|
![](/images/spacer.gif) |
(GMT+08:00)
2008-03-06 11:14:47
|
![](/images/shim.gif) |
ຈີນຈຳກັດແລະຫ້າມບໍ່ໃຫ້ນັກທຸລະກິດຕ່າງປະເທດລົງທຶນໃນຂະແຫນງການທີ່ມີການເຊື່ອມພິດຫລາຍ
cri
ຕາມຂ່າວສານຊີນຮວາ: ວັນທີ 5 ມີນານີ້ ໃນບົດລາຍງານວຽກງານລັດຖະບານທີ່ທ່ານເວີນເຈ່ຍປາວ ນາຍົກລັດຖະມົນຕີຈີນນຳສະເຫນີໃຫ້ກອງປະຊຸມເທື່ອທີຫນຶ່ງຂອງສະພາຜູ່ແທນປະຊາຊົນແຫ່ງຊາດຈີນຊຸດທີ 11 ຄົ້ນຄວ້າພິຈາລະນານັ້ນໄດ້ວາງອອກວ່າ, ຈະຈຳກັດແລະຫ້າມສ້າງໂຄງການຂອງຕ່າງປະເທດທີ່ສິ້ນເປືອງພະລັງງານຫລາຍ ສ້າງມົນລະພິດຫລາຍແລະໃຊ້ຊັບພະຍາກອນຫລາຍ,ເພື່ອດັດແກ້ການກະທຳຜິດກົດຫມາຍຜິດລະບຽບການໃນເວລາດຶງດູດທຶນຕ່າງປະເທດ.
ທ່ານຈ່າງຢ້ຽນເຊິ່ງ ຫົວຫນ້າສະຖາບັນຄົ້ນຄວ້າເສດຖະກິດຕໍ່ຕ່າງປະເທດຂອງຄະນະກຳມະການການພັດທະນາແລະປະຕິຮູບແຫ່ງລັດຈີນໄດ້ວິຈານຕໍ່ເລື່ອງນີ້ວ່າ: ໂດຍພິຈາລະນາເຖິງຂະຫນາດເສດຖະກິດຈີນ,ແລະລະດັບພົວພັນກັບໂລກ, ບໍ່ວ່າໃນດ້ານຊັບພະຍາກອນ ອະນຸລັກສິ່ງແວດລ້ອມຫລືຄວາມດຸ່ນດ່ຽງຂອງການຄ້າທົ່ວໂລກ, ປະຊາຄົມໂລກລ້ວນແຕ່ຈະໄດ້ຮັບຜົນປະໂຫຍດຈາກການປັບປຸງນະໂຍບາຍຂອງຈີນ.
ປັດຈຸບັນ, ຈີນພວມເຮັດວຽກປະຢັດພະລັງງານແລະຫລຸດການລະບາຍ ມົນລະພິດຢ່າງຂະຫນາດໃຫຍ່.ບັນຊີລາຍຊື່ຂະແຫນງການທີ່ຊີ້ນຳນັກທຸລະກິດຕ່າງປະເທດມາລົງທຶນສະບັບຫລ້າສຸດທີ່ລັດຖະບານຈີນປະກາດໃນເດືອນທັນວາປີກາຍ,ວິສາຫະກິດຕ່າງປະເທດດ້ານຫນຶ່ງຖືກຈຳກັດແລະຫ້າມເຂົ້າສູ່ຂົງເຂດສິ້ນເປືອງພະລັງງານຫລາຍແລະມີການລະບາຍມົນລະພິດຫລາຍ, ແຕ່ພ້ອມກັນນັ້ນສົ່ງເສີມໃຫ້ເຂົ້າສູ່ຂົງເຂດເສດຖະກິດຫມູນວຽນ ການຜະລິດຢ່າງສະອາດ ພະລັງງານຫມູນວຽນ ການອະນຸລັກສິ່ງແວດລ້ອມຊີວະພາບແລະນຳໃຊ້ຊັບພະຍາກອນຢ່າງມິປະສິດທິພາບ.
|
|
|