ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-05 15:10:21    
ອອກ​ໄປ​ຍ່າງ​ຫຼິ້ນ​ຊະ

cri

ສະ​ບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ໂຄ​ລົບ,ຍິນ​ດີ​ຕ້ອນ​ຮັບ​ທ່ານ​ເຂົ້າສູ່​ລາຍ​ການ​ເພງ​ຈີ​ນສະ​ໄໝ​ນິຍົມ​ມື້​ນີ້.ດຽວ​ນີ້,ອາ​ກາດ​ຢູ່​ປັກ​ກິ່ງ​ຄ່ອຍ​ໆອຸ່ນ​ຂຶ້ນ,​ລະ​ດູ​ໃບ​ໄມ້​ຫຼົ່ນ​ມໍ່​ຈະ​ວຽນ​ມາ ເຖິງ​ແລ້ວ,ພະ​ນັກ​ງານ​ພະ​ແນກ​ພາ​ສາ​ລາວ​ພວກ​ເຮົາ​ເກືອບ​ໝົດ​ທຸກ​ຄົນ​ກໍ​ໃຈ​ຮ້ອນ ຢາກ​ອອກ​ໄປ​ຍ່າງ​ຫຼິ້ນ, ກໍ​ເປັນ​ແນວ​ນີ້​ຄື​ກັນ.ທີ່​ທ່ານ​ໄດ້​ຮັບ​ຟັງ​ໃນ​ທຳ​ອິດ ລາຍ​ການ​ແມ່ນ​ເພງ" ໝູ່,ອອກ​ໄປ​ຍ່າງ​ຫຼິ້ນ​ຊະ"ຂອງ​ຈົ່ງ​ເຊີງ​ຈົ່ງ .ຕໍ່​ໄປ​ເຊີນ​ຟັງ​ເພງ" ຂົນ​ຄີ້ວ​ສີ​ຟ້າ"ທີ່​ຂັບ​ຮ້ອງ​ໂດຍ​ຫູ​ຊິງ​ຫຼັງ.

ທີ່​ເພງ​ຟັງ​ມາ​ນັ້ນ​ແມ່ນ​ເພງ"​​ເບົາ​ອົກ​​ເບົາ​ໃຈ"ຂອງ​ຈ່ຽງ​ລ້ຽງ​ອີງ. ຟັງ ແລ້ວ​ຄື​ເພ​ງ​ເກົ່າ​ເພງ​ໜຶ່ງ​ຂອງ​ອາ​ເມ. ບໍ່​ຮູ້​ວ່າ​ເມື່ອ​ຟັງ​ແລ້ວ​ທ່ານ​ຮູ້​ສຶກ​ເບົາ​ອົກ​ເບົາ​ໃຈ ແລ້ວ​ບໍ່?ຕໍ່​ໄປ​ຂໍ​ມອບ​ໃຫ້​ຫຼິວ​ໂຢ​ອິງ​ມາ​ຮ້ອງ​ໃຫ້​ຟັງ​ໃນ​ເພງ​ທີ່​ມີ​ຊື່​ວ່າ "ໂດດ​ດ່ຽວ​ຕະ​ຫຼອດ​ຊີ​ວິດ".

ເມື່ອ​ຟັງ​ເພງ​ຂອງ​ຫຼິວ​ໂຢ​ອິນ​ແລ້ວ,​ພວກ​ເຮົາ​ມາ​ຟັງ​ຜົນ​ງານ​ເພງ​ຂອງ​ຫຼິນ​ອີ​ເສີນ​ທີ່​ມີ​ຊື່​ວ່າ"ເຈົ້າ".ເພງ​ນີ້​ແມ່ນ​ເພງ​ເອກ​ໃນ​ລະ​ຄອນ​ໂທ​ລະ​ພາບ​ເລື່ອງ "ຢ​ອກ​ຫຼິ້ນ​ໃຫ້​ຈູບ​ກັນ",​ໃນ​ລະ​ຄອນ​ໂທ​ລະ​ພາບ​ເລື່ອງ​ນັ້ນ​ຫຼິນ​ອີ​ເສີນ​ເປັນ​ນາງ ​ເອກ.

ຫຼາຍ​ປີ​ມາ​ນີ້,ຈ່ຽງ​ຢູ​ນັກ​ຮ້ອງ​ໄຕ້​ຫວັນ​​ແຕ່ງເພງ​ນັບ​ມື້​ນັບ​ໜ້ອຍ​ລົງ,ຍ້ອນ​ລາວ​​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ໂທ​ລະ​ພາບ​ຫຼາຍ​ກວ່າ​ເກົ່າ.​ຫວ່າງ​ມໍ່​ໆ​ນີ້,​ຈ່ຽງ​ຢູ​ໄດ້​ແຕ່ງ​ເພງ​ອີກ​ເພງ​ໜຶ່ງ,​​ເນື້ອ​ເພງ​ແຕ່ງ​ໂດຍເມຍ​ຂອງ​​ເພິ່ນ​ເອງ ​ເຊິ່ງ​ບໍ່​ຕ່າງ​ຫຍັງ​ກັບ​ເມື່ອ​ກ່ອນ.ຕໍ່​ໄປ​ເຊີນ​ຟັງ​ເພງ​ທີ່ມີ​ຊື່ວ່າ "​ ກ້ອງ​ຄັນ​ຮົ່ມ".

ສຸດ​ທ້າຍ​ລາຍການ​ມື້​ນີ້,​ເຊີນ​ຟັງ​ເພງ"ຄອງ​ຄອຍຄວາມ​ຮັກ"ທີ່​ມາ​ຈາກຫຼິນ​ຈຸ້ນ​ເຈີແລະຈິ່ງ​ຊາ.ຫວັງ​ໃຫ້​​ເພື່ອນ​ຜູ້​ຟັງ​ໝົ​ດທຸກ​ຄົນຈົ່ງ​ປາຖະໜາ​ສິ່ງ​ໃດ​ໃຫ້​ໄດ້​ສິ່ງ​ນັ້ນ​.ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ,ສະບາຍດີ.