ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-05 16:07:32    
ວຽກ​ງານ​ລັດ​ຖະ​ບານ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ

cri Author: mo
ໃນ​ກອງ​ປະຊຸມ​ປະຈຳ​ປີ​ເທື່ອ​ທີ​ໜຶ່ງ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ໃໝ່​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ມີ​ນາ​ນີ້, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ຕາງໜ້າ​ລັດຖະບານ​ຊຸດ​ນີ້​ທີ່​​ໃກ້ຈະ​ໝົດ​ອາຍຸ​​ໃນ​ໄວໆ​ນີ້​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ.

ເດືອນ​ມີນາ​ປີ 2003, ທ່ານ​ເວີ່ນ​ເຈຍ​ປາວ ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ນາຍົກລັດຖະມົນຕີ. ​ເມື່ອ​ຫວນ​ຄືນ​ວຽກ​ງານ​ລັດຖະບານ​ໃນ 5 ປີຜ່ານມາ, ທ່ານ​ເວີ່ນ​ເຈ​ຍປາວບໍ່​ໄດ້​ກ່າວ​​ເຖິງ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແລະຜົນງານ​ຕ່າງໆ​ກ່ອນ, ​ແຕ່​ທ່ານ​​ໄດ້​ຈັດ​​ເອົາ​ໄຊຊະນະຕໍ່​ພະຍາດ​ອັກ​ເສບ​ປອດ​ຮຸນ​ແຮງຫຼື​ຊາສ໌ທີ່​​​​ເກີດ​ຂຶ້ນກະທັນຫັນ​ແລະ​ໄພ​ທຳ​ມະ​ຊາດຄັ້ງ​ໃຫຍ່​​ເຊັ່ນ​ຫິມະ​ແລະ​ນ້ຳກ້າມ​ທີ່ບໍ່​ຄ່ອຍ​ມີ​ໃນ​ປະ​ຫວັດ​ສາດ​ນັ້ນຂຽນ​ຢູ່​ໃນ​ບ່ອນ​ພົ້ນ​ເດັ່ນກວ່າ​ໝູ່​ຄື​ໜ້າ​ທຳ​ອິດ​ແລະ​ຕອນ​ທຳ​ອິດ​ຂອງ​ບົດ​ລາຍ​ງານ.

ຜູ້​ແທນ​ສະພາ​ປະຊາຊົນຫຼາຍທ່ານ​ເຫັນ​ວ່າ, ຂໍ້​ປີກ​ຍ່ອຍ​ດັ່ງກ່າວ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານ​ເນັ້ນ​ໜັກຫຼາຍຕໍ່​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ທ່ານ​ວາງ​​​ໂສວປິ່ນ ຜູ້​ແທນ​ແຂວງ​ລຽວນິງ ພາກ​ເໜືອ​ຂອງ​ຈີນ​ໄດ້​ສະ​ແດງ​ທັດສະນະ​ຂອງ​ຕົນ​ຕໍ່​ນັກ​ຂ່າວ​CRIວ່າ:

"ລັດຖະບານ​ຊຸດ​ນີ້​ຫາ​ກໍ່​ຂຶ້ນ​ຮັບ​ຕຳ​ແໜ່​ງ, ກໍ່​ໄດ້​ປະ​ເຊີນ​ໜ້າ​ກັບ​ພະຍາດ​ຊາສ໌ທີ່​ບໍ່​ຄ່ອຍ​​ເກີດ​ຂຶ້ນ, ​ໂດຍ​ສະ​​ເພາະ​ແມ່ນ​ໄພ​ຫິມະ​ທີ່​ຫາ​ກໍ່​ຜ່ານ​ໄປ​ນີ້, ຂ້າພະ​ເຈົ້າຮູ້ສຶກ​ວ່າ, ​ໄພພິບັດ​ເທື່ອ​ນີ້​​ເກີດ​ຢູ່ປະ​ເທດ​ໃດ​, ກໍ່​ຄົງ​ຈະບໍ່​ສາມາດ​ແກ້​ໄຂ​ໄດ້​ດີ​ຄື​ປະ​ເທດ​ເຮົາ​, ນີ້​ກໍ່​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ, ລັດຖະບານ​ຊຸດ​ນີ້​ປົກຄອງ​ໄດ້​ດີຫຼາຍ, ​ເອົາ​ໃຈ​ໃສ່​ນຳ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ".

"​ໄພຫິມະ"ທີ່​ຜູ້​ແທນຕ່າງໆ​ກ່າວ​​ເຖິງ​ນັ້ນ ກໍ່​ແມ່ນ​ພາຍຸ​ຫິມະ​ທີ່ 50 ປີ​ຈຶ່ງ​​ເກີດ​ຂຶ້ນ​ເທື່ອ​ໜຶ່ງ​ໃນ 10 ກວ່າ​​ເຂດແຂວງ​ພາກ​​ໃຕ້​ຂອງ​ຈີນ​ໃນ​ເດືອນ​ມັງກອນ​ປີ​ນີ້. ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ, ທ່ານ​ເວີ່ນ​ເຈຍ​ປາວ​ບໍ່​ພຽງ​ແຕ່ສະ​ເໜີ​ໃຫ້​ລັດຖະບານ​ຊຸດ​ໃໝ່​ສືບ​ຕໍ່​ເຮັດ​ວຽກສ້າງສາ​ຄືນ​ໃໝ່ຫຼັງ​ໄພພິບັດ​ໃຫ້​ດີ, ຍັງ​ໄດ້​ສະ​ເໜີ​ໃຫ້​ຖອດ​ຖອນ​ບົດຮຽນທາງ​ລົບ​ເພີ່​ມທະວີການ​ສ້າງ​ກົນ​ໄກ​ຮັບ​ມື​ສຸກ​ເສີນ.

ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ສະຫຼຸບຜົນງານ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຈີນ​ໃນ 5 ປີຜ່ານມາ​ໂດຍ​ຫຍໍ້​ເຊັ່ນ: GDP ​ເພີ່ມ​ຂຶ້ນ 10,6% ຕໍ່​ປີ, ປະຊາກອນ​ຜູ້​ທຸກ​ຍາກຫຼຸດລົງທຸກປີ, ຊາວ​ກະສິກອນ​​ເຮັດ​ນາ​ບໍ່​ຕ້ອງ​ເສຍ​ອາກອນ​ອີກ, ​ໂຄງການ​ອະ​ວະ​ກາດ​ບັນທຸກມະນຸດ​ແລະ​​ໂຄງການ​ສຳຫຼວດດວງ​ຈັນ​ຄັ້ງທຳ​ອິດ​ໄດ້​ຮັບ​ຜົນສຳ​ເລັດ ​ແລະ​ອື່ນໆ. ຕໍ່​ຜົນສຳ​ເລັດ​ທີ່​ປະຈັກ​ຕາ​ໂລກ​ດັ່ງກ່າວ, ທ່ານ​ເວີ່ນ​ເຈຍ​ປາວ​ໄດ້ສະຫຼຸບບົດຮຽນ​ອັນ​ລ້ຳ​ຄ່າ 6 ຂໍ້​ຄື:

"ຍຶດໝັ້ນປົດ​ປ່ອຍ​ແນວ​ຄິດ, ຍຶດໝັ້ນປະຕິບັດ​ພັດ​ທະນະ​ທັດ​ວິທະຍາສາດ, ຍຶດໝັ້ນປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ, ຍຶດໝັ້ນດັດສົມ​ຄວບ​ຄຸມ​ມະຫາ​ພາກ​ໃຫ້​ດີ, ຍຶດໝັ້ນການ​ປົກຄອງ​ເພື່ອ​ປະຊາຊົນ, ​ແລະ​ຍຶດໝັ້ນການ​ປົກຄອງ​ຕາມ​ກົດ​ໝາຍ."

ແຕ່​ວ່າ, ຕໍ່​ຜົນງານ​ດັ່ງກ່າວ, ລັດຖະບານ​ຊຸດ​ນີ້​ກໍ່​ໄດ້​ວິ​ເຄາະ​ສາ​ເຫດ​ເລິກ​ເຊິ່ງຂອງ​ບັນຫາ​ຕ່າງໆຂອງ​ຈີນ​ໃນ​ປັດຈຸບັນ​ເຊັ່ນ​ການ​ລົງ​ທຶນ​​ເພີ່ມ​ຂຶ້ນ​ໄວ​ເກີນ​ໄປ​, ລາຄາ​ສິນຄ້າ​ສູງ​ຂຶ້ນ, ​ຄວາມ​ກົດ​ດັນ​ດ້ານ​ໄພ​ເງິນ​ເຟິ້​ຫຼາຍຂຶ້ນ​ແລະ​ບັນຫາ​ອື່ນໆຢ່າງ​​ໃຈ​ເຢັນ​ແລະ​ມີ​ຄວາມ​ຮັບຜິດຊອບ. ກ່ຽວ​ກັບ​ບັນຫາ​ເຫຼົ່າ​ນີ້, ລັດຖະບານ​ຊຸດ​ນີ້​ໄດ້​ສະ​ເໜີ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ວ່າ: ປີ​ນີ້​ຕ້ອງປະຕິບັດ​ນະ​ໂຍບາຍ​ການ​ເງິນ​ອັນ​ໜັກ​ແໜ້ນ​ແລະ​ນະ​ໂຍບາຍ​ເງິນ​ຕຶງ. ບົດ​ລາຍ​ງານ​ຍັງກຳນົດ​ຄາດໝາຍ​​ຂອງ​GDP​​​ໃນ​ລະຫວ່າງ 8%. ນອກນັ້ນ, ທ່າ​ທີຂອງ​ທ່ານ​ເວີ່ນ​ເຈຍ​ປາວ​ກໍ່​ເຮັດ​ໃຫ້​ຜູ້​ແທນ​ຮູ້ສຶກ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ໃນ​ການ​ຄວບ​ຄຸມ​ລາຄາ​ສິນຄ້າ.

"ປ້ອງ​ກັນ​ບໍ່​ໃຫ້​ລາຄາ​​ໂດຍ​ລວມ​ເພີ່ນ​ຂຶ້ນ​ໄວ​ເກີນ​ໄປ, ນີ້​ແມ່ນ​ໜ້າ​ທີ່​ອັນ​ສຳຄັນ​​ຂອງ​ການ​ດັດສົມ​ຄວບ​ຄຸມ​ມະຫາ​ພາກ​ໃນ​ປີ​ນີ້."

ຈາກ​ຈຸດສຳຄັນ​ຂອງ​ການ​ປົກຄອງ​ການ​ເມືອງ​ໃນ​ປີ​ໃໝ່​ທີ່​ທ່ານ​ເວີ່ນ​ເຈຍ​ປາວ​ສະ​ເໜີ​ນັ້ນ ສາມາດ​ເຫັນ​ໄດ້​ວ່າ, ຈຸດ​ພິ​ເສດ​ການ​ປົກຄອງ​ຂອງລັດຖະບານ​ຊຸດ​ນີ້ຄື​ສະ​ແຫວ​ງຫາ​ຄວາມ​ທ່ຽງ​ທຳ​ໃນ​ສັງຄົມ​ແລະ​ພັດທະນາ​ຢ່າງ​ກົມ​ກຽວ​ກັນ ຈະ​ໄດ້​ຮັບ​ການ​ສືບ​ຕໍ່ປະຕິບັດ.
(ໝົດ)