ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-10 15:58:24    
ລາຍການ​ພິ​ເສດ​ສອງ​ກອງ​ປະຊຸມ​ສະພາ​ຂອງ​ຈີນ(ວັນ​ສຸກ,ທີ່7 ມີນາ 2008)

cri

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ເຄົາລົບ.ພົບ​ກັບ​ສັງຂານ ຈູມ​ຄຳ​ພັນ​ອີກ​ແລ້ວ​ໃນ​ລາຍການ​ພິ​ເສດ​ເພື່ອ​ສ່ອງ​ແສງ​ບັນຍາກາດ​ການ​ດຳ​ເນີນ​ກອງ​ປະຊຸມ​ເທື່ອທີ1ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ແລະ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ ຊຸດ​ທີ11 ທີ່​ພວມ​ດຳ​ເນີນ​ຢູ່.ສະພາ​ປຶກສາ​ການ​ເມືອງ​ຈະ​ດຳ​ເນີນ​ໄປ​ຈົນ​ຮອດັນ​ທີ14 ສ່ວນ​ສະພາ​ຜູ້​ແທນ​ປະຊາຊົນ​ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ທີ18 ​ເດືອນ​ນີ້​ຈຶ່ງ​ຈະ​ອັດ​ລົງ.

ມື້​ນີ້​ສັງຂານ​ຈະ​ຂໍ​ຍົກ​ເອົາ​ບັນຫາ​ສາດສະໜາ​ມາ​ເວົ້າ​ສູ່​ຟັງ​ຊຶ່ງ​ກໍ່​ເປັນ​ເລື່ອງ​ໜຶ່ງ​ທີ່​ມີ​ການ​ເວົ້າ​ເຖິງ​ຢູ່​ໃນ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ.​ເພາະວ່າ​ປະຈຸ​ບັນ​ນີ້​ຢູ່​ປະ​ເທດ​ຈີນ​ກໍ່​ມີ​ຜູ້​ນັບຖື​ສາດສະໜາ​ຕ່າງໆ​ຫຼາຍກວ່າ100ລ້ານ​ຄົນ,​ໃນ​ນັ້ນ​ສ່ວນ​ຫຼາຍ​ກໍ່​ແມ່ນ​ສາດສະໜາ​ພຸດ​ແລະ​ສາດສະໜາ​ເຕົາ,ມຸດ​ສະລິ​ມມີ18 ສາມັນ​ຄົນ,​ໂປ​​ແຕັດສະ​​ແຕັນ10 ລ້ານ​ແລະ​ກາ​ໂຕ​ສິກ4ລ້ານ​ຄົນ.​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ຜູ້​ນັບຖື​ສາດສະໜາ​ກໍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ໃນ​ກອງ​ປະ​ຊຸມ​ສະພາ​ປຶກສາ​ການ​ເມືອງ​ເທື່ອ​ນີ້​ກໍ່​ໄດ້​ປຶກສາ​ຫາລື​ກັນ​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ນຳ​ໃຊ້​ສາດສະໜາ​ມາ​ສົ່ງ​ເສີມ​ສັງຄົມ​ທີ່​ກົມກຽວ​ກັນ.ທ່ານ​ເຈຍ​ຊິ້ງຫຼິນ,ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ກໍ່​ປະກອບ​ຄຳ​ເຫັນ​ໃນ​ກອງ​ປະຊຸ​ມວ່າ"ພວກ​ເຮົາ​ຄວນ​ປະຕິບັດ​ຕາມ​ນະ​ໂຍບາຍ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາດສະໜາ​ຢ່າງ​ເຕັມ​ສ່ວນ,ປະຕິບັດ​ຕາມ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ວຽກ​ງານ​ສາດສະໜາ​ແລະ​ຈັດ​ຕັ້ງ​ການ​ສຳ​ຫຼວດຄົ້ນຄວ້າ​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ສາດສະໜາ​ແລະ​ບັນຫາ​ຫຍຸ້ງຍາກ​ຕ່າງໆ​ທີ່​ກ່ຽວຂ້ອງ.ນອກ​ນັ້ນ​ກໍ່​ຄວນ​ແນະ​ນຳ​ຜູ້ນຳ​ແລະ​ຜູ່​ເຊື່ອ​ຖື​ສາດສະໜາ​ຕ່າງໆ​​ໃຫ້​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​​ເຂົາ​ເຈົ້າ​ພ້ອມ​ທັງ​ນຳ​ໃຊ້​ບົດບາດ​ດ້ານ​ຕັ້ງໜ້າ​ຂອງ​ສາດສະໜາ​ຢ່າງ​ເຕັມທີ່​ເພື່ອ​ສົ່ງ​ເສີມ​ການ​ພັດທະນາ​ສັງຄົມ."

ປະຈຸ​ບັນ​ນີ້​ບໍ່​ວ່າ​ຈະ​ເປັນ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ທີ່​ທຳ​ໜ້າ​ທີ່​ເປັນ​ອົງການ​ແລວ​ໂຮມ​ເອກະ​ພາບ​ຮັກ​ຊາດ​ກໍ່​ຄື​ລັດຖະບານ​ລ້ວນ​ແຕ່​ສົ່ງ​ເສີມ​ນຳ​ໃຊ້​ບົດບາດ​ຂອງ​ສາດສະໜາ​ເພື່ອ​ພັດທະນາ​ສັ່ງ​ຄົມ​ທີ່​ກົມ​ກຽມ​ກັນ.

ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ,ຖ້າ​ເວົ້າ​ເຖິງ​ສາດສະໜາ​ແລ້​ວ ບໍ່​ວ່າ​ຈະ​ເປັນ​ສາດສະໜາ​ໃດ​ກໍ່​ແລ້ວ​ແຕ່ ລ້ວນ​ແຕ່​ອົບຮົມ​ສັ່ງສອນ​ຄົນ​ໃຫ້​ສ້າງ​ແຕ່​ຄວາມ​ດີ ລະ​ເວັ້ນຄວາມ​ຊົ່ວ;​ໃນ​ປະ​ເທດ​ໜຶ່ງ​ກໍ່​ອາດ​ຈະ​ມີ​ຄົນ​ທີ່​ນັບຖື​ສາດສະໜາ​ແຕກ​ຕ່າງ​ກັນຫຼື​ຜູ້​ບໍ່​ນັບຖື​ສາດສະໜາ​ໃດ​ກໍ່​ມີ​ຢ່າງ​ຫຼວງ​ຫຼາຍ,​ແຕ່​ບັນຫາ​ສຳຄັນ​ກໍ່​ຄື​ຈະ​ເຮັດ​ແນວ​ໃດ​ໃຫ້​ຄົນ​ໃນ​ຊາດ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນ​ຢ່າງ​ມີ​ຄວາມ​ສາມັກຄີ​ຖືກຕ້ອງ​ປອງ​ດອງ​ກັນ,​ເຖິງ​ຈະ​ເຊື່ອ​ຖືຫຼື​ບໍ່​ເຊື່ອ​ຖື​ສາດສະໜາ​ກໍ່​ມີ​ຄວາມ​ຮັກ​ແພງ​ກັນ​ແລະ​ມີ​​ເປົ້າ​ໝາຍ​ອັນ​ດຽວ​ກັນ ນັ້ນ​ກໍ່​ຄື​ຊ່ວຍ​ກັນ​ພັດທະນາ​ຊາດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ດີ​ຂຶ້ນ.ຫຼື​ກ​ເວັ້ນບໍ່​ໃຫ້​ຄົນ​ບໍ່​ດີ ສອຍ​​ໃຊ້​ສາດສະໜາ​ເພື່ອ​ມາ​ແບ່ງ​​ແຍກ​ຄວາມ​ສາມັກຄີ​ປອງ​ດອງ​ລະຫວ່າງ​ສາດສະໜາ​ທີ່​ຕ່າງ​ກັນຫ​ຫຼື​​ແບ່ງ​ແຍກ​ຄວາມສາມັກຄີ​ລະຫວ່າງ​ຊົນຊາດ​ຊົນ​ເຜົ່າ.​ເວົ້າ​ເລື່ອງ​ສາດສະໜາ​ແມ່ນ​ເປັນ​ຫົວ​ຂໍ້​ທີ່​ອ່ອນ​ໄຫວ ຖ້າ​ມີ​ນະ​ໂຍບາຍ​ແລະ​ການ​ປະຕິບັດທີ່​ບໍ່​ດີ​ກໍ່​ອາດ​ຈະ​ເກີດ​ບັນຫາ​ໃຫຍ່​ຄື​ໃນ​ບາງ​ປະ​ເທດ​ທີ່​ເກີດ​ຄວາ​ມຂັດ​ແຍ່ງ​ລະຫວ່າງ​ສາດສະໜາ​ຈົນ​ກ້າວ​ໄປ​ເຖິງ​ການ​ຂ້າ​ພັນ​ລັນ​ແທງ​ກັນ​ກໍ່​ມີ.ສຳລັບ​ຢູ່​ຈີນ​ແລ້ວ​ບໍ່​ວ່າ​ຈະ​ເປັນ​ອົງການ​ແນວ​ໂຮມ​ກໍ່​ຄື​ລັດຖະບານ​ລ້ວ​ນ​ແຕ່​ສົ່ງ​ເສີມ​ໃຫ້​ຜູ້​ທີ່​ເຊື່ອ​ຖື​ສາດສະໜາ​ຕ່າງໆ​ຈົ່ງ​ຊ່ວຍ​ກັນ​ສ້າງ​ຄວາມ​ເອກະ​ພາບ​ແຫ່ງ​ຊາດ​ແລະ​ສົ່ງ​ເສີມ​ຄວາມ​ກົມກຽວ​ປອງ​ດອງ​ລະຫວ່າງ​ສາດສະໜາ​ທີ່​ຕ່າງ​ກັນ.ທ່ານ​ຕິ່ງ​ເວີນ​ຟ່າງ,ທີ່​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ ທັງ​ເປັນ​ຮອງ​ປະທານ​ສະມາຄົມ​ສາດສະໜາ​ອີສລາມ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ທີ່​ພວມ​ດຳ​ເນີນ​ຢູ່​ກໍ່​ເວົ້າ​ວ່າ:ຄວາມ​ເປັນ​ເອກະ​ພາບ​ຂອງ56ຊົນ​ເຜົ່າ​ຂອງ​ຈີນ​ແລະ​ຄວາມ​ກົມກຽວ​ກັນ​ຂອງ​ສາດສະໜາ​ຕ່າງໆ​ແມ່ນ​ເປັນ​ສິ່ງ​ທີ່​ຈຳ​​ເປັນຫ​ຫຼາຍ​ເພື່ອ​ສ້າງ​ສັງຄົມ​ທີ່​ກົມກຽວ​ກັນ.

ເອົາລະ​ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ ມື້​ນີ້​ການ​ຍົກ​ເອົາ​ເລື່ອງສາດສະໜາ​ໃນ​ປະ​ເທດ​ຈີນ​ມາ​ເວົ້າ​ສູ່​ຟັງ​ກໍ່​ຂໍ​ຈົບ​ພຽງ​ເທົ່າ​ນີ້.ສຳລັບ​ມື້​ອື່ນ​ກັບ​ມື້ຮື​ທີ່​ແມ່ນ​ວັນ​ເສົາ​ແລະ​ວັນ​ອາທິດ,ລາຍການ​ພິ​ເສດ​ນີ້​ຈະ​ບໍ່​ມີ,ວັນ​ຈັນ ສັງຂານ​ຈິ່ງ​ຈະ​ກັບ​ມາ​ພົບ​ກັບ​ມິດ​ລາຍການ​ອີກ​ເພື່ອ​ສ່ອງ​ແສງ​ບັນຍາກາດ​ຂອງ​ສອງ​ກອງ​ປະຊຸມ​ສະພາ​ຈີນ​ສູ່​ຟັງ.

ມື້​ອື່ນ​ແມ່ນ​ວັນ​ແມ່ນ​ຍິງາ​ສາກົນ,ສັງຂານ​ຂໍ​ຕາງໜ້າcri​ອວຍພອນ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ລາວ​ທຸກ​ຄົນ​ຈົ່ງ​ມີ​ແຕ່​ຄວາມສຸກ​ກາຍ​ສະບາຍ​ໃຈ ປະສົບ​ຜົນສຳ​ເລັດ​ໃນ​ຊີວິດ​ແລະ​ໜ້າ​ທີ່​ວຽກ​ງານ​ທຸກ​ປະການ.
ສະບາຍດີ!