ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-05 15:10:15    
ນາງ​ເຈິ້ງ​ຊີ້​ລານ ນັກ​ຮ້ອງຊື່​ດັງ​ຂອງ​ຈີນ

cri

ສະບາຍດີ​ທ່ານ​ຜູ້​ຟັງ​ຍິນດີຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການ​ວັດທະນະທຳ​ຈີນ. ມື້​ນີ້​ຈະ​ແນະນຳ​ນາງ​ເຈິ້ງ​ຊີ້​ລານ ນັກ​ຮ້ອງ​ຊື່​ດັງ​ຂອງ​ຈີນ. ​ເມື່ອ​ຊຸມ​ປີ1980, ຈີນ​ຫາ​ກໍ່​ປະຕິບັດ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ, ນາງ​ໄດ້​ຮັບ​ຊື່ສ​ຽງດົ່ງ​ດັງ​​ໃນ​ທົ່ວ​ປະ​ເທດ​ຍ້ອນການສະ​ແດງທີ່​ອ່ອນ​ຫວານ. ​ເຖິງ​ວ່າ​ຊີວິດ​ການ​ເປັນ​ຢູ່​ຈະລຳບາກ​ຫຼາຍ​ກໍ່ຕາມ, ​ແຕ່​ນາງ​ກໍ​ຍັງ​ສາມາດ​ຮັກສາ​ການ​ດຳລົງ​ຊີວິດທີ່​ລຽບ​ງ່າຍ​ແລະ​ມີ​ພະລັງ​ຊີວິດ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ.

​ໃນ​ຍາມ​ບຸນກຸດ​ຈີນ​ທີ່​ບໍ່​ດົນ​ມາ​ນີ້, ນາງ​ເຈິ້ງ​ຊີ້​ລານ​ໄດ້​ຈັດ​ງານ​ຄອນ​ເຊິ​ດບຸກຄົນ​ເລື່ອງ"ຫວນ​ຄືນ​ອະດີດ"​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເພື່ອ​ລະ​ລຶກສະ​ແດງ​ຄົບຮອບ30ປີ​ແລ້ວ. ​ເພງ​ທີ່​ທ່ານ​ຟັງ​ມາ​ນັ້ນ​ກໍ່​ແມ່ນ​ເພງ​ທຳ​ອິດ​ທີ່​ສ້າງ​ຊື່ສ​ຽງ​ໃຫ້​ແກ່​ນາງ.

​ເມື່ອ​ຟັງ​ເພງ​ນິຍົມ​ໃນ​ຫຼາຍ​ສິບ​ປີ​ກ່ອນ​ອີກ​ແລ້ວ, ທ່ານ​ຈ່າງ​ຮ້ານ​ຈົ່ງ ຜູ້​ຟັງ​ຜູ້​ໜຶ່ງ​ຮູ້ສຶກ​ຕື່ນ​ເຕັ້ນ​ໃຈ​ຫຼາຍ. ທ່ານ​ເວົ້າ​ວ່າ, ສຽງ​ເພງ​ຂອງ​ນາງ​ເຈິ້ງ​ຊີ້​ລານ​ເຄີຍ​ສົ່ງ​ຜົນ​ສະທ້ອນ​ຢ່າງ​​ເລິກ​ເຊິ່ງ​ໃຫ້​ຄົນ​ທີ່​ມີ​ອາຍຸ​ສູງ​ກວ່າ50ປີ​​ເຫຼົ່ານີ້, ສະ​ນັ້ນ​ທ່ານ​ເອງ​ກໍ​ໄດ້​ກາຍ​ເປັນ​ເພື່ອນ​ມິດ​ກັບ​ນາງ​ເຈິ້ງ​ຊີ້​ລານ. ທ່ານ​ເວົ້າ​ວ່າ,

ໃນ​ເວລາ​ນັ້ນ, ພໍ​ຟັງ​ເພງ​ອ່ອນ​ຊອນ​ແບບ​ນີ້​ຂອງ​ນາງ, ຄົນ​ທັງຫຼາຍ​ກໍ​ມັກ​ໂລດ, ມີ​ຄວາມ​ຮູ້ສຶກ​ໃໝ່​ອ່ຽມ, ​ຈັບ​ໃຈ​ຫຼາຍ. ​ໂດຍ​ສະ​ເພາະ​ແມ່ນ​ມູ້​ຢາງ​ສູ ​ເພງ​ລ້ຽງ​ແບ້ ​ເຊິ່ງ​​​ແມ່ນ​ເພງ​ຫົວ​ຂໍ້​ຂອງ​ລະຄອນ​ໂທລະພາບ ວັດ​ຊ້າ​ວລິນ, ​ແລະ​ຍັງ​ມີ​ເພງ ​ໄທ້​ຢາງ​ຕາວ​ຊ້າງ ​ແປ​ວ່າ ຢູ່​ເທິງ​ເກາະ​ຕາ​ເວັນ, ຫຼາຍ​ຄົນ​ຟັງ​ແລ້ວ​ກໍ່​ໄປ​ທ່ຽວ​ເກາະ​ຕາ​ເວັນ​​ເປັນ​ສະ​ເພາະ.

ປີ1977, ນາງ​ເຈິ້ງ​ລີ້​ລານ​ທີ່​ພວມ​ຮຽນ​ຢູ່​​ໂຮງຮຽນ​ມັດທະຍົມ​ປາຍ​​ໄດ້​ເຂົ້າ​ໃນ​ກອງ​ສິລະ​ປະ​ຕົ່ງ​ຟ່າງ, ຈາກ​ນັ້ນຫຼາຍ​ປີນາງ​ກໍ່​ແມ່ນ​ໜຶ່ງ​ໃນນັກສະ​ແດງ​ຊື່​ດັງ​ກວ່າ​ໝູ່​ໃນ​ກອງ​ສິລະ​ປະ​ຕົ່ງ​ຟ່າງ. ນາງ​ຫວນ​ຄືນ​ວ່າ, ​ເມື່ອ​ປີ1979ນາງ​ຫາ​ກໍ່​ເລີ່​ມກາ​ນສະ​ແດງ, ກໍ​ໂຊກ​ດີ​ທີ່​ໄດ້​​ໂອກາດ​ຮ້ອງ​ເພງ ​ໄທ້​ຢາງ​ຕາວ​ຊ້າງ, ​ເພງ​ນີ້​ແມ່ນ​ເພງ​ທີ່​ພັນ​ລະ​ນາ​ທິວ​ທັດ​ສວຍ​ງາມ​ຂອງ​ເກາະ​ຕາ​ເວັນ​ທີ່​ເມືອງ​ຮາ​ບິນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ. ຫຼັງ​ຈາກ​ເພງ​ນີ້​ກະຈາຍ​ອອກ​ມາ, ກໍ່​ໄດ້​ຈັບ​ໃຈ​ຄົນ​ທັງຫຼາຍ​​ໂລດ, ​ແລະ​ຍັງ​ໄດ້​ປະ​ກວດ​ເປັນ​ໜຶ່ງ​ໃນ15​ເພງ​ວິທະຍຸ​ທີ່​ດີ​ເດັ່ນ, ຕໍ່​ມາ​ຍັງ​ໄດ້​ຮັບ​ລາງວັນ​ແຜ່ນສຽງ​ຄຳ​ຄັ້ງ​ທຳ​ອິດ​ຂອງ​ຈີນ. ນາງ​ເຈິ້ງ​ຊີ້​ລານ​ຖື​ຜົນສຳ​ເລັດ​ເຫຼົ່າ​ນີ້​ຢູ່​ນຳ​ໂຊກ​ດີ. ນາງ​ເວົ້າ​ວ່າ,

​ໃນ​ຫຼາຍ​ປີທຳ​ອິດ​ຈັ່ງ​ແມ່ນ​ໂຊກ​ດີ​ທີ່​ໄດ້​ໂອກາດ​ດີ​ແນວ​ນີ້, ຄື​ໃຫ້​ຂ້ອນ​ໄປອັດເພງ ​ໄທ້​ຢາງ​ຕາວ​ຊ້າງ. ບໍ່​ດົນ​ຜູ້​ຊົມ​ໃນ​ທົ່ວ​ປະ​ເທດ​ກໍ່​ໄດ້​ມັກ​ເພງ​ນີ້​ແລ້ວ, ສະ​ເນັ້ນ​ຂ້ອຍ​ຮູ້ສຶກ​ວ່າ​ຈັ່ງ​ແມ່ນ​ໂຊກ​ດີ​ເນາະ, ຈາກ​ນັ້ນ​ມາ​ກໍ່​ຄິດ​ວ່າ, ມີ​​ໂຊກ​ດີ​​ແນວ​ນີ້​ກໍ່​ຕ້ອງ​ທຳ​ຄວາມ​ພະ​ຍາ​ຍາມ​ຫຼາຍ​ກວ່າ​ເກົ່າ, ​ແລະ​ທະນຸ​ຖະໜອມ​ຄວາມ​ຍ້ອງຍໍ​​ທີ່​ຫາ​ຍາກ.

​ເພງ​ທີ່​ຟັງ​ມາ​ນັ້ນ​ແມ່ນ​​ເພງ​ຫົວ​ຂໍ້​ໃນ​ລະຄອນ​ໂທລະພາບ​ວັດ​ຊ້າ​ວລິນ. ​​ເມື່ອ​ມີ​ຊື່​ສຽງ​ດົ່ງ​ດັງ​ແລ້ວ, ນາງ​ເຈິ້ງ​ຊີ້​ລານ​ໄດ້​ຮ້ອງອີກ​ຫຼາຍ​ເພງ, ​ແລະ​ມີ​ຮູບ​ການສະ​ແດງພິ​ເສດ​ຢູ່​ເທິງ​ເວທີ. ນາງ​ເຄີຍ​ໄປ​ໄທ ຟິລິ​ບປິນ​ແລະ​ມາ​ເລ​ເຊຍ​ເພື່ອ​ຮ່ຳຮຽນ​ດົນຕີ​ພື້ນ​ເມືອງຢູ່​ແຫ່ງ​ຕ່າງໆ, ຕອນ​ທຳ​ອິດ​ບໍ່ຮູ້​ພາສາ​ຈັກ​ເມັດ, ​ແຕ່​ສຸດ​ທ້າຍ​ສະ​ແດງ​ຢູ່​ເທິງ​ເວທີ​ແລ້ວ​ຜູ້​ຊົມ​ພັດ​ຖື​ວ່າ​ນາງ​ເປັນ​ນັກສະ​ແດງ​ຂອງ​ປະ​ເທດ​ຕົນ. ກໍ່​ຄື​ແນວ​ນີ້​ນາງ​​ໄດ້​ຮຽນ​ວິທີ​ການ​ຮ້ອງ​ແລະ​ການສະ​ແດງ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ອັດ​ເພງ​ໃໝ່ ສະ​ແດງ​ຢູ່​ປະ​ເທດ​ແລະ​ເຂ​ດ​ແຄວ້ນ​ຕ່າງໆ, ຊີວິດ​ແນວນີ້​ໄດ້​ແກ່ຍາວ​ຫຼາຍ​ປີ.

ນັບ​ແຕ່​ປີ1989, ນາງ​ເຈິ້ງຊີ້​ລານ​ໄດ້​ດຳ​ລົງ​ຊີວິດຢູ່​ອາ​ເມ​ລິ​ກາ​ເປັນ​ເວລາ6ປີ. ​ໃນ​ເວລາ​ນັ້ນ, ຈຸດ​ສຸມ​ຂອງ​ນາງ​ກໍ່​ແມ່ນ​ລ້ຽງ​ລູກ​ແລະ​ຄ່ອຍໆ​ລາ​ອອກ​ຈາກ​ວົງ​ດົນຕີ. ​ໃນ​ໄລຍະ​ນັ້ນ, ນາງ​ເປັນ​ພະຍາດ​ນອນ​ຢູ່​ໂຮງໝໍ, ​ແລະ​ໄດ້​ຜ່າ​ຕັດ​ສອງ​ເທື່ອ. ຫຼັງ​ຈາກ​ການ​ຜ່າ​ຕັດ​ເທື່ອ​ທີ​ສອງ, ກໍ​​ມີ​ຂ່າວ​ຮ້າຍ​ອີກ​ອັນ​ໜຶ່ງ​ວ່າ​ຄູ່​ຮັກຂອງ​ນາງ​ເປັນ​ພະຍາດ​ມະ​ເຮັງ​​ແລະ​ນອນ​ໂຮງໝໍ​ເຊັ່ນ​ກັນ. ທຸກໆ​ມື້​ນາງ​​ໄປ​ຢູ່​ອ້ອມ​ຂ້າງ​ຄູ່​ຮັກ​ເພື່ອ​ກ່ອມ​ອາລົມ​​ໃຈ​ຈົນ​ຮອດ​ນາທີ​ສຸດ​ທ້າຍ​​ໃນຊີວິດ​ຂອງ​ຄູ່​ຮັກ. ​ເມື່ອ​ປະສົບ​ຄວາມ​ເຈັບ​ປວດ​ແລະ​ການ​ເສຍ​ຊີວິດ​ຂອງ​ຄູ່​ຮັກ, ນາງ​​ເຈິ້ງ​ຊີ້​ລານ​ເສົ້າ​ສະຫຼົດ​ໃຈ​ທີ່​ສຸດ, ທັງ​ປະກົດ​ເຫັນ​ວ່າ​ຕົນ​ເອງ​ເປັນ​ຄົນ​ໃຈ​ເຂັ້ມ​ແຂງ.

ປະສົບ​ການ​ຍາກລຳບາກ​ປານ​ນີ້, ຄົນ​ອື່ນ​ອາດ​ຈະ​ອົດທົນ​ບໍ່​ໄດ້​ແລ້ວ, ​ແຕ່​ນາງ​ເຈິ້ງ​ຊີ້​ລານ​ພັດຜ່ານ​ຜ່າ​ໄປ​ໝົດ, ​ແລະ​ຍັງ​ຖື​ວ່າ​ຕົນ​ເອງ​​ໂຊກ​ດີ​ຫຼາຍ, ຈຶ່ງ​ໄດ້​ໂອກາດ​ສະ​ແດງ​ຢູ່​ເທິງ​ເວທີ​ຄື​ເກົ່າ. ຫຼັງ​ຈາກຄວາມ​ທໍລະ​ຫົດ​ອົດທົນ​ຄວາມ​ລຳບາກ​ແລ້ວ, ນາງ​ເຫັນ​ວ່າ​ຊີວິດ​ຂອງ​ຕົນ​ກໍ່​ແມ່ນ​ເກີດ​ເພື່ອດົນຕີ.

ກໍ່​ຄື​ໃນ​ເພງ​ນີ້ບິນ​ແມ້ ນົກກາງ​ແກ ຮ້ອງ​ວ່າ, "ກະ​ແສ​ລົມ, ທົດ​ສອບ​ຈິດ​ໃຈ​ຂອງ​ເຈົ້າ, ນ້ຳ​ຝົນ​ເຊາະ​ແຊ່​ປີກ​ຂອງ​ເຈົ້າ. ບິນ​ແມ້, ນົກກາງ​ແກ​ທີ່​ໜ້າ​ຮັກ, ຜ່ານ​ລົມ​ຝົນ​ແລ້ວ​ເຈົ້າ​ຈຶ່ງ​ຈະ​ເຂັ້ມ​ແຂງ" ​ຫຼັງ​ຈາກ​ອົດທົນ​ຄວາມ​ລຳບາກ​ແລ້ວ, ນາງ​​ເຈິ້ງ​ຊີ້​ລານ​ຍິ່ງ​ໃຈ​​ເຂັ້ມ​ແຂງ​ກວ່າ​ເກົ່າ, ​ແລະ​ສະ​ແດງ​ຢູ່​ໜ້າ​ຜູ້​ຊົມ​ຈີນ​ຄືນ​ໃໝ່, ສຽງ​ເພງຂອງ​ນາງ​ຍັງ​ມ່ວນ​ຫູ​ອອນຊອນ​ໃຈ​ຄື​ເກົ່າ. ປີ1999, ນັກ​ດົນຕີ​ຊາວ​ຈີນ​ຜູ້​ໜຶ່ງ​ຂອງ​ສິງກະ​ໂປ​ຈັດ​ເອົາ​ຫຼາຍ​ເພງ​ຂອງທີ່​ຮ້ອງ​ໂດຍ​ນາງ​ເຈິ້ງ​ຊີ້​ລານ​ຂຶ້ນ​ສູ່​ເວທີ, ພໍ​ອອກ​ອາກາດ​ກໍ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຢ່າງ​ກວ້າງຂວາງ. ນາງ​ເຈິ້ງ​ຊີ້​ລານ​ຫວນ​ຄືນ​ວ່າ,

ນັກ​ດົນຕີ​ຊາວ​ຈີນ​ຜູ້ໜຶ່ງ​ຢູ່​ສິງກະ​ໂປ​ມັກ​ດົນຕີ​ໃນ​ລະຄອນ​ໂທລະພາບ, ຫົວຄິດ​ປະດິດ​ສ້າງ​ຂອງ​ເພິ່ນ​ແມ່ນ​​ເອົາ​ດົນຕີ​ທັງ​ໝົດ​ກ່ຽວ​ກັບມາສະ​ແດງ​ຢູ່​ເທິງ​ເວທີ, ລວມມີ​ດົນຕີ​ເສບ​ກັບ​ເພງ10ກວ່າ​ເພງ, ພວກ​ເຮົາ​ໄດ້​ລອງ​ເຮັດ​ຕາມ​ຄວາມ​ເຫັນ​ຂອງ​ເພິ່ນ​ຢູ່​ສິງກະ​ໂປ, ບໍ່​ນຶກ​ບໍ່​ຝັນ​ວ່າ​ໄດ້​ຮັບ​ສຽງ​ຕອບ​ຢ່າງຫຼວງຫຼາຍ, ຕໍ່​ຈາກ​ນັ້ນ​ກໍ​​ໄດ້​ສະ​ແດງ​​ໂດຍ​ຕະຫຼອດ, ຈົນ​ຮອດ​ປະຈຸ​ບັນ​ຍັງ​ສະ​ແດງ​ຢູ່, ​​ໄດ້​ສະ​ແດງ80ກວ່າ​ຮອບຢູ່​ຫຼາຍ​ຕົວ​ເມືອງ.

ບໍ່​ວ່າຢູ່​ເອີ​ລົບ​ຫຼື​ອາ​ເມ​ລິ​ກາ​ເໜືອ, ຖ້າວ່າ​ຢູ່​ບ່ອນ​ທີ່​ມີ​ຊາວ​ຈີນ, ​ເພງ​ທີ່​ຮ້ອງ​ໂດຍ​ນາງ​ເຈິ້ງ​ຊີ້​ລານ​ກໍ​ຈະ​ໄດ້​ຮັບ​ຄວາມ​ນິຍົມ. ນາງ​ກໍ​ບໍ່​ເຄີຍ​ຢຸດ​ບາ​ດກ້າວ​ທີ່​ຊອກ​ຄົ້ນ​ດົນຕີ. ນາງ​ໄດ້​ແຕ່ງ​ເພງ​ໃໝ່​ຫຼາຍ​ເພ​ງ, ​ເຖິງ​ວ່າ​ນັກ​ຮ້ອງ​ນ້ອງ​ໃໝ່​ກຳ​ເນີ​ດຂຶ້ນ​ຢ່າງ​ຕໍ່​ເນື່ອງ​ກໍ​ຕາມ, ​ແຕ່​ຜູ້​ຟັງ​ເກົ່າ​ຈຳນວນ​ຫຼວງ​ຫຼາຍ​ຍັງ​ເອົາ​ໃຈ​ໃສ່​ແລະ​ມັກ​ເພງ​ຂອງ​ນາງ, ​ແລະ​ຮັບຮູ້​ເນື້ອ​ໃນ​ຫຼາຍ​ນອກຈາກ​ດົນຕີ​​ໃນ​ສຽງ​ເພງ​ຂອງ​ນາງ