ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 17:04:55    
ລາຍ​ການ​ພິ​ເສດ​ສອງ​ກອງ​ປະ​ຊຸມ​ສະ​ພາ​ຈີນ(ວັນ​ພຸດ​,ທີ​5​ມີ​ນາ​2008)

cri Author: h

ສະບາ​ຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ!
ພໍ​ເຖີງ​ເວລາ​ນີ້​ສັງຂາ​ນຈູມ​ຄຳ​ພັນ​ກໍ່​ນຳ​ເອົາ​ລາຍກາ​ນພິ​ເສດ​ມາ​ພົບ​ກັບ​ມິດ​ລາຍການ​ອີກ​ຕາມ​ເຄີຍ,ມື້​ນີ້​ແມ່ນ​ມື້​ທີ3​ແລ້ວ​ຂອງ​ການ​ດຳ​ເນີນ​ກອງ​ປະ​ຊຸມ​ເທື່ອທີ1ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11.​ໃນ​​ເວລາ9​ໂມງ​ຂອງ​ມື້​ນີ້​ກອງ​ປະຊຸມ​ຈີນ​ທີ11ກໍ່​ໄດ້​​ໄຂ​ຂຶ້ນ​ຢູ່​ຫໍ​ສະພາ​ປະຊາຊົນ​ນະຄອນຫລວງ​ປັກ​ກິ່ງ, ທ່ານ​ຜູ້​ຟັງ​ກໍ່​ຄົງ​ຈະຮູ້​ໄປ​ແລ້ວ​ຈາກ​ຂ່າວ​ຂອງCRIພວກ​ເຮົາ.

ບັນຫາ​ຕ່າງໆທີ່​ເອົາ​ມາ​ຄົ້ນຄວ້າ​ພິຈາລະນາ​ປຶກສາ​ຫາລື​ປະ​ກອມ​ຄຳ​ຄິດ​ຄຳ​ເຫັນ​ຢູ່​ໃນ​ສອງ​ກອງ​ປະຊຸມ​ສະພາ​ນີ້​ລ້ວນ​ແຕ່​ແມ່ນ​ບັນ​ຫາ​ທີ່​ໃກ້​ຕົວ ຕິດ​​ແທດ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ບັບດາ​ເຜົ່າ​ ​ແມ່ນ​ບັບຫາ​ທີ່​ກ່ຽວພັນ​ກັບ​ອະນາຄົດ​ຂອງ​ການ​ພັດທະນາ​ຊາດ,ສະ​ນັ້ນ​ລະຈຶ່ງ​ໄດ້ຮັບຄວາມ​ສົນ​ອົກ​ສົນ​​ໃຈ​ຈາກ​ປະຊາຊົນ​ຫລາຍ,ທຸກ​ຄົນ​ລ້ວນ​ແຕ່​ຕິດ​ຕາມ​ການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ຈາກ​ການ​ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ​ຂະ​​ແຫນງ​ຕ່າງໆບໍ່​ວ່າ​ຈະ​ເປັນ​ວິທະຍຸ​ແຫ່ງ​ຊາດ,​ໂທລະພາບ​ສູນ​ກາງ​ຫນັງ​ສື​ພັນ​ສະບັບ​ຕ່າງໆ,ທາງ​ເວັບ​​ໄຊ​ກໍ່​ວ່ອງ​ໄວ​ທັນ​ການ​ຄື​ກັນ,ທໍ່​ນັ້ນ​ຍັງ​ບໍ່ພໍ​ໄດ​ທ່ານ​ຜູ້​ຟັງ,ຢູ່​ຕາມ​ສະຖາ​ທີ່​ສາທາລະນະ​ຢູ່​ຕາມ​ຫ້ອງການ​ຫລືຮ້ານຄ້າ,ຢູ່​ລົດ​ໄຟ,ລົດ​ເມ​ກໍ່​ມີ​ການ​ຕິດ​ຕັ້ງ​ຈໍ​ໂທລະພາບ-ວິທະຍຸ​ເພື່ອ​ລາຍ​ງານ​ຂ່າວ​ໃຫ້​ປະຊາຊົນ​ໄດ້​ຕິດຕາມ​ຕະຫລອດ​ວ່າ​ກຳມະການ​ແລະ​ຜູ້​ແທນ​ທີ່​ເຂົ້າຮວ່ມສອງ​ກອງ​ປະຊຸມ​ສະພາ​ພວມ​ປຶກສາ​ຫາລື​ແລະ​ຖົກ​ຖຽງບັນຫາຫຍັງ​​ແດ່.ສະ​ເພາະ​ມື້​ເຊົ້າ​ນີ້​ເວລາ9​ໂມງ​ເວລາ​ປັກ​ກິ່ງ​ກົງ​ກັບ​ເວລາ​ໃນ​ປະ​ເທດ​ລາວ​ກໍ່​ແມ່ນ8​ໂມງ,ວິທະ​ຍຸ-​ໂທລະພາບ​ສູນ​ກາງ​ຈີນ​ກໍ່ຖ່າຍ​ທອດ​ສົດ​ພິທີ​ໄຂ​ກອງ​ປະ​ຊຸມ​ເທື່ອທີ12ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໄປ​ທົ່ວ​ປະ​ເທດ​ແລະ​ທົ່ວ​ໂລກ.ຜູ້ນຳ​ສຳຄັນຂອງ​ຈີນ​ຫລາຍ​ທ່ານ​ກໍ່​ເຂົ້າຮວ່ມບໍ່​ວ່າ​ຈະ​ເປັນ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​,ທ່ານ​ອູ​ປາງ​ກົວ,ທ່ານ​ເຈຍ​ຊິ້ງຫລິນ​ແລະ​ຜູ້​ອື່ນໆກໍ່​ເຂົ້າຮວ່ມ.ຫລັງ​ຈາກ​ພິທີ​​ໄຂ​ແລ້ວ​ທ່ານ​ເວິນ​ເຈຍ​ປາວ,ນາຍົກ​ລັດຖະມົນຕີ​ກໍ່​ຂຶ້ນ​ສະ​ເຫ​ນີບົດ​ລາຍ​ງານ​ວຽກງານ​ຂອງ​ລັດຖະບານ​ໃນ​​ໄລຍະ5ປີຜ່ານມາ​ວ່າ​ໄດ້ຮັບຜົນສຳ​ເລັດ​ໃນ​ດ້ານ​ຕ່າງໆ​ແນ​ວ​ໃດ​ແລະ​​ແຜນການ​ໃດ​ຕໍ່​ຫນ້າ.ມື້​ຕໍ່ໆ​ໄປ​ສັງຂາ​ນກໍ່​ຈະ​ພະຍາຍາມ​ຄັດ​ຈ້ອນ​ເອົາ​ດ້ານ​ເດັ່ນໆມາ​ເວົ່າ​ສູ່​ຟັງ.ກອ​ງປະຊຸມ​ເທື່ອ​ນີ້​​ທຽບກັບ​ປີຜ່ານມາ​​ແລ້​ວສື່​ມວນ​ຊົນ​ຕ່າງປະ​ເທດ​ໃຫ້​ຄວາມ​ສົນ​ໃຈ​ຫລາຍ​ຍ້ອນ​ວ່າ​ຈັດ​ຂຶ້ນ​ໃນ​ໄລຍະ​ທີ່​ຈີນ​ພວມ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​​ແຂງ​ແຮງ,ບົດບາດ​ອິດທິຜົນ​ຂອງ​ຈີນ​ໃນ​ເວທີ​ສາກົນ​ກໍ່​ນັບ​ມື້​ນັບ​ພົ້ນ​ເດັ່ນ,ຕາມ​ທີ່​ລົງທະບຽນມີ​ນັກ​ຂ່າວ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ3060ຄົນ,​ໃນ​ນັ້ນ​ເປັນ​ນັກ​ຂ່າວ​ຕ່າງປະ​ເທດ​ທີ່​ມາ​ຈາກ5ທະ​ວີ​ບ​ເຖີງ877ຄົນ​ເພີ່ມ​ຂຶ້ນ​ຈາກ​ປີ​ກາຍ​ເຖີງ237.​ເພື່ອ​​ໂຄສະນາ​ການ​ເຄື່ອນ​ໄຫ​ວຂ​ອງກອງ​ປະຊຸມ​ສະພາ​ເທື່ອ​ນີ້​​ໃຫ້​ກວ້າງຂວາງ​ທີ່​ສຸດ​ນັ້ນ ​ເອກະສານ​ສຳຄັນ​ຕ່າງໆກໍ່​ຖືກ​ແປ​ອອກ​ເປັນ7ພາສາ​ຊົນ​ເຜົ່າ​​ໃຫຍ່​ຂອງ​ຈີນ​ຄື​ພາສາ​ມົງ​ໂກນ,ຕິ​ເບ​ດ,ກາ​ຊັກ,​ເກົາຫລີ,ພາສາ​ອີ,​ແລະພາສາຈວ້ງ,ນອກ​ນັ້ນ​ເພື່ອ​ໃຫ້​ສະດວກ​ແກ່​ນັກ​ຂ່າ​ວຕ່າງປະ​ເທດ​ເອກະສານ​ຂອງ​ກອງ​ປະຊຸມ​ກໍ່​ແປ​ອອກ​ເປັນ​ພາສາ​ອັງກິດ,ຝຣັ່ງ,​ແອ້​ສປາຍ,ຣັດ​ເຊຍ,ຍີ່ປຸ່ນ​​​ແລະ​ເຢຍຣະມັນ.

ກອງ​ປະຊຸມ​​ເທື່ອ​ທີ1ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີ​ນຊຸດ​ທີ11ທີ່​ຫາ​ກໍ່​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ມື້​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ13ມື້​ເຄີ່ງ,ຜູ້​ແທນ​ເກື​ອບ3ພັນ​ທ່ານ​ຈະ​ໄດ້ຮັບຟັງ​ຄົ້ນຄວ້າ​ພິຈາລະນາ​ບົດ​ລາຍ​ງານ​ວຽກງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ແລະ​ອະທິ​ໄອ​ຍະ​ການ​ປະຊາຊົນ​ແລ້ວ​ກໍ່​ຈະ​ຄົ້ນຄວ້າ​ພິຈາລະນາຮັບຮອງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ,​ແຜນ​ງົບປະມານ,ພິຈາລະນາ​ແຜນການ​ປະຕິຮູບອົງການ​ລັດຖະບານ,​ເລືອກ​ຕັ້ງ​ແລະ​ແຕ່ງ​ຕັ້ງ​ຜູ້​ນຳ​ອົງການ​ລັດ​ຊຸດ​​ໃຫມ່​ບໍ່​ວ່າ​ຈະ​ເປັນ​ປະທານ​ປະ​ເທດ,ຮອງປະທານ​ປະ​ເທດ​​ແລະ​ແຕ່ງ​ຕັ້ງ​ນາຍົກລັດຖະມົນ​ຕີ​ອີກ,ສິ່ງ​ເຫລົ່າ​ນີ້​ລວ້ນ​ແຕ່​ຢູ່​​ໃນ​​ຄວາມ​ສົນ​​ໃຈ​ຂອງ​ປະຊາຊົນ​ຈີນ​ແລະ​ຄົນ​ທົ່ວ​ໂລກ.ສຳລັບ​ຜູ້​ຟັງ​ລາວ​ຖ້າ​ທ່ານ​ຢາກຮູ້​ເລື່ອງຫຍັງ​ກ່ຽວກັບ​ກອ​​ງປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ທີ່​ພວມ​ດຳ​ເນີນ​ຢູ່​ນີ້​ກໍ່​ສາມາດ​ຕິດ​ຕໍ່​ກັບCRIພວກ​ເຮົາ​ໄດ້​ໂດຍ​ທາງE-mailກກໍ່​ແມ່ນLaoCRI@yahoo.com.cn ຫລືຈະ​ໂທລະ​ສັບ​ໄປ​ຫາ​ພ​ວກ​ເຮົາກໍ່​ໄດ້​ມີ3ຫມາຍ​ເລກ​ນຳ​ກັນ​ຄື00861068892147-2148​ແລະ2192ມີ3ຫມາຍ​ເລກ​ນຳ​ກັນ.ຖ້າ​ຢາກ​ສົ່ງ​ແຟັກ​ຫລື​ໂທລະ​ສານ​ໄປ​ຖາມ​ພວກ​ເຮົາກ່ຽວກັບ​ກອງ​ປະ​ຊຸມ​ກໍ່​ສົ່ງ​ເຂົ້າ​ຫມາຍ​ເລກ008610-68892192​ແລ້ວ​ສັງຂານ​ຈະ​ຊອກ​ຫາ​ຂໍ້​ມູນ​ມາ​ຕອບ​ທ່ານ.

ມື້​ນີ້​ເວລາ​ຂ​ອງລາຍກາ​ນພິ​ເສດ​ຫມົດ​ແລ້ວ,ມື້​ອື່ນ​ເວລາ​​ເກົ່າ​ພົບ​ກັນ​​ອີກ.
ສະບາຍ​ດີ!