ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-05 15:10:25    
ແຟຊັນສ​ຽງ​ເພງ FREE

cri

​ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ທຸກໆ​ວັນ​ຈັນ ຜູ້​ດຳ​ເນີນ​ລາຍການ​ໄຊຊະນະ​ນຳ​ລາຍການ​ແຟຊັນສ​ຽງ​ເພງ​ມາ​ພົບ​ກັບ​ທ່ານ​ອີກ​ແລ້ວ. ​ໃນ​ຕອນ​ເລີ່​ມຕົ້ນ​ລາຍການ​ມື້​ນີ້, ​ໄຊຊະນະ​ຈະ​ຈັດ​ເພງ​ໃໝ່​​ເພງ​ໜຶ່ງ​ຂອງ​ທາວ​ເຈີ ຄື​ເພງ FREE ​ແປ​ວ່າ ​ເສລີພາບ, ພໍ​ຟັງ​ຊື່​ເພງ​ທ່ານ​ຜູ້​ຟັງ​ອາດ​ຈະ​ໄດ້​ຮູ້​ແລ້ວ​ວ່າ​ຫົວ​ຂໍ້​ຫຼັກ​ຂອງ​ເພງ​ນີ້, ກໍ​ຄື​ເນື້ອ​ເພງ"​ເສລີພາບ​ແມ່ນ​ທາດ​ແທ້​ຂອງ​ຄວາມ​ຮັກ. ​ໃນ​ເພງ​ນີ້​ຮ້ອງ​ວ່າ, ຂ້ອຍ​ມີ​ຂອບ​ເຂດ​ທີ່​ໄປ​ບໍ່​ຮອດ​ໂດຍ​ຕະຫຼອດ, ສະ​ນັ້ນ​ບໍ່​ຢາກ​ປະລະ​ໄປ, ກຳກັບ​ທາດ​ແທ້​​ແຫ່ງ​ຄວາມ​ຮັກ, ຍິ່ງ​ຮູ້ວ່າ​ຖືກ​ທະນຸ​ຖະໜອມ, ບໍ່​ໄດ້​ປ່ຽນ​​ແປງ​ຄວາມ​ຈິງ​ໃຈ​ຈັກ​ເທື່ອ, ພວກ​ເຮົາ​ເຊື່ອໝັ້ນ​ວ່າ, ​ເສລີພາບ​ຈຶ່ງ​ແມ່ນ​ທາດ​ແທ້​​ແຫ່ງ​ຄວາມ​ຮັກ.

​ເສລີພາບ​ແມ່ນທາດ​ແທ້​ແຫ່ງ​ຄວາມ​ຮັກ, ຄັນ​ຊັ້ນ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ກໍ່​ນັບ​ເປັນ​ເນື້ອ​ໃນ​ສຳຄັນ​ໃນ​ຄວາ​ມຮັກ​ແລ້ວ.ຕໍ່​ໄປ​ຈະ​ໄດ້​ຟັງ​ເພງ​ໃໝ່​ຂອງລ​ຽງຈິ້ງຣູ, ວຽກ​ທຳ​ອິດ​ທຸ​ກມື້. ​​ແຕ່​ລະ​ມື້​ພໍ​ມືນ​ຕາວ​ຽກທຳ​ອິດ​ກໍ່​ແມ່ນ​ຄິດ​ຮອດ​​ເຈົ້າ, ​ໃນ​ອາກາດ​ມີ​ກິ່ນ​ຫອມ​ຂອງ​ສະ​ໂຕ​ເບຼີ, ​ແຕ່​ລະ​ມື້​​ໃຝ່ຝັນ​ວາ​ຢອກຫຼິ້ນ​ກັບ​ເຈົ້າ​ຢູ່​ໃນ​ທົ່ງ​ຫຍ້າ, ນັ້ນ​​ແມ່ນ​ການ​ນັດ​ໝາຍ​ອັນ​ຈົບງາມ​ທີ່​ສຸດ. ​ແຕ່​ລະ​ມື້​ຈາກ​ເຈົ້າ​ກັບ​ເມືອ​ບ້ານ, ວຽກ​ທຳ​ອິດ​ກໍ່​ແມ່ນ​ທວນຄືນ​ວ່າຄວາມ​ມ່ວນ​ຊື່ນ​ກັບ​ຄວາມ​ຕື່ນ​ເຕັ້ນ​ໃຈ​ຫຼາຍ​ເທົ່າ​ໃດ, ​ແຕ່​ລະ​ມື້​ຟ້າ​ດີ​ລົມ​ຄ່ອຍ​ກໍ່​ແມ່ນ​ຍ້ອນ​ເຈົ້າ, ​ແມ່ນ​ເຈົ້າ​ສ້າງ​ອາກາດ​ດີ​ທີ່​ສຸດ​ໃຫ້​ຂ້ອຍ.

ຖັດມາ​ທ່ານ​ຈະ​ໄດ້​ຟັງ​ເພງ​ນຳ​ຊື່​ດຽວ​ກັນ​ໃນCDຊຸດ​ໃໝ່​ຂອງ​ຢົງ​ປາງ ຄື ​ເພງ ຄວາມ​ປາຖະໜາ.
ຕໍ່​ໄປ​ໄຊ​ຊະນະ​ຈະ​ຈັດ​ເພງ​ໜຶ່ງ​ທີ່​ຮ້ອງ​ໂດຍ​ລິວ​ເຕີ​ຮວາ​ກັບ​ເຊີນ​ອີ້​ຊຸ້ນ, ຄື​ເພງ ອ້າຍ​ນ້ອງ. ​ໃນ​ເພງ​ຮ້ອງວ່າ, ຜູ້​ເປັນ​ອ້າຍ​ນ້ອງ​ບໍ່​ໄດ້​ຈຳ​ແນ​ກ​ເຈົ້າ​ກັບ​ຂ້ອຍ, ຄູ່​ມື​ຄູ່​ຕີນ​ກໍ່​ບໍ່​ຈຳ​ແນ​ກຂວາ​ກັບ​ຊ້າຍ, ຜູ້​ເປັນໝູ່​ເພື່ອນ​ບໍ່​ຈຳ​ເປັນ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃດໆ, ພັດ​ຍັງ​ໃຫ້​ຄວາມ​ຈິງ​​ໃຈ​ແກ່​ຂ້ອຍ.
ຖັດ​ແມ່ນ​ແມ່ນ​ເພງ​ນຳ​ຊື່​ດຽວ​ກັນ​ໃນCDຊຸດ​ໃໝ່​ຂອງຊູ່​ດາ​ລຸ້ຍຄື​ເພງຄວາມ​ງາມ​ທີ່​ຫາ​ອັນ​ປຽບບໍ່​ໄດ້.

ຕອນ​ສຸດ​ທ້າຍ​ລາຍການ​ມື້​ນີ້​ໄຊຊະນະ​ຈະ​ຈັດ​ເພງຮ່ວມ​ທາງສູ້​ທົນ. ​ເມື່ອ​ຟັງ​ເພງ​ນີ້​ໄຊ​ຊະນະ​ກໍ​ໄດ້​ຕື່ນ​ເຕັ້ນ​ໃຈ​ຢ່າງ​ເລິກ​ເຊິ່ງ, ​ເພງ​ນີ້​ໄດ້​ສ່ອງ​ແສງ​ຄວາມ​ຮັກ​ແພງ​ຈິງ​ຈັງ​ລະຫວ່າງ​ໝູ່​ເພື່ອນ, ສະໜັບສະໜູນ​ກັນ, ບໍ່​ວ່າ​ຟ້າ​ຝົນ​ລົມ​ແຮງ​ປານ​ໃດ​ຍັງ​ຊ່ອຍ​ກັນ​ຍ່າງ​ຕໍ່​ໄປ. ຄຽງ​ບ່າ​ຄຽງ​ໄຫຼ່​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ, ອຸທິດ​​ເຫື່​ອ​ແຮງ​​ແກ່​ກັນ, ບໍ່​ເຄີຍ​ປອມ​ຕົວ​ຈັກ​ເທື່ອ, ບໍ່​ຕ້ອງ​ເປັນ​ຫ່ວງ​ວ່າ​ກ້າວໜ້າ​ຊັກ​ຊ້າ, ຕ້ອງ​ມີ​ມື້​ໃດ​ມື້ໜຶ່ງ​ຈະ​ໄປ​ຮອດ​ແດນ​ຜາ​ສຸກ. ​ເສັ້ນທາງ​ລົມ​ຝົນ​ນີ້​ພວກ​ເຮົາ​​ເກາະ​ແຂນ​ກັນ​ຜ່ານ​ໄປ​, ຍຶດໝັ້ນ​ນ້ຳ​ໃຈ​ຂອງ​ຕົນ, ສຳຜັດ​ກັບ​ຄວາມ​ຜາກ​ສຸກ​ທີ່​ຄ້ຳ​ຊູ​ກັນ.

ບໍ່​ວ່າ​ມີ​ອຸ​ປະ​ສັກ​ຫຍຸ້ງຍາກ​ຫຼາຍ​ປານ​ໃດ, ພວກ​ເຮົາ​ເກາະ​ແຂນ​ເດີນທາງ​ຮ່ວມ​ກັນ. ທ່ານຜູ້​ຟັງ, ລາຍການ​ແຟຊັນສ​ຽງ​ເພງ​ພາກ​ນີ້​ຈົບ​ລົງ​ທໍ່​ນີ້, ພົບ​ກັນ​ໃໝ່​ໃນ​ວັນ​ຈັນ​ໜ້າ, ສະບາຍດີ.