ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-06 11:31:37    
ຈີນ​ມີ​ຄວາມ​ໝັ້ນ​ໃຈ​ທີ່​ຮັກສາ​​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ ວ່ອງ​ໄວ​ແລະ​ປອດ​ໃສ

cri

ຕາມcri,ເຖິງ​ວ່າ​ໄດ້​ຮັບ​ຜົນ​ສະທ້ອນ​ຂອງ​ປັດ​ໄຈ​ຕ່າງໆ​ຄື​ລາຄາ​ສິນຄ້າ​ຂຶ້ນ,ຕະຫຼາດ​ຫຸ້ນ​ກະທົບກະ​ເທືອ​ນ​ແລະ​ວິ​ກິດ​ການ​​ເງິນ​ກູ້​ດ້ອຍຄຸນ​ນະພາ​ບຂອງ​ອາ​ເມ​ລິ​ກາ​ເປັນ​ຕົ້ນ,​ເຖິງ​ວ່າ​ມີບາງ​ຄົນ​ສົງ​​ໄສ​ວ່າເສດຖ​ະກິດ​ຈີນ​ຈະສາມາດ​ສືບ​ຕໍ່​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຫຼື​ບໍ່​ພາຍຫຼັງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ?ແຕ່​ວ່າ​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ຂອງ​ນາຍົກລັດຖະມົນຕີ​ເວິ່ນ​ເຈ່ຍ​ປາວ​ແລ້ວ,ທ່ານຈະ​ເຊື່ອ​ໝັ້ນ​ວ່າ,ຈີນ​ສາມາ​ດຮັກສາ​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ ວ່ອງ​ໄວ​​ແລະ​ປອດ​ໃສ​ໄດ້​ຢ່າງ​ແນ່ນອນ.

ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ຕໍ່​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,ນາ​ຍົກລັດຖະມົນຕີ​​ເວິ່ນ​ເຈ່ຍ​ປາວ​ສ​ະ​ເໜີ​ອອກ​ວ່າ,ປີ​ນີ້,​ເສດຖະກິດ​ຈີນ​ຈະ​ຮັກສາ​ຈັງຫວະ​ເຕີບ​ໂຕ​ປະມານ8%.​ເມື່ອທຽບ​ກັບຈັງຫວະເຕີບ​ໂຕ​ທີ່​ຜູ່ຊ່ຽວ​ຊານ​​ເສດຖະກິດ​ບາງ​ຄົນແລະ​ອົງການ​ສາກົນ​ຄາດ​ຄະ​ເນ​ວ່າ​ເປັນ​ປະມານ10%,​ເຖິງ​ວ່າຈຸດປະ​ສົງ​ເຕີບ​ໂຕ​ເສດຖະກິດ​ນີ້​ແມ່ນ​ມີ​ລັກສະນະສະຫງວນ,​ແຕ່​ມັນ​ຍັງ​ສະ​ແດງ​ເຖິງ​ຄວາມ​ໝັ້ນ​ໃຈ​ຂອງ​ຈີນ​ທີ່​ຮັກສາ​ເສດຖະກິດ​ພັດທະນາ​ຢ່າງ​ວ່ອງ​ໄວ.

ປີ2007,ຈີນ​ຄາດ​ຄະ​ເນ​ຈັງຫວະ​ເຕີບ​ໂຕ​ເສດ​ຖະກິດ​ປີ​ນັ້ນ​ກໍ່​ແມ່ນ8%,​ແຕ່​ວ່າ​ຈັງ​ຫວະ​ເຕີບ​ໂຕ​ຕົວ​ຈິງ​ແມ່ນ11,4%.

ສະ​ນັ້ນ,ຄວາມ​ໝັ້ນ​​ໃຈ​ຂອງ​ຈີນ​ທີ່​ສາມາດ​ຮັກສາ​ເສດຖະກິດ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ວ່ອງ​ໄວນັ້ນ​ມາ​ຈາກ​ບ່ອນ​ໃດ,ບ່ອນ​ອີງ​ຂອງ​ມັນ​​ແມ່ນ​ຫຍັງ?

ກ່ອນ​ອື່ນ,ພາຍຫຼັງປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ30ປີ​ແລ້ວ,​ເສດຖະກິດ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ແລະ​ວ່ອງ​ໄວ,​ໄດ້​ສະໜອງ​ພື້ນຖານ​ແລະ​ການ​ຮັບປະກັນ​ອັນ​ສຳຄັນ​​ເພື່ອ​ເສດຖະກິດ​ຈີນ​ສືບ​ຕໍ່​ພັດທະນາ.ພາຍຫຼັງ​ປີ1978​ເປັນ​ຕົ້ນ​ມາ,​ເສດຖະ​ກິດ​ຈີນ​ເຕີບ​​ໂຕ​ຢ່າງ​ວ່ອງ​ໄວ​ດ້ວຍ​ຄວາມ​ໄວ​9%ກວ່າ​​​ໃນແຕ່ລະ​ປີ;​ໃນ5ປີ​ທີ່​ຜ່ານ​ມາ,ຄວາມ​ໄວຂອງ​ການ​ເຕີບ​ໂຕ​ແຕ່ລະ​ປີ​ຂອງ​ເສດຖະກິດ​ຈີນ​ລື່ນ​ກາຍ10%.ປີ2007,GDPຂອງ​ຈີນສູງ​ຮອດ24000ຕື້​ຢວນ,ຍອດ​ຈຳນວນ​ເສດຖະກິດ​ເປັນ​ທີ4​ໃນ​ໂລກ.

ອັນ​ທີ​ສອງ,ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ມີ​ກຳ​ລັງ​​ແຮງບົ່ມ​ຊ້ອນ​ສູງ.ປັດຈຸບັນ,ຈີນ​ພວມ​ຕັ້ງໜ້າ​ຊຸກຍູ້​ບາດກ້າວ​ພັດທະນາ​ທີ່ຫັນ​ເປັນ​ອຸດສາຫະກຳ,ຫັນ​​ເປັນ​ຕົວ​ເມືອງ​ແລະ​ຫັນເປັນ​ຂໍ້​ມູນ​ຂ່າວສານ,​ສິ່ງເຫຼົ່າ​ນີ້​ລ້ວນ​ແຕ່​ຈະ​ຕຸ້ນຄວາມ​ຕ້ອງ​ການລົງທຶນ​ແລະ​ຄວາມ​ຕ້ອງການ​ບໍລິ​​ໂພ​ກຂອງ​ຈີນ​ຕື່ມ​ອີກ.ນອກ​ນີ້,ຄຽງ​ຄູ່​ກັບ​ຄວາມ​ສາມາດ​ປະດິດ​ສ້າງ​​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຈີນ​ເພີ່ມ​ຂຶ້ນ,ກຳລັງ​ແຂ່ງຂັນ​ໃນ​ສາກົນ​ຂອງ​ຜະລິດ​ຕະພັນ​ຈີນ​ກໍ່​ຈະ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.​ສິ່ງເຫຼົ່າ​ນີ້​ລ້ວ​ນ​ແຕ່​ຈະ​ສະໜອງຊ່ອງ​ທາງອັນ​ກວ້າງຂວາງ​ເພື່ອ​ເສດຖະກິດ​ຈີນ​ສືບ​ຕໍ່ເຕີບ​ໂຕ​.

ອັນ​ທີ​ສາມ,ຈີນ​ພວມ​ເດີນ​ຕາມ​ເສັ້ນທາງ​ທີ່​ພັດທະນາ​ຢ່າງ​ວິທະຍາສາດ.ປີ​ນີ້,ຈີນ​ໄດ້​ຖື​ການ​ປ້ອງ​ກັນ​ບໍ່​ໃຫ້ການ​ເຕີບ​ໂຕ​ເສດຖະກິດ​ໄວ​ໂພ​ກຫັນ​ເປັນ​ຮ້ອນ​ໂພກ,ປ້ອງ​ກັນບໍ່​ໃຫ້​ລາຄາ​ແພງ​ຂຶ້ນ​ທີ່​ມີ​ລັກສະນະ​ໂຄງ​ປະກອບ​ຜັນ​ປ່ຽນ​ເປັນ​ເງິນ​ເຟີ້​ອັນ​ເດັ່ນ​ຊັດ​ເປັນ​ໜ້າ​ທີ່​ສຳຄັນ​ທີ່ສຸດ​ຂອງ​ການ​ດັດສົມ​ຄວບ​ຄຸມມະຫາ​ພາກ.

ພວກ​ເຮົາ​ມີ​ເຫດຜົນຫຼາຍ​ອັນ​ທີ່​ເຊື່ອ​ໝັ້ນ​ວ່າ,ຄ່ຽງຄູ່​ກັບພັດທະນະ​ທັດ​ວິທະຍາສາດ​ລົງ​ເລິກ​ປະຕິ​ບັດ​ໃນ​ການ​ສ້າງສາ​ເສດຖະກິດ​ຈີນ,ຫຼາຍ​ບັນຫາ​ໃນ​ການ​ພັດທະນາ​ເສດຖະກິດ​ຈີນ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຫຼື​ຜ່ອນຄາຍ​ເປັນ​ກ້າວໆ,ປະຊາຊົນ​ຈີນ​ກໍ່​ຈະ​ໄດ້​ຮັບ​ຜົນປະ​ໂຫຍ​ດ​ຢ່າງ​​ເຕ້ມສ່ວນທີ່​ເສດຖະກິດ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ປອດ​​ໃສນຳມາ​ໃຫ້.