ​ເຊີງ.

  ​ໃນ​ເວລາ​ໃກ້​ສິ້ນ​ສູດ​ການ​ມາ​ເອົາ​ຂ່າວ,ທ່ານ​ຫຼີນົ້ວ​ເວົ້າ​ກັບ​ນັກ​ຂ່າວ​ວ່າ,​ເຖິງ​ວ່າ​ທ່ານ​ໄດ້​ຊີວິດ​ຢູ່​ທ່າ​ກຳ​ປັ່ນ​ເປັນ​ເວລາ​ສອງ​ປີ​ປາຍ​ກໍ​ຕາມ,​ແຕ່​ທ່ານ​ຍັງ​​ເວົ້າ​ພາສາ​ຈີນ​ບໍ່​ເປັນ,​ເພື່ອ​ສະ​ແດງ​ເຖິງ​ອາລົມ​ຈິດ​ຂອງ​ທ່ານ​ທີ່​ເຮັດ​ວຽກ​​ແລະ​ດຳລົງ​ຊີວິດ​ຢູ່​ທ່າ​ກຳ​ປັ່ນ​ກຸ້ຍ,ທ່ານ​ໄດ້​ຮ່ຳຮຽນ​ປະ​ໂຫຍ​ດຫນຶ່ງ​ພາສາ​ຈີນຕໍ່​ຜູ່​ແປ,ທ່ານ​ເວົ້າ​ດ້ວຍ​ພາສາ​ຈີນຢ່າງ​ຕັ້ງຫນ້າ​ວ່າ:(ປ່ອຍ​ສຽງ 10) ຂ້າພະ​ເຈົ້າ​ຊີວິດ​ຢູ່​ທ່າ​ກຳ​ປັ່ນ​ຢ່າງ​ດີ​ອົກ​ດີ​ໃຈ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ ທີ່​ຟັງ​ມາ​ນັ້ນ​ແມ່ນ​ລາຍການ​ເສດຖະກິດ​ສັງຄົມ.ລາຍ ການ​​ເສດຖະກິດ​ສັງຄົມ​ພາກ​ນີ້ ຂໍ​ຈົບ​ລົງ​ພຽງ​ເທົ່າ​ນີ້ ພົບ​ກັນ​ໃຫມ່​ໃນ​ລາຍການ​ຫນ້າ ສະບາຍດີ