ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 16:41:37    
ລາຍ​ການ​ພິ​ເສດ​ສະ​ເຫນີ​ການ​ເຄື່ອນ​ໄຫວ​ສອງ​ກອງ​ປະ​ຊຸມ​ສະ​ພາ​ຈີນ(ວັນ​ຈັນ,ທີ​3​ມີ​ນາ 2008)

cri Author: h

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ

ມື້​ນີ້​ແມ່ນ​ວັນ​ຈັນ,ທີ3ມີນາ 2008.ນັບ​ແຕ່​ມື້​ນີ້​ເປັນ​ຕົ້ນ​​ໄປ​ປະມານ10ກ່ວາ​ວັນ​ຢູ່​ທີ່​ປັກ​ກິ່ງ,ນະ​ຄອນຫລວງ​ຂອງ​ຈີ​ນຈະ​ມີ​ເຫດການ​ທີ່​ມີ​ຄວາມ​ຫມາຍ​ສຳຄັນ​ດ້ານ​ການ​   ​ເມື​ອງ​ເກີດ​ຂຶ້ນ,ນັ້ນ​ກໍ່​ຄື​ການ​ດຳ​ເນີນ​ວຽກງານ​ຂອງ​ສອງ​ສະພາ,ນັ້ນ​ກໍ່​ຄື​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ທີ່​ຫາ​ກໍ່​ໄຂ​ກອງ​ປະຊຸມ​ເທື່ອ​ທີ1ສະ​ໄຫ​ມທີ່11ຂອງ​ຕົນ​ໃນ​ເວລາ15​ໂມງ​ມື້​ນີ້​ເອງ​​ແລະ​ໃນ​ວັນ​ພຸດ​ທີ່ຈະມາ​ເຖີງນີ້,ກອງ​ປະຊຸມ​ເທື່ອ​ທີ1ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີ​ນສະ​ໄຫມ​ທີ11ກໍ່​ຈະ​ໄຂ​ຂຶ້ນ,ສອງ​ສະພາ​ນີ້​ມີ​ບົດບາດ​ສຳ​ຄັນ​ຫລາຍ​ຕໍ່​ການ​ຕັດສິນ​ບັນ​ຫາ​ແລະ​ປຶກສາ​ຫາລື​ໃນ​ວຽກງານ​ປະຕິຮູບ​ໄຂ​ປະຕູສູ່​ພາຍ​ນອກພັດທະນາ​ເສດຖະກິດສ້າງສາ​ສັງຄົມທີ່​ກົມ​ກຽວກັນຂອງ​ຈີນ,ສະ​ນັ້ນ​ນັບ​ແຕ່​ມື້​ນີ້​​ໄປ​ວິທະ​ຍູ​ສາກົນ​ແຫ່ງ​ປະ​ເທດ​ຈີນCRIພວກ​ເຮົາຈຶ່ງ​ໄດ້​ຈັດ​ເປັນ​ລາຍກາ​ນພິ​ເສດ​ທຸກໆວັນ​ປະມານ5ມື້​ທີ່​ເພື່ອ​ນຳ​ສະ​ເຫ​ນີບົດບາດ​ທີ່​ສຳຄັນ,ປະຫວັດ​ຄວາມ​ເປັນ​ມາ​ແລະ​ການ​ເຄື່ອນ​ໄຫ​ວຂອງ​ສອງ​ປະຊຸມ​ສະພາ​ນີ້​ໂດຍ​ມີ​ສັງຂານ​ຈູມ​ຄຳ​ພັນ​ເປັນ​ຜູ້​ສະ​ເຫ​ນີສູ່​ທ່ານ​ຟັງ.

ມື້​ນີ້​ແມ່ນ​ມື້​ທຳ​ອິດ​ຂອງ​ການ​ດຳ​ເນີນ​ກອງ​ປະຊຸມ​ສະພາ​ປຶ​ກສາ​ການ​ເມືອ​ງປະຊາຊົນ​ແຫ່ງ​ຊາດ​ຈີນ​ຫລື​ເວົ້າ​ຫຍໍ້​ເປັນ​ພາສາ​ອັງ​ກິດ​ວ່າCPPCC,ສະ​ນັ້ນ​ສັງຂານ​ຂໍ​​ແນະນຳ​ໃຫ້​ທ່ານຮູ້​ເຖີງຫນ້ທີ່​ພາລະ​ບົດບາດ​ຂອງ​ສະພາ​ນີ້​ໃຫ້​ທ່າ​ນຊາບ​ກ່ອນ​ວ່າ​ມີ​ຄວາມ​ສຳຄັນ​ແນ​ວ​ໃດ​ຕໍ່​ລະບົບ​ການ​ເອງ​ຂອງ​ຈີນ.

ສະພາ​ປຶກສາ​ການ​ເມືອງປະຊາຊົນ​ຈີນ​ແມ່ນ​ອົງການ​ແນ​ວ​ໂຮມ​ເອກ​ກະພາບຮັກຊາດ​ຂ​ອງປະຊາຊົນ​ຈີນ,ແມ່ນ​ກົງຈັກ​ທີ່​ຫລາຍ​ພັກຮ່ວມມື​ກັນ​ແລະ​ປຶກສາ​ຫາລື​ກັນ​ທາງ​ດ້ານ​ການ​ເມື​ອງທີ່​ນຳພາ​ໂດຍ​ພັກ​ກ​ອມມູນິດ​ຈີນ.ຖື​ວ່າ​ແມ່ນຮູບການ​ສຳຄັນ​ຫລາຍ​ໃນ​ການ​ເສີມ​ຂະ​ຍາຍ​ປະຊາ​ທິປະ​ໄຕ​ສັງຄົມ​ນິຍົມ​ໃນ​ຊີວິດ​ການ​ເມືອງ​ຂອງ​ຈີນ​ສອງ​ຫົວ​ຂໍ້​ທີ່​ສຳຄັນ​ທີ່​ສຸດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາ​ຊົນຈີນ​ກໍ່​ຄື​ການ​ເຕົ້າ​ໂຮມຄວາ​ມສາມັກ​ຄື​ແລະ​ມີ​ປິ​ຊາ​ທິປະ​ໄຕ​ນັ້ນ​ເອງ.ທ່ານ​ຜູ້​ຟັງ​ກໍ່​ຄົງ​ຈະຮູ້​ແລ້ວ​ວ່າ​ພັກ​ກອມ​ມູນິດ​ຈີນ​ແມ່ນ​ພັກ​ຄອງ​ອຳມາດ,​ແຕ່​ວ່າ​ໃນ​ລະບົບ​ການ​ເມືອງ​ຈີນ​ຍັງ​ມີພັກ​​​ຝ່າ​ຍປະຊາທິປະ​ໄຕອີກ8ທີ່​ກຳ​ເນີ​ດຂຶ້ນ​ໃນ​ໄລຍະ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ແລະ​ສົງ​ຄາມ​ປົດ​ປ່ອຍປະ​ເທດ​ຊາດ.8ພັກ​ດັງ​ກ່າວ​ມີ​ຊື່​ດັ່ງ​ນີ້​ຄື ຄະນະ​ກຳມະການ​ປະຕິວັດ​ພັກ​ກົກ​ມິນ​ຕັ້ງ​ຈີນ,ອົງການ​ສຳພັນ​ປະຊາທິປະ​ໄຕ​ຈີນ,ສະມາຄົມ​ປະຊາທິປະ​ໄຕ​ສ້າງ​ຊາດ​ຈີ​ນ,ສະມາຄົມ​ສົ່ງ​ເສີມ​ປະຊາທິປະ​ໄຕ​ຈີນ,ພັກ​ປະຊາທິປະ​ໄຕ​ຊາວນາ-ກຳ​ມຳກອນ​ຈີນ,ພັກ​ຈື້ກົງ​ຈີນ,ສະມາຄົມ​ວິຊາ​ການ​ຈິ​ວຊານ​ແລະ​ອົງການ​ສຳພັນ​ໃຕ້​ຫວັນ​ປົກຄອງ​ຕົນ​ເອງ​ໂດຍ​ປະຊາທິປະ​ໄຕ.ທັງ8ພັກ​ປະຊາ​ທິປະ​ໄຕ​ນີ້​ສະຫນັບສະຫນູນ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ໃນ​ດ້ານ​ການ​ເມືອ​ງນີ້​ແມ່ນ​ການ​ເລື​ອກ​ເອົາ​ດ້ານ​ປະຫວັດສາດ​ຂອງ​ເຂົາ​ເຈົ້າ​ໃນ​ການຮ່ວມມື​ຍາວ​ນານ​ແລະ​ຕໍ່ສູ້​ຢາກ​ບາກ​ບັ່ນຮວ່ມກັບ​ພັກ​ກອມ​ມູນິດ​ຈີນ,​ເຂົາ​ເຈົ້າ​ມີ​ເສລີ​ພາບທາງ​ດ້ານ​ການ​ເມືອ​ງ,​ເປັນ​ເອກະລາດທາງ​ການຈັດ​ຕັ້ງ​ແລະ​ສະ​ເຫ​ນີພາບ​ທາງ​ຖານະ​ກົດ​ຫມາຍ​ພາຍ​ໃຕ້​ລັດຖະທຳ​ມະນູນ,ທິດ​ທາງ​ພື້ນຖານ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ການຮວ່ມມື​ກັບ​ພັກຝ່າຍ​ປະຊາທິປະ​ໄຕ​ແມ່ນ​ພັກ​ຝ່າຍ​ປະຊາທິປະ​ໄຕ​ບໍ່​ແມ່ນ​ພັກ​ບໍ່​ກຳ​ອຳນາດ​ແລະ​ກໍ່​ບໍ່​ແມ່​ນພັກ​ຝ່າຍ​ຄ້ານ,​ເຂົາ​ເຈົ້າ​ແມ່​ນພັກ​ເຂົ້າຮວ່ມການ​ປົກຄອງ​ປະຈຸ​ບັນ​ຢູ່​ໃນ​ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ຄະນະ​ກຳມະການ​ສະພາ​ປຶກສາ​ການ​ເມື​ອງກົງ​ຈັກ​ລັດຖະບານ​ທຸກ​ຂັ້ນ,ຂະ​​ແຫນງ​ການ​ເສດຖະກິດ,ວັດທະນະທຳ,ສຶກສາ,ວິທະຍາສາດ​ເຕັກນິກຕ່າ​ງກໍ່​ສະມາຊິກ​ພັກ​ຝ່າຍ​ປະຊາທິປະ​ໄຕ​ຈຳນວນ​ຫລວງ​ຫລາຍ​ທີ່​ດຳລົງ​ຕຳ​​ແຫນ່​ງການ​ນຳ​ລະດັບ​ລັດຖະມົນຕີ​ກໍ່​ມີ​ຫລາຍ​ທ່ານ​ເຊັນ​ກັນ.

ຖ້າ​ເວົ້າ​ເຖີງປະຫວັດ​ຄວາມ​ເປັນ​ມາ​ຂອງ​ສະພາ​ປຶກສາ​ການ​ເມື​ອງປະ​ຊາ​ຊົນ​ຈີນ  ​ແລ້​ວ​ເລີ່​ມຈັດ​ກອງ​ປະຊຸມ​ຂອງ​ຕົນ​ເທື່ອທຳ​ອິດ​ໃນ​ເດືອນ​ກັນຍາ1949ຢູ່​ປັກ​ກິ່ງ,ຕອນ​ນັ້ນ​ມີ​ຜູ້​ແທນ​ທີ່​ເປັນ​ຕົວ​ແທນ​ຂອງ​ປະຊາຊົນ​ທຸກ​ວົງ​ການ​ທ້ອງ​ຖິ່ນ​ສາຂາ​ອາຊີບ662ທ່ານ,ປະທານ​ຜູ້​ທຳ​ອິດ​ທີ່​ຖືກ​ເລືອກ​ຕັ້ງ​ກໍ່​ແມ່ນ​ປະທານ​ເຫມົາ​ເຈີ​ຕົງ​ນັ້ນ​ເອງ,ກອງ​ປະຊຸມ​ຄັ້ງ​ຕໍ່ໆມາ​ທ່ານ​ໃຈ​ເອິນ​ຫລາຍ,ທ່ານ​ເຕີ້ງສຽວຜິ​ງກໍ່​ເຄີຍ​ຖືກ​ເລືອກ​ເປັນ​ປະທານ​ຂອງ​ສະພາ​ນີ້​ຫລາຍ​ສະ​ໄຫມ​ເຊັ່ນ​ດຽວກັນ.ສ່ວນ​ກອງ​ປະ​ຊຸມ​ເທື່ອ​ທີ​1ຂອງ​ສະພາ​ປຶ​ກສາ​ການ​ເມື​ອງສະ​ໄຫມ​ທີ10​ແມ່ນ​ຈັດ​ຂຶ້ນ​ໃນ​ເດືອນ​ມີນາ​ປີ2003ຢູ່​ປັກ​ກິ່ງ​ກຳມະການຈາກທົ່ວ​ປະ​ເທດ​ເຂົ້າຮວ່ມ2,295ທ່ານ,​ແລະ​ທ່ານ​ເຈຍ​ຊິ້ງຫລິນ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະທານ.

ນັບ​ແຕ່​ເດືອນກັນຍາ​ປີ1954​ເປັນ​ຕົ້ນ​ມາ,ສະພາບ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ກໍ່​ມີ​ຫນ້າ​ທີ່​ພາລະ​ບົດບາດ​​ເປັນ​ອົງການ​ແນວ​ໂຮມ​​ເອກະ​ພາບຮັກຊາດ,ມາຮອດດຽວນີ້8ພັກ​ຝ່າຍ​ປະ​ຊາ​ທິປະ​ໄຕ​ມີ​ສະມາຊິກ​ທັງ​ຫມົດຫລາຍ​ກວ່າ7​ແສ​ນຄົນ,ຖ້າ​ທຽງກັບ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ແລ້ວ​ແມ່ນ​ເທົ່າ​ກັບ1%​ເພາະວ່າ​ພັກ​​ກອມ​ມູນິດ​ຈີນ​ມີ​ສະ​ມາຊິກ​ທັງ​ຫມົດ73​ລ້ານ​ຄົນ.

ເອົາລະ​ມື້​ນີ້​ສັງ​ຂານ​ຂໍ​​ແນະນຳ​ໃຫ້​ທ່ານຮູ້ກ່ຽວກັບ​ສະພາ​ປຶ​ກສາ​ການ​ເມືອງປະຊາຊົນ​ຈີນ​ທີ່​ຫາ​ກໍ່​​ໄຂ​ກອງ​ປະຊຸມ​ເທື່ອ​ທີ1ສະ​ໄຫມ​ທີ່11ຂອງ​ຕົນ​ຂຶ້ນ​ໃນ​​ເວລາ15​ໂມງ​ຂອງ​ມື້​ນີ້​ພຽງ​ເທົ່າ​ນີ້​ກ່ອນ,​ໃນ​ມື້​ຕໍ່ໆ​ໄປກໍ່ຈະ​ເວົ້າ​ເຖີງວຽກງານ​ແຕ່​ລະ​ດ້ານ​ຂອງ​ສະພາ​ແລະ​ການ​ເຄື່ອນ​ໄຫ​ວຂອງ​ກອງ​ປະຊຸ​ມສູ່ຟັງ.ສຳລັບ​ມື້​ນີ້​ຂໍ​ລາ​ໄປ​ກ່ອນ,ສະບາຍດີ.