|
|
(GMT+08:00)
2008-03-06 17:42:18
|
|
ຈີນກັບລາວເຊັນສັນຍາ"ປ້ອງກັນໄຟໄໝ້" ຊຸກຍູ້ການສ້າງກົນໄກຮ່ວມກັນປ້ອງກັນໄຟໄໝ້ປ່າຢູ່ເຂດຊາຍແດນ
cri
Author: cai
ຕາມຂ່າວສານຈີນ:ວັນທີ 6 ມີນານີ້,ຢູ່ກອງບັນຊາການປ້ອງກັນໄຟໄໝ້ປ່າເມືອງຫຼ້າແຂວງຢຸນນານຈີນ,ນັກຂ່າວໄດ້ຊາບວ່າ,ຫວ່າງກ່ອນນີ້,ກອງບັນຊາການດັ່ງກ່າວກັບສາມເມືອງສອງແຂວງທາງພາກເໜືອລາວໄດ້ເຊັນສັນຍາປ້ອງກັນໄຟໄໝ້ປ່າຕາມເສັ້ນຊາຍແດນ.
ເມືອງຫຼ້າຕັ້ງຢູ່ພາກໃຕ້ແຂວງຢຸນນານ,ພາກຕາເວັນອອກຕໍ່ແດນກັນກັບລາວ,ພາກຕາເວັນຕົກກັບມຽນມາແບ່ງຊາຍແດນໂດຍສາຍນ້ຳ,ເສັ້ນຊາຍແດນຍາວ 740 ກິໂລແມັດ.ເທື່ອນີ້,ກອງບັນຊາການປ້ອງກັນໄຟໄໝ້ປ່າເມືອງຫຼ້າກັບເມືອງສິງແຂວງຫຼວງນ້ຳທາແລະເມືອງນາໝໍ້ແຂວງອຸດົມໄຊແລະອີກເມືອງໜຶ່ງຂອງລາວເຊັນສັນຍາປ້ອງກັນໄຟໄໝ້ປ່າຕາມເສັ້ນຊາຍແດນ,ຈະເພີ່ມທະວີການຄຸ້ມຄອງຕໍ່ແຫຼ່ງກຳເນີດໄຟແລະການໃຫ້ຄວາມຮູ້ກ່ຽວກັບການປ້ອງກັນໄຟໄໝ້ປ່າແກ່ປະຊາຊົນເຂດຊາຍແດນຕື່ມອີກ,ຕັ້ງໜ້າປ້ອງກັນໄຟໄໝ້ຂ້າມຊາຍແດນ.
ວັນທີ 30 ຕຸລາປີ 2007,ເວທີປຶກສາຫາລືການຮ່ວມມືດ້ານປ່າໄມ້ລະຫວ່າງຈີນກັບອາຊຽນໄດ້ຮັບຮອງ"ຂໍ້ລິເລີ່ມນະຄອນນານນີງໃນເວທີປຶກສາຫາລືການຮ່ວມມືດ້ານປ່າໄມ້ລະຫວ່າງຈີນກັບອາຊຽນ",ໃນຂໍ້ລິເລີ່ມດັ່ງກ່າວ,ອາຊຽນກັບຈີນເຫັນດີຫາລືກັນກ່ຽວກັບການສ້າງກົນໄກຮ່ວມກັນປ້ອງກັນໄຟໄໝ້ປ່າຢູ່ເຂດຊາຍແດນ.ການເຊັນສັນຍາປ້ອງກັນໄຟໄໝ້ເທື່ອນີ້ກໍ່ແມ່ນມາດຕະການທີ່ມີປະສິດທິຜົນເພື່ອຊຸກຍູ້ການສ້າງກົນໄກຮ່ວມກັນປ້ອງກັນໄຟໄໝ້ປ່າຢູ່ເຂດຊາຍແດນ.
|
|
|