ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 16:56:42    
ລາຍ​ການ​ພິ​ເສດ​ສອງ​ກອງ​ປະ​ຊຸມ​ສະ​ພາ​ຈີນ(ວັນ​ອັງ​ຄານ​,ທີ​4 ມີ​ນາ​2008)

cri Author: h

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ

ມື້​ນີ້​ແມ່ນ​ມື້​ທີ​ສອງ​ທີ່​ສັງ​ຂານ​ຈູມ​ຄຳ​ພັນ​ນຳ​ເອົາ​ລາຍກາ​ນພິ​ເສດ​ເພື່ອ​ສ່ອງ​ແສງ​ເຫດການ​ການ​ເມື​ອງທີ່​ສຳຄັນ​ຂອງ​ຈີນ​ທີ່​ພ​ວມ​ເກີດ​ຂຶ້ນ​ຢູ່​ໃນ​ຂະນະ​ນີ້,ນັ້ນ​ກໍ່​ຄື​ການ​ດຳ​ເນີນ​ກອງ​ປະຊຸມ​ເທື່ອ​ທີ​1ຂອງ​ສະພາ​ປຶກສາ​ການ​ເມື​ອງປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄຫມ​ທີ11ທີ່​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ນີ້​​ແລະ​ຈະ​ດຳ​ເນີນ​ໄປ​ຈົນຮອດວັນ​ທີ14​ເດືອນ​ນີ້​ແລະ​ກອງ​ປະຊຸມ​ເທື່ອ​ທີ1ຂ​ອງສະພາຜູ້​ແທນ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ສະ​ໄຫມ​ທີ11ທີ່​ຈະ​​ໄຂ​ຂຶ້ນ​​ໃນ​ມື້​ອື່ນ,ຜູ້​ດຳ​ເນີນ​ລາ​ຍການຈະ​ພະຍາຍາມ​ຄັດ​ຈ້ອນ​ເອົາ​ເລື່ອ​ງລາວ​ເຫດການ​ສຳຄັນ​ແລະ​ຫນ້າ​ສົມ​ໃຈ​ຂອງ​ກອງ​ປະຊຸມ​ນີ້​ມາ​ເວົ້າ​ລົມ​ໃຫ້​ທ່ານ​ຟັງ.

ຄືນ​ວານ​ນີ້​ສັງຂານ​ໄດ້​ເວົ້າ​ເຖີງຫນ້າ​ທີ່​ພາລະ​ບົດບາດ​ແລະ​ປະຫວັດ​ຄວາມ​ເປັນ​ມາ​ໂດຍ​ຫຍໍ້​ຂອງ​ສະພາ​ປຶກສາ​ການ​ເມື​ອງປະຊາຊົນ​​ແຫ່ງ​ຊາດ​ຈີນ​ໃຫ້​ທ່ານ​ຟັງ​ຜ່ານ​ໄປ​​ແລ້​ວວ່າ​ສະພາ​ນີ້​ນັບ​ແຕ່​ປີ1954​ເປັນ​ຕົ້ນ​ມາ​ກໍ່​ທຳ​ຫນ້າ​ທີ່​ເປັນ​ອົງການ​ແນວ​​ໂຮມ​ເອກະ​ພາບຮັກຊາດ,ມີ​ຕົວ​ແທນ​ຈາກ​ທຸກ​ວົງ​ການ​ແລະ​ທ້ອງ​ຖິ່ນ​ເຂົ້າຮວ່ມ​ເພື່ອ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ໃນ​ຊີ​ວິດ​ການ​ເມື​ອງຂ​ອງຈີນ,ບັນດາ​ກຳມະການ​ທີ່​ເຂົ້າຮວ່ມກອງ​ປະຊຸມ​ສະພາ​ປຶກສາ​ນີ້​ດັ່ງ​ທີ່​ເວົ້າ​ສູ່​ຟັງ​ຫນ້ອຍ​ຫນຶ່ງ​ແລ້ວ​ໃນ​ມື້ວານ​ນີ້​ວ່າ​ນອກ​ຈາກພັກ​ກອມ​ມູນິດ​ຈີນ​ທີ່​ເປັນ​ພັກ​ຄອງ​ອຳນາດ​​ແລ້ວ​ຍັງ​ມີ​ພັກ​ຝ່າຍ​ປະຊາ​ທິປະ​ໄຕ​ອີກ8ພັກ​ພ້ອມ​ທັງ​ຜູ້​ທີ່​ບໍ່​ສັງກັດ​ພັກ​ການ​ເມືອງ​ໃດ​ອີກ.ຄື​ນີ້​ສັງຂານ​ຈະ​ລົງ​ເລິກ​ກ່ຽວກັບ​ວ່າ​ໃນ​ປະຈຸ​ດບັນ​ນີ້​ບັນດາ​ສະມາຊິກ​ຂອງ8ພັກຝ່າຍ​ປະ​ຊາ​ທິປະ​​ໄຕ​ແລະ​ຜູ້​ທີ່​ບໍ່​ສັງກັດ​ພັກ​ການ​ເມື​ອງ​ໃດ​ນັ້ນ​ເຂົາ​ເຈົ້າ​ມີ​ບົດບາດ​ຫລາຍ​ຫນ້ອຍ​ຊຳ​ໃດ​ໃນ​ການ​ເຂົ້າຮວ່ມປົກຄອງ​ຂອງ​ຈີນ​ໃນ​ປະຈຸ​ບັນ,ທ່ານ​ອູ​ຈ້ຽນມິນ​ໂຄສົກ​ຂອງ​ກອງ​ປະຊຸມ​ເທື່ອ​ທີ1ສະພາ​ປຶກສາ​ການ​ເມື​ອງປະຊາຊົນ​ແຫ່ງ​ຊາດ​ຈີນ​ສ​ໄຫມ​ທີ11​ແຈ້ງ​ໃຫ້​ຊາບ​ວ່າ,ປະຈຸ​ບັນ​ນີ້​ເຈົ້າ​ຫນ້າ​ທີ່​ລັດ​ທີ່ຢູ່​ໃນ​ຕຳ​​ແຫນ່​ງສູງ​ແຕ່​ບໍ່​ແມ່ນ​ສະມາຊິກ​ຂອງ​ພັກ​ກອມ​ມູນິດ​ຈີນ​ມີ​ນັບ​ມື້​ນັບ​ຫລາຍ​ຂຶ້ນ​ຄື​ທົ່ວ​ປະ​ເທດ​ມີ​ຫລາ​ຍກວ່າ31,000ຄົນ,​ໃນ​ນັ້ນ​ຢ່າງ​ຫນ້ອຍ6ພັນ​ຄົນ​ແມ່ນ​ຢູ່​ໃນ​ອົງການ​ຂອງ​ລັດຖະບານ​ແລະ​ອົງການ​ຍຸດຕິ​ທຳ​​ໃນ​ຕຳ​ແຫ​ນ່ງທີ່​ແຕກ​ຕ່າງ​ກັນ,​ໃນ​ຈຳນ​ວນ31​ແຂວງ,ກຳ​ແພງ​ນະຄອນ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ຂອງ​ຈີນ​ນັ້ນ​ກໍ່​ມີຮອງ​ເຈົ້າ​ແຂວງ​ເຖີງ30ຄົນ​ທີ່​ບໍ່​ແມ່ນ​ສະມາ​ຊິ​ກພັກກອມ​ມູນິດ​​ແລ້ວ​ຍັງ​ມີ​ອີກ15ຄົນ​ທີ່​ເປັນຮອງ​ເຈົ້າ​ຄອງ​ນະຄອນ​ທັງ​ຂະຫນາດ​ກາງ​ແລະ​​​​ໃຫຍ່.

ເຈົ້າ​ຫນ້າ​ທີ່​ລັດ​ທີ່​ບໍ່​ແມ່ນ​ສະມາຊິ​ກ​ພັກ​ກ​ອມມູນິດ​ຫລາຍ​ທ່ານ​ໄດ້​ມີ​ຕຳ​ແຫນ່​ງ​ແລະ​ບົດບາດ​ທີ່​ສຳ​ຄັນຄຽງບ່າ​ຄຽງ​ໄຫລ​ກັນ​ພັດ​ທະ​ນາ​ສ້າ​ງສາ​ປະ​ເທດ​ຊາດ.ຫລ້າ​ສຸດ​ໃນ​ເດືອນ​ເມສາ​ປີກ​າຍນີ້​ທ່ານ​ວ້ານກ່າງ​ທີ່​ເປັນ​ສະມາ​ຊິກ​ຂອງ​ພັກ​ຈື້ກົງ​ຈີນ​ຫລື​ວ່າ​ພັກ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນກໍ່​ໄດ້ຮັບການ​​ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ​ແລະ​ເຕັດ​​ໂນ​ໂລ​ຊີ​ຊຶ່ງ​ຖື​ວ່າ​ແມ່ນ​ລັດຖະມົນຕີ​ວ່າການ​ຜູ້​ທຳ​ອິ​ດທີ່​ບໍ່​ແມ່ນ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ນັບ​ແຕ່ທ້າ​ຍຊຸມປີ1970​ເປັນ​ຕົ້ນ​ມາ,ຫລັງ​ຈາກ​ນັ້ນ2​ເດືອນ​ທ່ານ​ເສິນ​ຈູ​ທີ່​ບໍ່​ແມ່ນ​ສະມາຊິກ​ຂອງ​ພັກ​ການ​ເມື​ອງ​ໃດ​ກໍ່​ໄດ້ຮັບການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸ​ກນີ້​ເປັນ​ການ​ເຄື່ອນ​ໄຫວ​ທີ່​ສຳຄັນ​ຫລາຍ​ຂອງ​ພັກ​ກອມ​ມູນິດ​ຈີນ​ເພື່ອ​ສົ່ງ​ເສີມ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ​ແລະ​ຊຸກຍູ້​ການຮວ່ມມື​ແບບ​ຫລາຍ​ພັກ​ແລະ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ການ​ເມືອງທີ່​ມີ​ພັກ​ກອມ​ມູນິ​ເປັນ​ຜູ້ນຳ​ພາ.

ໃນ​ກ​ອງປະຊຸມ​ສະພາ​ປຶກສາ​ການ​ເມື​ອງປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ດຳ​ເນີນ​ຢູ່​ນີ້​ກຳມະການ​ທີ່​ເຂົ້າຮວ່ມຊຶ່ງ​ເປັນ​ຕົວ​ແທນ​ຂອງ​ທຸກ​ວົງ​ການ​ທຸກ​ທ້ອງ​ຖິ່ນ​ພວມ​ມີ​ຄຳ​ເຫັນ​ພວມ​ມີ​ຂໍ້​ສະ​ເຫ​ນີຕໍ່​ລັດຖະບານ​ໃນ​ບັນຫາ​ຕ່າງໆທີ່​ຕິດ​ພັນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຈີນ​ຢ່າງ​ແທ້​ຈິງ​ບໍ່​ວ່າ​ຈະ​ເປັນ​ບັນ​ຫາ​ການ​ປະຕິຮູບ​ແລະ​ພັດທະນາ,ການ​ປະຕິຮູບ​ໂຄງ​ສ້າງ​ການ​ເງິ​ນ,ອາກາດ​ປ່ຽນ​ແປງ,ການ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ,ການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ,ການ​ຄວມຄຸມ​ລາຄາ​ສິນຄ້າ,ການ​ສ້າງ​ວຽກ​ເຮັດງານ​ທຳ,ບັນ​ຫາ​ເຮືອນຢູ່,ຄວາມ​ປອດ​ໄພ​ໃນ​ສັງຄົມ,ຕະຫລ​ອດຮອດການ​ເຮັດ​ໃຫ້​ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ​ໃຫ້​ປະສົບ​ຜົນສຳ​ເລັດ​ສູງ.

ເອົາລະ,ມາຮອ​ດນີ້​ເວ​ລາ​ຂອງ​ລາຍການ​ພິ​ເສດ​ຂອງ​ກອງ​ປະຊຸມ​ສະພາ​ກໍ່​ຫມົດ​ເທົ່າ​ນີ້,ສັງຂານ​ຈູມ​ຄຳ​ພັນ​ຂໍ​ລາ​ໄປ​ກ່ອນ,ມື້​ອື່ນເວລາ​ເກົ່າ​ພົບ​ກັນ​ອີກ.ສະບາຍດີ.