ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-07 21:00:07    
ປະ​ຊາ​ຄົມ​ໂລກ​ຕີ​ລາ​ຄາ​ສູງ​ຕໍ່​ຄຳ​ປາ​ໄສ​ຂອງ​ທ່ານ​ຫູ​ຈີນ​ທາວ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ

cri Author: m
ຕາມ​ຂ່າວ CRI: ​ໃນຫຼາຍມື້​ມາ​ນີ້, ປະຊາຄົມ​ໂລກ​ພາກັນ​ຕີລາຄາ​ສູງ​ຕໍ່ ຄຳ​ປາ​ໄສ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຂອງ​ທ່ານ​ຫູ​ຈີນ​ທາວ​ ປະທານ​ປະ​ເທດ​ຈີນທີ່​ກ່າວ​ໃນ​ວັນ​ທີ 4 ມີນາ​ນີ້.

ວັນ​ທີ 5 ມີນາ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ເອນີ ຟາ​ເລ​ໂອ​ມາ​ແວ​ກາ ປະທານ​ໜ່ວຍ​ງານສິ່ງ​ແວດ​ລ້ອມ​ອາຊີ​ປາຊິ​ຟິກ​ແລະ​ທົ່ວ​ໂລກ​ຂອງ​ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ກ່າວ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ຫູ​ຈີນ​ທາວ​ເຮັດ​ໃຫ້​ຄົນມີ​ກຳລັງ​ໃຈ, ມີ​ຜົນ​ດີ​ຕໍ່​ການ​ຜ່ອນຄາຍ​ສະພາບ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ.

ວັນ​ທີ 6 ມີນາ​ນີ້, ສະ​ໂລ​ເວ​ນີ ປະ​ເທດ​ປະທານ​ໝູນ​ວຽນຂອງ​ສະ​ຫະພາບ​ເອີ​ລົບ​ອອກ​ຖະ​ແຫຼງ​ການ​ໃນ​ນາມ​ສະຫະພາບ​ເອີ​ລົບ, ​ກ່າວ​ຢ້ຳວ່າ, ສະຫະພາບ​ເອີ​ລົບ​ປະຕິບັດ​ນະ​ໂຍບາຍຈີນ​ດຽວ, ກ່າວ​ເນັ້ນ​ວ່າ, ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈັດ "ການ​ຢັ່ງປະຊາ​ມະຕິ​​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ" ນັ້ນຈະ​ເຮັດ​ໃຫ້​ສະ​ພາບ​ການ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ເຄັ່ງ​ຕຶງ​ຂຶ້ນ​ອີກ.

ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ແລະ​ຈີນຕ່າງ​ດ້າວ​ຢູ່​ອົສຕຼາລີ​ແລະ​ໄທ​ກໍ່​ສະ​ແດງຄວາມ​ເຫັນ​ວ່າ, ​ເດັດດ່ຽວ​ສະໜັບ​ສະໜູນ​ຄຳ​ປາ​ໄສ​ຂອງ​ທ່ານ​ຫູ​ຈີນ​ທາ​ວ, ຄັດຄ້ານ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈັດ"ການຢັ່ງ​ປະຊາ​ມະຕິ​ເພື່ອ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ", ຫວັງ​ໃຫ້​ປະຊາຊົນ​ໄຕ້​ຫວັນ​ຢູ່​ຮ່ວມ​ກັນ​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ແຜ່ນດິນ​ໃຫຍ່, ພະຍາຍາມ​ສ້າງ​ສະພາບ​ການ​ໃໝ່​ທີ່​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຂະຫຍາຍ​ຕົວ​ໂດຍ​ສັນຕິ.