ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 17:40:15    
ກຳມະການ​ສະ​ພາ​ປຶກ​ສາ​ການ​ເມືອງ​ລົມ​ເລື່ອງ"​ເພີ່ມ​ທະ​ວີ​ການ​ສ້າງ​ສາ​ວັດ​ທະ​ນະ​ທຳ ຊຸກ​ຍູ້​​ວັດ​ທະ​ນະ​ທຳ​​ໃຫ້​ພັດ​ທະ​ນາ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ"

cri Author: mo
"ລົງ​ເລິກ​ການປະຕິ​ຮູບ​​ໂຄງ​ປະກອບ​ວັດທະ​ນະທຳ, ຊຸກ​ຍູ້​ວັດທະ​ນະທຳ​​ໃຫ້ພັດ​ທະນາ​​ແລະ​ຈະ​ເລີ​ນຮຸ່ງ​ເຮືອງຢ່າງ​ໃຫຍ່", ນີ້​ແມ່ນ​ຈຸດ​ສຳຄັນ​ຈຸດ​ໜຶ່ງ​​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ຈີນ​ຂອງ​ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະ​ມົນຕີ​ຈີນທີ່​ກ່າວ​ໃນ​ວັນ​ທີ 5 ມີນາ​ນີ້, ​ແລະ​ກໍ່​ແມ່ນ​ຈຸດ​​ສຸມ​ທີ່​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດຈີນສົນ​ໃຈ.

ທ່ານ​ຈ້າວ​ເວີຍ​ຊຸຍ ກຳ​ມະ​ການ​ສະພາ​ປຶກ​ສາ​ການ​ເມືອງ​ແມ່ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ​ຈີນ​. ທ່ານ​ເຫັນ​ວ່າ, ​ນັບແຕ່​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ມາ​ນີ້, ກຳລັງ​ສັງ​ລວມ​ຂອງ​ລັດ​ໄດ້​​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍ​ໆ, ຈີນ​ຕ້ອງການ​ສ້າງ​ສິ່ງ​ກໍ່ສ້າງ​ວັດທະນະທຳ​ທີ່​ສຳຄັນ​ຈຳນວນ​ໜຶ່ງ​ຄື​ກັບ​ໂຮງລະຄອນ​ແຫ່ງ​ຊາດ, ​ແຕ່​ພ້ອມ​ກັນນັ້ນກໍ່​ຕ້ອງ​ພະຍາຍາມ​ປະດິດ​ສ້າງ​ໃໝ່, ​ແຕ່ງ​ບົດ​ປະພັນ​ວັນນະຄະດີ​ອັນ​ຍອດ​ຢ້ຽມ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ໃນ​ຊີວິດດ້ານ​ຈິດ​ໃຈ.

ໂຮງ​ລະຄອນ​ແຫ່ງ​ຊາດ​ຈີນ​ທີ່​ທ່ານ​ຈ້າວ​ເວີຍ​ຊຸຍ​ກ່າວ​ເຖິງ​ນັ້ນ ຕັ້ງຢູ່​​ເບື້ອງ​ຕາ​ເວັນ​ຕົກ​ຂອງ​ສະໜາມຫຼວງທຽນ​ອານ​ເມີນ ​​ເຂດ​ໃຈກາງ​ນະຄອນ​ຫຼວງປັກ​ກິ່ງ, ​ແມ່ນ​ສິ່ງ​ກໍ່ສ້າງ​ອັນ​ໃຫຍ່​ໂຕ​ມະ​ໂຫລານ ​​ມີຫຼັງຄາ​ເປັນ​ຮູບ​ກົມ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ. ຫາກໍ່​ເລີ່​ມ​ໃຊ້​ບໍ່​ຮອດ 3 ​ເດືອນ, ກໍ່ມີຄະນະ​ສິລະປະ​ກອນທີ່ດີເລີດ​ຂອງຈີນ ແລະສິລະ​ປິນຊັ້ນ​ຍອດຂອງ​ໂລກ​ມາສະ​ແດງຢູ່​ແຫ່ງ​ນີ້ຢ່າງ​ຕໍ່ເນື່ອງ, ຜູ້ຊົມຈີນ​ໄດ້ຊົມສິ​ລະປະ​ທີ່ດີເລີດ​ຈາກແຫ່ງ​ຕ່າງໆ​ໃນ​ທົ່ວໂລກຢູ່​ແຫ່ງ​ນີ້, ແຕ່​ເຂົາ​ເຈົ້າຍັງ​​ໄດ້ຝາກ​ຄວາມ​ຫວັງຫຼາຍ​ກວ່າ​​ເກົ່າ​ຕໍ່​ໂຮງ​ລະຄອນ​​ແຫ່ງນີ້, ​ຄື​ຢາກ​ໃຫ້ມີ​ສິລະ​ປິນ​ທີ່​ດີ​ເລີດຫຼາຍກວ່າ​ເກົ່າ​ມາສະ​ແດງ​ຢູ່​​ແຫ່ງ​ນີ້. ທ່ານ​ຈ້າວ​ເວີຍ​ຊຸຍ​ບອກວ່າ, ກິດຈະກຳ​ສິລະ​ປະ​ເວທີ​ແຫ່ງ​ຊາດ​ທີ່​ກະຊວງ​ວັດທະນະທຳ​ຈີນ​ປະຕິບັດ​ມາ 5 ປີ​ແລ້ວນັ້ນ, ​ໄດ້​ຮັບ​ລາຍ​ການ​ທີ່​ດີ​ເລີດ 50 ​​ເລື່ອງ, ມີ​ສິ່ງ​ປະພັນ​ທີ່​ດີ​ເລີດ​ແລະ​ສິລະປິນຜູ້​ມີ​ຄວາມ​ສາມາດ​ຈຳນວນ​ໜຶ່ງປະກົດ​ຂຶ້ນ; ປີ 2008, ຍັງ​ຈະ​ສືບ​ຕໍ່​ປະຕິບັດ​ກິດຈະກຳ​ສິ່ງ​ປະພັນ​ຍອດ​ຢ້ຽມຕໍ່​ໄປ, ​ໃນ 5 ປີ​ຕໍ່ໜ້າ, ການ​ເງິນ​​ຂອງ​ລັດ​ຈະ​ໃຫ້​ງົບ​ປະມານ​ສະ​ເພາະຈຳນວນ 40 ລ້ານ​ຢວນຕໍ່​ປີ ​ເພື່ອ​ສະໜັບສະໜູນ​ການ​ສ້າງ​ລາຍການ​ທີ່​ດີ​ເລີດ​ຢູ່​ເທິງ​ເວທີ. ​ໃນ​ອະນາຄົດ​ບໍ່​ດົນ​ນີ້, ປະຊາຊົນ​ຈະ​ໄດ້​ຊົມ​ລາຍການດີໆຫຼາຍກວ່າ​ເກົ່າ​ຢູ່​ໂຮງ​ລະຄອນ​ລະດັບ​ໜຶ່ງ​ຂອງ​ຈີນດັ່ງກ່າວ.

ທ່ານ​ຟ້າ​ນຕີ​ອ່ານ ກຳມະການ​ສະພາ​ປຶກ​ສາ​ການ​ເມືອງ​ທີ່​​ໄດ້ຮັບ​ເລືອກ​ຕັ້ງ​ໃໝ່​ ​ປີ​ນີ້ກໍ່​ແມ່ນ​ຫົວໜ້າ​ຫໍ​ວິຈິດ​ຕະກຳ​ຈີນ, ທ່ານ​ແມ່ນ​ຜູ້​ອອກ​ແບບ​ການ​ວາງສະ​ແດງ​ສິລະ​ປະ​ທີ່​ມີ​ຊື່​ສຽງ​​ໃນ​ໂລກ. ທ່ານ​ເຫັນ​ວ່າ, ປະຈຸ​ບັນ, ​ຈີນ​ກັບ​ຕ່າງປະ​ເທດມີການ​ແລກປ່ຽນ​ວັດທະນະທຳ​ຢ່າງ​ເນື່ອງນິດ, ພາຍຫຼັງການວາງສະ​ແດງສິລະ​ປະ​ຕ່າງປະ​ເທດ​ທີ່​ມີ​ຊື່​ສຽງ​ໃນ​ໂລກຖືກ​ນຳ​ເຂົ້າມາຈີນ​ແລ້ວ, ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຜູ້ຊົມ​ທັງຫຼາຍ, ​ແຕ່​ກໍ່ບໍ່​ຄວນປະໝາດ​ການວາງສະ​ແດງ​ມໍລະດົກ​ວັດທະນະທຳ​ອັນ​ອຸດົມສົມບູນ​ຂອງ​ຈີນ​​ເອງ. ທ່ານ​ບອກວ່າ, ການ"ວາງສະ​ແດງ​ສິລະ​ປະຕຸ່ນ​ຮວງ" ທີ່​ພວມ​ວາງສະ​ແດງ​ຢູ່​ໃນ​ຫໍ​ວິຈິດ​ຕະກຳ​ແຫ່ງນີ້ ​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່ ການ​ລົງທຶນຫຼາຍກວ່າ​ໝູ່​ແລະ​ຜູ້​ຊົມ​ກໍ່ຫຼາຍກວ່າ​ໝູ່​ຄືມີ​ຜູ້​ຊົມ​ເຖິງ 3 ​ແສນ​ເທື່ອ​ຄົນ, ປັດຈຸບັນ, ຕົວ​ເລກ​ນີ້​ຍັງ​ສູງ​ຂຶ້ນ​ເລື້ອຍໆ. ທ່ານ​ຟ້າ​ນຕີ​ອ່ານ​ກ່າວ​ວ່າ, ຕ້ອງ​ໃຊ້​ການວາງສະ​ແດງ​ທີ່​ມີຂະໜາດ​ໃຫຍ່​ແລະ​ມີ​​ເນື້ອ​ໃນອຸດົມສົມບູນ, ຈຶ່ງ​ຈະ​ມີ​ສະ​ເໜ່ອັນ​ພຽງພໍ, ​ດູດ​ດຶງ​ຜູ້​ຊົມ​, ໃຫ້​ຜູ້​ຊົມ​ເລົ່າ​ຕໍ່ປາກ​ກັນ​ໄປ​ຢ່າງ​ບໍ່​ຂາດ."

ຍັດຕິ​ຂອງ​ກຳມະການ​ບໍ່​ໜ້ອຍ​ໄດ້​ກ່າວພົວພັນ​ເຖິງ​ການ​ສ້າງສາ​ວັດທະນະທຳ​ໃນ​ເຂດ​ຊຸມ​ຊົນ​, ການ​ອົບ​ຮົມ​ຜູ້​ມີ​ຄວາມ​ສາມາດດ້ານ​ວັດທະນະທຳ​ຂັ້ນຮາກ​ຖານ​ແລະ​ອື່ນໆ. ທ່ານ​ຈ້າວ​ເວີຍ​ຊຸຍ​ກ່າວ​ວ່າ, ການ​ສ້າງສາ​ວັດທະນະທຳ​ຂັ້ນຮາກ​ຖານ​ຂອງ​ຈີນ​ແມ່ນ​ຂອດ​ທີ່ອ່າວອ່ອນ​ແອ, ປີ​ກາຍ​ນີ້, ລັດຖະບານ​ໄດ້​​ໃຊ້​ງົບປະມານ​ເຖິງ 2 ຕື້​ກວ່າ​ຢວນຊຸກ​ຍູ້​ປະຕິບັດ​ໂຄງການ​ວັດທະນະທຳ​ທົ່ວ​ປະ​ເທດ​​ຈີນ, ​ເປັນ​ລາຍ​ຈ່າຍ​ທີ່ຫຼາຍກວ່າ​ໝູ່​ໃນ​ຫຼາຍປີ​ທີ່​ຜ່ານ​ມາ, ​​ແຕ່​ລະດັບ​ເຜີຍ​ແຜ່​ໃນຊົນນະບົດ​ໄດ້​ແຕ່ 60​ເຖິງ70%. ທ່ານ​ກ່າວ​ວ່າ, ​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ຂອງ​ທ່ານນາຍົກລັດຖະມົນຕີ​ເວີ່ນ​ເຈຍ​ປາວ​ໄດ້​ກ່າວ​ວ່າ​, ລັດຖະບານຈະ​ເພີ່ມ​ງົບປະມານ​ໃນ​ດ້ານ​ນີ້​ໃຫ້ຫຼາຍຂຶ້ນ​ຕື່ມ​ອີກ, ຊຸກ​ຍູ້​ໃຫ້​ທົ່ວ​ປະ​ເທດ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ​ວັດທະນະທຳ​ນຳ​ກັນ, ທຸກ​ໆ​ບ້ານ​ຟັງ​ວິທະຍຸ​ໄດ້​ແລະ​ເບິ່ງ​ໂທລະພາບໄດ້, ສ້າງ​ຫ້ອງ​ໜັງສື​ຊົນນະບົດ, ​ທຸກ​ບ້ານ​ໃຫ້​ມີ​ວິທະຍຸ​ກະຈາຍສຽງ​ແລະ​ໂທລະພາບ ສ້າງ​ຫ້ອງ​ສະໝຸດ​ຂອງ​ຊາວ​ກະສິກອນ, ​ຊຸກ​ຍູ້​ວຽກ​ງານ​ສາຍຮູບ​ເງົາ​ຢູ່​ຊົນນະບົດ​. ວຽກ​ເຫຼົ່ານີ້​ລ້ວນ​ແຕ່​ຕ້ອງ​ປະຕິບັດ​ຢ່າງ​ແທ້​ຈິງ.