ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 17:13:39    
ລາຍ​ການ​ພິ​ເສດ​ສອງ​ກອງ​ປະ​ຊຸມ​ສະ​ພາ​ຈີນ(ວັນ​ພະ​ຫັດ​,ທີ​6​ມີ​ນາ​2008)

cri Author: ້

ສະບາ​ຍດີ​ທ່ານ​ຜູ້​ຟັງ​ທີ່ຮັກ​ແພງ!

ພໍຮອດ​ເວລາ​ນີ້​ສັງຂານ​ຈູມ​ຄຳ​ພັນ​ກໍ່​ນຳ​ເອົາ​ລາຍກາ​ນພິ​ເສດ​ເພື່ອ​ລາຍ​ງານ​ບັນຍາກາດ​ຂອງ​ຈີນ​ມາ​ພົບ​ກັບ​ທ່ານ​ອີກ​ແລ້ວ.ມື້​ນີ້​ກໍ່​ແມ່ນ​ມື້​ທີ4ຂອງ​ການ​ດຳ​ເນີນ​ກອງ​ປະ​ຊຸມ​ເທື່ອທີ1ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ແລະ​ແມ່ນ​ມື້​ທີ2ຂອງ​ການ​ດຳ​ເນີນ​ກອງ​ປະຊຸມ​ເທື່ອ​ທີ1ຂ​ອງສະພາ​ຜູ້​ແທນ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11.

ເວົ້າ​ສຳລັບ​ການ​ດຳ​ເນີນ​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ເປັນ​ອົງການ​ນິຕິບັນຍັດ​ສູງ​ສຸດ​ຂອງ​ຊາດ​ແລ້ວ​ຜູ້​ແທນ​ເກືອບ3​ພັນ​ຄົນ​ກໍ່​ພວມ​ຄົ້ນຄວ້າ​ພິຈາລະ​ນາ​ບົດ​ລາຍ​ງານ​ວຽກງານ​ຂອງ​ລັດຖະບານ​ຢູ່​ໂດຍ​ສະ​ເພາະ​ກໍ່​ແມ່ນ​ແຜນການ​ຂອງ​ລັດຖະບານ​ຊຸດ​ຕໍ່​ໄປ​ທີ່​ຈະຮັບຮອງ​ເອົາ​​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ.ຄື​ດັ່ງ​ທີ່ຮູ້ວ່າ​ຜູ້​ແທນ​ທີ່​ເຂົ້າຮວ່ມກອງ​ປະຊຸມ​ລ້ວນ​ແຕ່​ເປັນ​ຜູ້ຕາງຫນ້າ​ແທນ​ປາກ​ແທນສຽງ​ໃຫ້​ປະຊາຊົນ​ທຳ​ມະ​ດາ​ສາມັນ​ຈາກ​ພາກ​ສ່ວນ​ແລະ​ທ້ອງ​ຖິ່ນ​ຕ່າງໆມາ​ຄົ້ນຄວ້າ​ພິຈາລະນາ​ບັນຫາ​ທີ່​ມັນ​ພົວພັນ​ເຖິງ​ສິດ​​ແລະ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ໂດຍ​ກົງ.ປະຈຸ​ບັນ​ນີ້​ປະຊາຊົນ​ທຳ​ມະ​ດາ​ສາມັນ​ນັບ​ມື້​ນັບ​ມີ​ສິດ​ມີ​ສຽງ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ບັນຫາ​ການ​ເມືອງ​ລະດັບ​ປະ​ເທດ.ທ່ານ​ມາ​ເວິນ​ຟາງ,ກໍ່​​ແມ່ນ​ຜູ້​ແທນ​ຂອງ​ກອງ​ປະຊຸມ​ເທື່ອນີ້,ທ່ານ​ເປັນ​ນາຍ​ຫມໍປະຈຳ​ບ້ານ,ທ່ານ​ເວົ້າ​ວ່າ"ຂ້ອຍ​ມາ​ຈາກ​ພື້ນຖານ​ບ້ານ​ສະ​ນັ້ນ​ຂ້ອຍຮູ້ບັນຫາ​ຂອງ​ຊາວບ້ານ​ດີ​ໂດຍ​ສະ​ເພາະ​ຊາວ​ໄຮ່ຊາວ​ນາ,ຂ້ອຍ​ຈະ​ເຮັດວຽກ​ເພື່ອ​ຂະ​ເຈົ້າ​ເພື່ອຍົກ​ລະດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ໃຫ້​ດີ​ຂຶ້ນ​ຕື່ມ."ສ່ວນ​ທ່ານ​ຫວາງຮົງຈຸນ,ທີ່​ເປັນ​ຜູ້​ແທນ​ແລະ​ກໍ່​ເປັນ​ກຳມະກອນ​ຂອງ​ໂຮງງານ​ທຳ​ມະ​ດາ​ຜູ້​ຫນຶ່ງ​ກໍ່​ບອກ​ວ່າ​ຢາກ​ໃຫ້​ສັງຄົມຮັບຮູ້ບົດບາດ​ຂອງ​ກຳມະກອນ​ຫລາ​ຍຂຶ້ນ​ແລະ​ນັບຖື​ເຂົາ​ເຈົ້າ​ຫລາຍ​ຂຶ້ນ.ຜູ້​ແທນ​ທີ່​ເປັນ​ຕົວ​ແທນ​ຂອງ​ກຳມະກອນ​ເພີ່ມ​ຂຶ້ນ2​ເທົ່າ​ພຸ້ນ​​ໄດ​ທ່ານ​ຜູ້​ຟັງ,ສ່ວນ​ຕົວ​ແທນ​ຂອງ​ຊາວ​ກະສິກອນ​ກໍ່​ເພີ່ມ​ຂຶ້ນ​ຫລາ​ຍກວ່າ707,​ໃນ​ນີ້​ກໍ່​ມີ​ຕົວ​ແທນ​ຊາວ​ກະສິກອນ​ທີ່​ມາ​ເຮັດວຽກ​ໃນ​ເມື​ອງ3ຄົນ​ຖື​ວ່າ​ເປັນ​ເທື່ອ​ທຳ​ອິດ​ທີ່​ເຂົາ​ເຈົ້າ​ໄດ້​ຕາງຫນ້າ​ໃຫ້​ກຳມະກອນ​ເຄື່ອນ​ຍ້າຍ​ປະມານ200ລ້ານ​ຄົນ​ໄດ້​ເຂົ້າຮວ່ມກອງ​ປະຊຸມ​ນິຕິ​ບັດ​ຍັດ​ສູງ​ສຸດ​ຂອງ​ປະ​ເທດ,ການ​ຄັດ​ເລືອກ​ແນວ​ນີ້​ກໍ່​ຍ້ອນ​ລັດຖະບານ​ຢາກ​ໄດ້​ຍິນ​ສຽງຂອງ​ຄົນ​ຈາກຮາກຖານ​ອີ່ຫລີ​ເພື່ອ​ຈະ​ໄດ້ຮູ້ບັບຫາ​ຕົວ​ຈິງ​ແລະ​ສາມາດ​ວາງ​ແຜນ​ແກ້​ໄຂ​ໃຫ້​ຖືກ​ຈຸດ,ມີ​ຕົວ​ແທນ​ຈາກຮາກຖານ​ເຂົ້າຮວ່ມຫລາຍ​ເທົ່າ​​ໃດ​ກໍ່​ຍິ່ງຈະ​ເຮັດ​ໃຫ້​ຜູ້​ວາງ​ແຜນ​ຜູ້​ສ້າງ​ກົດຫມາຍ​ເຮັດວຽກ​ໄດ້​ຖືກຕ້ອງ​ຫລາຍ​ເທົ່າ​ນັ້ນ.

ກ່ອນ​ຈະ​ໄຂ​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ໃນ​ມື້ວານ​ນີ້​ທ່ານ​ເວີນ​ເຈຍ​ປາວ,ນາຍົກລັດຖະມົນ​ຕີ​ກໍ່​ໄດ້​ເຊີນ​ຄູ​ອາຈານ,ຊາວ​ກະສິກອນ​ແລະ​ກຳ​ມະກອນ​ບໍ່​ແຮ່ຫລາຍ​ກວ່າ​10ຄົນ​ເຂົ້າມາ​ພົບ​ຢູ່​ຫ້ອງການ​ເຮັດວຽກຂອງ​ລັດຖະບານ​ທຳນຽບຈົ່ງ​ຫນານ​ໄຫ​ເພື່ອຮັບ​ຟັງ​ຄຳ​ຄິດ​ຄຳ​ເຫັນ​ແລະ​ຂໍ້​ສະ​ເຫ​ນີຂອງ​ເຂົາ​ເຈົ້າ​ແລ້ວ​ກໍ່​ບັນຈຸ​​ເຂົ້າ​ໃນ​ບົດ​ລາຍ​ງານ​ຂ​​ອງລັດຖະບານ​ທີ່​ສະ​ເຫ​ນີຕໍ່​ກອງ​ປະ​ຊຸມ​ໃນຕ​ອນ​ເຊົ້າ​ວານ​ນີ້.

ນອກ​ນັ້ນ​​ແລ້ວ​​ເພື່ອ​ເຕົ້າ​ໂຮມຄຳ​ຄິດ​ເຫັນ​ຂໍ້ສະ​ເຫ​ນີຈາກ​ປະຊາຊົນ​ທົ່ວ​​ໄປ​ລັດຖະບາ​ນກໍ່​ໄດ້​ເປີດ​ເວັບ​ໄຊ​ພິ​ເສດ​ທີ່​ຊື່ວ່າ"​ຂ້ອຍ​ມີ​ຄຳ​ຖາມ​ຕໍ່​ທ່ານ​ນາຍົກ"ທີ່​ຂ່າວສານ​ຊິນຮວາ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ,ກ່ອນ​​ໄຂ​ກອງ​ປະຊຸມ​ເວັບ​ໄຊ​ນີ້​ກໍ່​ໄດ້ຮັບຄຳ​ສະ​ເຫັນ​ແລະ​ຂໍ້​ສະ​ເຫ​ນີຈາກ​ປະຊາ​ຊົນ​ທົ່ວ​​ໄປ 6ຫມື່ນ​ກວ່າ​ຂໍ້, ​ເລື່ອງສ່ວນ​ຫລາຍ​ກໍ່​ແມ່ນ​ກ່ຽວຂ້ອງ​ເຖີງການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຂອງ​ຊາດ, ການຮັກສາ​ສະພາບ​​ແວດ​ລ້ອມ, ຮຽກຮ້ອງ​ໃຫ້​ວຽກງານ​ສະຫວັດ​ດີກາ​ນສັງຄົມ​ໃຫ້​ດີກ​ວ່າ​ເກົ່າ​ໂດຍ​ສະ​ເພາະ​ສຳລັບ​ຄົນ​ພິກ​ານ​ແລະ​ປະຊາຊົນ​​ໃນ​ຊົນ​ນະ​ບົດ.

ຄວາມຫລຸດ​ໂຕນ​ກັນ​ດ້ານ​ການ​ພັດທະນາ​ລະຫວ່າງ​ຕົວ​ເມືອງ​ກັບ​ຊົນນະ​ບົດ ກໍ່​​ແມ່ນ​ບັນ​ຫາ​ຫນຶ່ງ​ທີ່​ພົ້ນ​ເດັ່ນ​ທີ່​ລັດຖະບານ​ພວມ​ແກ້​ໄຂ​ໃຫ້​ນັບ​ມື້​ນັບ​ແຄບ​ເຂົ້າ,ສະ​ນັ້ນ​ການຈັດ​ສັນ​ຄວາມ​ດຸ່ມດ່ຽງລະຫວ່າງ​ຕົວ​ແທນ​ຈາກ​ໃນ​ເມືອງ​ກັບ​ຊົນນະບົດ​ທີ່​ເຂົ້າຮວ່ມກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງຊາດ​ກໍ່​ມີ​ການ​ປັບ​ປຸງ​ໄປ​ເລື້ອຍໆ​ເພື່ອ​ໃຫ້​ຕົວ​ແທນ​ຈາກ​ຊົນນະບົດ​ມີ​ປາກ​ມີ​ສຽງຫລາ​ຍກວ່າ​ເກົ່າ​ໃນ​ກອງ​ປະຊຸມ​ຈົນ​ກ້າວ​​ໄປ​ເຖີງມີການ​ເທົ່າ​ທຽງກັນ​ລະຫວ່າງ​ຜູ້​ແທນ​ຈາກ​ໃນ​ເມືອງ​ແລະ​ຊົນນະບົດ. ອັນ​ນີ້​ມັນ​ກົງ​ກັບ​ຄຳ​ສຸພາສິດ​ລາວ​ທີ່​ວ່າ"​ໄມ້​ລຳດຽວລ້ອມຮົ້ວບໍ່​ໄຂວ່ ​ໄຜ່ບໍ່​ພ້ອມ​ແປງ​ບ້ານ​ບໍ່​ເຮືອງ"ສະ​ນັ້ນ ລັດຖະບານ​ຈີນ​ຍາມ​ໃດ​ກໍ່​ງ່ຽງຫູ​ຟັງສຽງຂອງ​ປະຊາຊົນ​ເວົ້າ​ເຂົ້າ​ເຈົ້າ​ມີ​ບັນຫາ​ຫຍັງ​ຢາກ​ໃຫ້​ຊວ່ຍຫຍັງ ​ເພື່ອ​ວາງ​ແຜນ​ເອົາລະ, ມາຮອດນີ້​​ເວລາ​ຂອງ​ລາຍການ​ພິ​ເສດ​ກໍ່​ຫມົດ​ເທົ່າ​ນີ້,ມື້​ອື່ນ​ເວລາ​ເກົ່າ ສັງຂານ​ຈູມ​ຄຳ​ພັນ​ຈຶ່ງ​ຈະ​ກັບ​ມາ​ພົບ​ກັບ​ທ່າ​ນອີກ​ທາງCRI​ແຫ່ງ​ນີ້.
ສະບາ​ຍດີ!