ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 15:49:28    
ຈາກ​ການ​ທີ່​ຊາວ​ກະສິກອນ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ​ມາ​ສັງ​ເກດ​ເບິ່ງ​ຄວາມ​ກ້າວໜ້າ​ຂອງ​ການ​ສ້າງສາ​ການ​ເມືອງ​ປະຊາ​ມິ​ປະ​​ໄຕຂອງ​ຈີນ

cri

ນາງ​ຫູ​ສຽວ​ອ້ຽນປີ​ນີ້ອາຍຸ34ປີ, ​ແມ່​ນຊາວ​ກະສິກອນ​​ແຂວງ​ເຊ​ສວນທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ. ​ເມື່ອ10ປີ​ກ່ອນ, ນາງ​ຫູ​ສຽວ​ອ້ຽນ​ໄດ້​ຈາກ​ບ້ານ​ເກີດ​ໄປ​ເຮັດ​ວຽກ​ຢູ່​​ແຂວງ​ກວາງຕຸ້ງທີ່​ເປັນ​ເຂດ​ໜຶ່ງ​ທີ່​ເສດຖະກິດ​ພັດທະນາ​ກວ່າ​ໝູ່. ນາງ​ບໍ່​ໄດ້​ນຶກ​​ໄດ້​ຝັນ​ວ່າ​ດຽວ​ນີ້ນາງ​ກັບ​ຊາວ​ກະສິກອນອີກ​ສອງ​ຄົນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຢູ່​ໃນ​​ແຂວງ​ທີ່​ເຂົາ​ເຈົ້າ​ເຮັດ​ວຽກ, ກາຍ​ເປັນສະມາຊິກ​ຜູ້​ໜຶ່ງ​ໃນ​ອົງການ​ອຳນາດ​ສູງ​ສຸດ​ຊຸດ​ໃໝ່​ຂອງ​ລັດທີ່​ມີ​ອາຍຸຕຳ​ແໜ່​ງ5ປີ. ສາມາດ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ເຫດການ​ສຳຄັນ​ໃນ​ຂະ​ບວນວິວັດການ​ເມືອງ​ປະຊາທິປະ​​ໄຕ​ຂອງ​ຈີນ.

ນັບ​ແຕ່​ຈີນ​ປະ​ຕິບັດ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃນ​ທ້າຍ​ຊຸມ​ປີ1970ມາ​ນີ້, ​ເສດ​ຖະ​ກິດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ. ຄຽງ​ຄູ່​ກັບການສັບ​ຊ້ອນ​ຜະລິດ​ຕະກຳ, ຊາວ​ກະສິກອນ​ນັບ​ມື້​ນັບ​ຫຼາຍ​ໄດ້​ຈາກບ້ານ​​ເກີດ​ໄປ​​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ, ​ແລະກາຍ​ເປັນ​ຊັ້ນ​ຊົນ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ. ຕາມ​ສະຖິຕິ​ທີ່​ບໍ່​ຄົບ​ຖ້ວນ, ປະຈຸ​ບັນ​ຈີນ​ມີ​ຊາວ​ກະສິກອນ​ທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ປະມານ130ລ້ານ​ຄົນ, ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ປະກອບ​ອາຊີບ​ກໍ່ສ້າງ ຜະລິດ​ຜົນ​ປຸງ​ແຕ່ງແລະ​ການ​ຂົນ​ສົ່ງ, ​ແມ່ນ​ພາກສ່ວນ​ທີ່​ສຳຄັນ​ໃນ​ກຳມະກອນ​ອຸດສາ​ຫະກຳ​ຂອງ​ຈີນ, ​ໄດ້​ປະກອບ​ສ່ວນ​ອັນ​ສຳຄັນໃນ​ການ​ສ້າງສາ​ຕົວ​ເມືອງ​ແລະ​ພັດທະນາ​ເສດຖະກິດ​ສັງຄົມ.

ແຕ່​ວ່າ,ຍ້ອນ​ວ່າ​ຈີນ​ປະຕິບັດ​ລະບົບ​ສຳມະ​ໂນ​ຄົວຕົວ​ເມືອງ​ແລະ​ຊົນນະບົດ​ທີ່​ຕ່າງ​ກັນ,ຊັ້ນ​ຊົນຊາວ​ກະສິກອນທີ່​ເຮັດ​ວຽກ​​ໃນຕົວ​ເມືອງຈຶ່ງຢູ່​ໃນ​ທ່າ​ອ່ອນ​ໃນ​ຫຼາຍ​ດ້ານ​ໃນ​ຊີວິດ​ຕົວ​ຈິງ,ການ​ສຶກສາ,ການ​ປິ່ນປົວພະຍາດ,​ເຮືອນ​ຢູ່,ການ​ປະກັນ​ສັງຄົມ​ແລະ​ປະກອບ​ອາຊີບ​ແມ່ນ​ຍາກ​ກວ່າ​ໄທ​ເມືອງຫຼາຍ.ພ້ອນກັນ​ນັ້ນ,ຍ້ອນ​ວ່າ​ລະດັບ​ວັດທະນະທຳ​ອ່າວ​ຕ່ຳ​ແລະ​ສະຕິ​ກົດໝາຍກໍ​ບອບ​ບາງ, ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ກົດບາງ​ຢ່າງ​ຂອງໝາຍຊາວນາ​ທີ່​ເຮັດ​ວຽກ​ຢູ່​​ໃນຕົວ​ເມືອງ​ຖືກຂະ​ແໜງ​ການ​ຈ້າງ​ຄົນ​ລ່ວງ​ລ້ຳ​ເລື້ອຍໆ.​​ເລື່ອງເຫຼົ່າ​ນີ້​ໄດ້​ກະທົບ​ຄວາ​ມ​ທ່ຽງ​ທຳ​ແລະ​ຄວາມເປັນ​ທຳ​ຂອງ​ສັງຄົມ​ແລ້ວ,​ແລະ​ນັບ​ມື້​ນັບ​ດູດ​ດຶງຄວາມ​ເອົາ​ໃຈ​ໃສ່​ຈາກສະພາ​ຜູ້​ແທນປະຊາຊົນ​ແຫ່ງ​ຊາດ​ຈີນ,ລັດຖະບານ​ຈີນ​ແລະ​ວົງ​ການ​ຕ່າງໆ​​ໃນສັງຄົມ.ຊາວນາກະສິກອນ​ທີ່​ເຮັດ​ວຽກ​ຢູ່​ຕົວ​ເມືອງ3ຄົນ​ກາຍ​ເປັນ​ຜູ່​​ແທນ​ສະພາ​ຜູ້​ແທນປະຊາຊົນ​ແຫ່ງ​ຊາດ,​ໃຊ້​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງຜູ່​ແທນ​ຕາມ​ລັດຖະທຳ​ມະນູນ,​ເຂົ້າ​ຮ່ວມ​ການ​ວາງ​ທິດ​ທາງນະ​ໂຍບາຍ​ການ​ເມືອງ​ຂອງ​ລັດ​ໂດຍ​ກົງ,​ສາມາດ​ເຮັດ​ໃຫ້​ຜົນ​ປະ​ໂຫຍດຕິດ​ຕົວ​ແລະ​ສິດທິທີ່​ຊອບກົດໝາຍ​ຂອງ​ຊັ້ນ​ຊົນ​ກະສິກອນທີ່​ເຮັດວຽກ​ຢູ່​​ໃນຕົວ​ເມືອງ​ໄດ້​ຮັບ​ການ​ຮັກສາ​ໃນ​ລະດັບ​ສູງ​ກວ່າ​ເກົ່າ,ສະ​ແດງ​ອອກ​​ໃຫ້​ເຫັນລັກສະນະ​ປະຊາທິປະ​ໄຕ​ຂອງລະບອບ​ສະພາ​ຜູ່​ແທນປະຊາຊົນ​ແຫ່ງ​ຂາດ​ຈີນ​ຢ່າງຮອບດ້ານ​ກວ່າ​ເກົ່າ.

ທີ່​ຈິງ​ແລ້ວ,ຊາວກະສິກອນ​ທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ3ຄົນ​ດັ່ງກ່າວກາຍ​ເປັນ​ຜູ່​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ບໍ່​ແມ່ນຈຸດ​ຮຸ່ງ​ພຽງ​ຈຸດດຽວ​ຂອງສະພາ​ຜູ່​ແທນປະຊາຊົນ​ຊຸດ​ນີ້.​ດອກໃນ​ກອງ​ປະຊຸມ​ສະພາ​ປະຊາຊົນ​ຊຸດ​ນີ້,ຈຳນວນ​ຜູ່​ແທນ​ກຳມະກອນ​ແນວ​ທີ​ໜຶ່ງ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າຊຸດ​ກ່ອນ1​ເທົ່າ​ກວ່າ​,ຜູ່​​ແທນ​ຊາວ​ກະສິກອນ​ຂັ້ນ​ຮາກ​ຖານ​ເພີ່ມ​ຂຶ້ນຫຼາຍ​ກວ່າ​ຊຸດ​ກ່ອນ70ກວ່າ​%.ນີ້​ສະ​ແດງ​ອອກ​ໃຫ້​ເຫັນ​ວ່າການ​ເມືອງ​ປະຊາທິປະ​ໄຕ​ຂອງຈີນ​ໄດ້​ມີການ​ປ່ຽນ​ແປງ​ຢ່າງ​ເດັ່ນ​ຊັດ​.

ຄາດ​ຄະ​ເນ​ໄດ້​ວ່າ,​ໃນ​ຂ້າງ​ໜ້າ​ນີ້,ຈຳນວນ​ຜູ່​ແທນ​ກະສິກອນທີ່​ເຮັດ​ວຽກ​ໃນ​ຕົວ​ເມືອງ​ຍັງ​ຈະ​ເພີ່ມ​ຂຶ້ນ;​ແລະກໍ່​ຄາດ​ຄ​ະ​ເນ​ໄດ້​ວ່າ,ຄ່ຽງຄູ່​ກັບການ​ປະຕິ​ຮູບນະ​ໂຍບາຍ​ສຳມະ​ໂນ​ຄົວຈີນ​ແລະ​ການ​ຂະຫຍາຍຕົວຂອງ​ຂະ​ບວນວິວັດ​ສັງຄົມຫັນ​ເປັນ​ອຸດສາຫະກຳ​,ການ​​ເອີ້ນ​ຂອງ​ຊາວກະສິກອນທີ່​ເຮັດ​ວຽກ​ຢູ່​​ໃນເມືອງ​ຈະ​ບໍ່​ຄົງ​ຕົວ​ຢູ່ອີກ,ຜູ່​​ແທນ​ຊາວກະສິກອນທີ່​ເຮັດ​ວຽກ​ຢູ່​ໃນ​ຕົວ​ເມືອງ​ກໍ​ຈະ​ຫັບຫາຍ​ໄປ.​ແຕ່​ບໍ່​ວ່າ​ຜູ່​ແທນ​ຊາວກະສິກອນທີ່​ເຮັດ​ວຽກ​ຢູ່​​ໃນຕົວ​ເມືອງ​ຈະປະກົດ​ຂຶ້ນ​ຫຼື​ຫາຍ​ຕົ​ວໄປ,ລ້ວນ​ແຕ່​ພຽງ​ແຕ່​ແມ່ນ​ປະກົດ​ການ​ຊະນິດ​ໜຶ່ງ​​ໃນ​ຂະ​ບວນວິວັດ​ການ​ເມືອງ​ປະຊາທິປະ​ໄຕ​ຂອງຈີນທໍ່​ນັ້ນ.ບໍ່ຕ້ອງສົງ​ໄສ​ເລີຍ​ວ່າ,​ໃນ​ເວລາ​ທີ່​ການ​ປະຕິ​ຮູບ​ເສດຖະກິດ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສຳຄັນນັ້ນ,ຈີນ​ຈະຊຸກຍູ້​ການ​ສ້າງສາ​ປະຊາທິປະ​ໄຕ​​ໃນ​ລະດັບ​ຕ່າງໆ​ຕື່ມ​ອີກ,ລວມທັງ​ປະຊາທິປະ​​ໄຕ​ໃນສະພາ​ປະຊາຊົນ,ສະພາ​ເປີກ​ສາ​ການ​ເມືອງ, ພາຍ​ໃນ​ພັກ​ແລະ​ຂັ້ນ​ຮາກ​ຖານ​ແນວ​ໃດ,ຈີນ​ກຊຈະສາມາດ​ປະດິດ​ສ້າງ​ຮູບ​ການ​ປະຊາທິປະ​ໄຕ​ທີ່ສອດຄ່ອງກັບ​ສະພາບ​ຕົວ​ຈິງ​ຂອງປະ​ເທດຕົນ​ກວ່າ​ໝູ່​ຢ່າງ​ແນ່ນອນ.