ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-10 15:18:42    
ປະ​ມຸກ​ລັດ​ແລະ​ຫົວ​ຫນ້າ​ລັດ​ຖະ​ບານ​ຂອງ 100 ກວ່າ​ປະ​ເທດ​ຈະ​ມາ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 10 ມີນາ​ນີ້ ຢູ່​ປັກ​ກິ່ງ, ທ່ານ​ອູ​ຕ້າ​ເວີຍ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ປັດຈຸບັນ, ​ໄດ້​ມີ​ປະມຸກ​ລັດ​ແລະ​ຫົວຫນ້າ​ລັດຖະບານ​ຂອງ 100 ກວ່າ​ປະ​ເທດ​ສະ​ແດງ​ວ່າ​ຈະ​ເຂົາມາຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ,ທ່ານ​ອູ​ຕ້າ​ເວີຍ​ກ່າວ​ວ່າ, ຕົວ​ເລກ​ດັ່ງກ່າວ​ຍັງ​ຈະ​ປ່ຽນ​ແປງ​ເພີ່ມ​ຂຶ້ນ​ເລື້ອຍໆ.

ຄຽງ​ຄູ່​ກັບມື້ໄຂ​ງານ​ກິລາ​ໂອ​ລິ​ມປິກ​ນັບ​ມື້​ນັບ​ຫຍັບ​ມໍ່​ເຂົ້າມາ, ນັກ​ການ​ເມືອງ​ຜູ່​ສຳຄັນ​ຂອງ​ຫລາຍປະ​ເທດ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ, ພວກ​ເພິ່ນສະຫນັບສະຫນູນ​ງານ​ກິລາ​ໂອ​ລິ​ມປິ​ກປັກ​ກິ່ງ.

ທ່ານ​ອູ​ຕ້າ​ເວີຍ​ກ່າວ​ວ່າ, ງານກິລາ​ໂອ​ລິ​ມປິກ​ແມ່ນ​ງານ​ກິລາ​ມະ​ໂຫລານ​ຂອງ​ປະຊາຊົນ​ທົ່ວ​ໂລກ, ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ​ແມ່ນ​ຄວາມ​ປາຖະຫນາ​ຮ່ວມ​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ.

ງານ​ກິລາ​ໂອ​ລິ​ມປິກ​ຄັ້ງທີ 29 ຈະ​ຈັດ​ຂຶ້ນຢູ່​ປັກ​ກິ່ງ​ໃນ​ວັນ​ທີ 8 ສິງຫາ​ປີ​ນີ້.ປັກ​ກິ່ງ​ຍັງ​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ອີກ.​ໃນງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ແມ່ນ​ຄັ້ງຫນຶ່ງ​ທີ່​ຄະນະ​ນັກ​ກິລາຈີນ​ເຂົ້າຮ່ວມ​ລາຍການ​ແຂ່ງຂັນ​ຫລາຍ​ກວ່າ​ທຸກ​ເທື່ອແລະ​ມີ​ນັກ​ກິລາ​ເຂົ້າຮ່ວມ​ຫລາຍ​ກວ່າ​ທຸກ​ເທື່ອໃນ​ປະຫວັດງານ​ກິລາ​ໂອ​ລິ​ມປິກ.