ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 10:25:51    
ການ​ເງິນ​ສູນ​ກາງ​ຈີນ​ເພີ່ມ​ງົບ​ປະ​ມານ​ບຳ​ບັດ​ຄວາມ​ທຸກ​ຍາກ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ມີນາ​ນີ້ ກະຊວງ​ການ​ເງິນ​ຈີນ​ປະກາດ​ວ່າ, ຈະ​ເບີກ​ເງິນ​ບຳບັດ​ຄວາມທຸກ​ຍາກ 7 ຕື້ 800 ລ້ານ​ຢວນ​ໃນ​ໄວໆ​ນີ້,​ເພື່ອ​ສະຫນັບສະຫນູນ​ແຫ່ງ​ຕ່າງໆ​ປະຕິບັດໂຄງການ​ບຳບັດ​ຄວາມທຸກ​ຍາກ​ປີ 2008,ຊ່ວຍ​ເຂດ​ທຸກ​ຍາກ​ປະສົບ​ໄພ​ຟື້ນ​ຟູ​ການ​ຜະລິດ​ໂດຍ​ໄວ, ຊຸກ​ຍູ້​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແລະ​ເຂດ​ຊົນ​ເຜົ່າ​ທີ່​ທຸກ​ຍາກ​ພິ​ເສດ​ພັດທະນາ​ເສດຖະກິດ​ສັງຄົມ.

ພາກ​ໃຕ້​ຂອງ​ຈີນ​ຫາ​ກໍ່​ປະສົບພາຍຸ​ຫິມະ​ຮ້າຍແຮງ​,​ແຕ່​ນັບແຕ່​​ເຂົ້າລະດູ​ຫນາວ​ປີ​ກາຍ​ນີ້​ເປັນຕົ້ນມາ,​ເຂດ​ສ່ວນ​ຫນຶ່ງ​ຂອງ​ຈີນ​ຊ້ຳພັດມີ​ຝົນຕົກ​ຫນ້ອຍ​ທີ່​ສຸດ, ດິນ​ຝູກຝັງ​ແຫ້ງ​ແລ້ງ.​ເພື່ອ​ສະຫນັບສະຫນູນ​ເຂດ​ປະສົບ​ພາຍຸຫິມະ​ຟື້ນ​ຟູ​ການ​ຜະລິດ​ແລະ​​ໃຫ້​ເຂດ​ຕ່າງໆ​ຝູກຝັງ​ໃນ​ລະດູ​ໃບ​ໄມ້​ປົ່ງ,ຊ່ວຍ​ເຂດ​ທຸກ​ຍາກ​ພັດທະນາ​ເສດຖະກິດ​ສັງຄົມ, ຫລາຍ​ມື້​ມາ​ນີ້ ການ​ເງິນ​ສູນ​ກາງ​ຈີນ​ໄດ້​ເບີກ​ເງິນ​ສະ​ເພາະ​ລາຍຕ່າງໆ​ຢ່າງ​ຕໍ່​ເນື່ອງ.

ຫວ່າງມໍ່ໆ​ນີ້ ກະຊວງ​ການ​ເງິນ​ຈີນ​ໄດ້​ເບີກ​ເງິນສະ​ເພາະ 75 ຕື້​ກວ່າ​ຢວນ​ເພື່ອອຸດ​ຫນູນ​ທາງ​ດ້ານ​ທັນ​ຍາ​ຫານ​ແລະ​ປັດ​ໄຈ​ການ​ຜະລິດ​ກະສິກຳ​ຕ່າງໆ​ໂດຍ​ກົງ​ສອງ​ເທື່ອ​.