ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-10 19:10:37    
ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສົ່ງ​ເສີມ​ການ​ປົກ​ຄອງ​ທີ່​ປອດ​ໃສ​ຂາວ​ສະ​ອາດ​​ໄດ້​ກາຍ​ເປັນ​ຈຸດ​ສຸມ​ຂອງ​ກອງ​ປະ​ຊຸມ​ສອງ​ສະ​ພາ

cri

ປະຈຸ​ບັນ, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຊິ່​ງ​ເປັນ​ອົງການ​ອຳນາດ​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ຈີນ​ພວມປະຊຸມ​ກັນ​ຢູ່​ປັກ​ກິ່ງ. ນັບ​ແຕ່​ປະຊາຊົນ​ທຳ​ມະ​ດາ​ສາມັນ​ຮອດ​ເຈົ້າ​ໜ້າ​ທີ່​ລັດຖະບານລ້ວນ​ແຕ່​ເວົ້າ​ວ່າ, ນີ້​ແມ່ນ​ກອງ​ປະຊຸມ​ເທື່ອ​ໜຶ່ງ​ທີ່ຟັງສຽງ​ຂອງ​ປະຊາຊົນ​ແລະ​ເຂົ້າ​ໃຈຄວາມ​ຄິດ​ຂອງ​ປະຊາຊົນ. ຄັນ​ຊັ້ນ, ບັນຫາ​ຈຸດ​ສຸມ​ທາງ​ສັງຄົມ​ທີ່​ປະຊາ​ຊົນ​ຈີນ​ເອົາ​ໃຈ​ໃສ່ນຳ​ຫຼາຍ​ໃນ​ມໍ່ໆ​ນີ້​ແມ່ນຫຍັງ​?

ຜົນ​ການ​ສຳ​ຫຼວດທີ່​ແວບ​ໄຊ​ຊິນ​ຮວາ​ຈີນ​ປະກາດ​ໃນ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນອກຈາກ​ລາຄາ​ສິນຄ້າ​ໃນ​ຕະຫຼາດ​ແລະ​ເຮືອນ​ຢູ່​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດຕົວ​ຈິງຂອງ​ປະຊາຊົນ​ແລ້ວ, ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ການ​ສ້າງການ​ປົກຄອງ​ທີ່​ປອດ​ໃສ​ຂາວ​ສະອາດ​ໄດ້​ກາຍ​ເປັນ​ບັນຫາ​ໜຶ່ງ​ທີ່​ປະຊາຊົນ​ຈີນ​ເອົາ​ໃຈ​ໃສ່​ນຳ​ໃນ​ກອງ​ປະຊຸມ​ສອງ​ສະພາ​ໃນ​ປີ​ນີ້. ຄັນ​ຊັ້ນ, ປະຊາຊົນ​ທັງຫຼາຍ​ແມ່ນ​ສັງ​ເກດ​ບັນຫາ​ຕ້ານ​ກາ​ນສໍ້​ລາດ​ບັງ​ຫຼວງ​ແນວ​ໃດ? ​ພວກ​ເຮົາ​ມາ​ຟັງສຽງ​ຂອງ​ປະຊາຊົນລອງ​ເບິ່ງ
ລຸງ​ຫຼີ​ເວີ່ນ​ຊິງ​ເວົ້າ​ວ່າ

ປະກົດ​ການ​ສໍ້​ລາດ​ບັງ​ຫຼວງ​ມີ​ຜົນ​ຮ້າຍ​ອັນ​ໜັກ​ໜ່ວງ, ​ເພາະວ່າ​ມັນ​ໄດ້​ທຳລາຍ​ຜົນ​ປະ​ໂຫຍ​ດ​ຕົວຈິງ​ຂອງ​ປະຊາຊົນ​ອັນ​ໄພສານ, ນອກ​ນີ້​ຍັງ​ໄດ້​ສ້າງ​ຜົນ​ກະທົບ​ຕໍ່​ພາບ​ພົດ​ຂອງ​ລັດຖະບານ.
ຈະ​ລົງ​ໂທດ​ຜູ້​ສໍ້ລາດ​ບັງ​ຫຼວງ​ແນວ​ໃດ, ຈະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ປະກົດ​ການ​ສໍ້​ລາດ​ບັງ​ຫຼວງ​ແນວ​ໃດ​ແລະ​ຈະ​ຮັບ​ປະກັນ​ໃຫ້​ບໍລິຫານ​ຢ່າງ​ປອດ​ໃສ​ໄດ້​ແນວ​ໃດ​ເປັນ​ຕົ້ນ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ທີ່​ຜູ້​ແທນ​ສະພາ​ປະຊາຊົນ​ປຶກສາ​ຫາລື​ກັນ​ຢ່າງ​ເຄັ່ງຂຶມ. ທ່ານ​​ເຕິ້ງ​ສ່ວນ ຫົວໜ້າ​​ໄອ​ຍະ​ການ​ປະຊາຊົນ​ແຂວງ​ເຊ​ສວນ​ກ່າວ​ວ່າ

ຖ້າວ່າ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເຮັດ​ບໍ່​ໄດ້​ດີ, ຈະ​ກະທົບກະ​ເທືອ​ນ​ເຖິງ​ການ​ພັດທະນາ​ເສດຖະກິດ​ແລະ​ຄວາມ​ກົມກຽວ​ກັນ​ທາງ​ສັງຄົມ. ບໍ່​ວ່າ​ຈະ​ກ່ຽວ​ພັນ​ເຖິງ​ຜູ້​ໃດ, ພວກ​ຂ້າພະ​ເຈົ້າ​ຈະ​ສຳ​ຫຼວດສືບສວນ​ແລະ​ລົງ​ໂທດ​ຈົນ​ເຖິງ​ທີ່​ສຸດ.

ທ່ານ​ຄ່າງ​ເວີ້ຍ​ມິນ ສະມາຊິກ​ສະພາ​ຜູ້​ແທ​ນປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຈົ້າ​ໜ້າ​ທີ່​ສານ​ປະຊາຊົນ​ຊັ້ນ​ສູງ​ແຂວງ​ຫູ​ນານ​ເຫັນ​ວ່າ,​ຍຶດໝັ້ນ​ໃຫ້​ໝົດ​ທຸກ​ຄົນ​ສະ​ເໝີ​ພາບ​ກັນ​ຢ່ຕໍູ່​ໜ້າ​ກົດໝາຍ, ບໍ່​ວ່າ​ຈະມີ​ຕຳ​ແໜ່ງ​ໃດ, ມີ​ເບື້ອງ​ຫຼັງ​ແນວ​ໃດ, ຖ້າ​ລະ​ເມີດ​ກົດໝາຍ​ແລ້ວ​ຕ້ອງ​ລົງ​ໂທດ​ຕາມ​ກົດໝາຍ.

ອີງຕາມ​ສຽງ​ຮຽກຮ້ອງ​ຂອງ​ຜູ້​ແທນ​ປະຊາ​ຊົນ, ລັດໄດ້​ໃຫ້​ຄຳ​ຕອບ​ທີ່​ຕັ້ງໜ້າ. ​ໃນ​ໄລ​ຍະ​ກອງ​ປະຊຸມ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ປີ​ນີ້, ທ່ານ​ເຮີ້​ກົວ​ຊຽງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ເລຂາ​ຄະນະ​ກຳມະການ​ກວດ​ກາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ສະ​ແດງ​ຄວາມ​ຕັດສິນ​ໃຈ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ຈີນອີກ​ເທື່ອ​ໜຶ່ງ. ທ່ານ​ກ່າວ​ວ່າ,​ປະຈຸ​ບັນ​​ພວມ​ແມ່ນ​ໄລຍະ​ທີ່​ມັກ​ເກີດ​ເຫດການສໍ້​ລາດ​ບັງ​ຫຼວງ​ເລື້ອຍໆ, ຕ້ອງ​ຮັກ​ສາ​ທ່າ​ອ່ຽງທີ່​ແຂງ​ແຮງ​ໃນ​ການລົງ​ໂທດ​ຜູ້​ສໍ້ລາ​ດບັງ​ຫຼວງ, ຖ້າ​ຄົ້ນພົບ​ຜູ້​​ໃດ​ກໍ່​ລົງ​ໂທດ​ຜູ້​ນັ້ນຢ່າງ​ເດັດ​ດ່ຽວຈະ​ບໍ່​ມີ​ການອະນຸ​ໂລມ​ຢ່າງເດັດຂາດ.

ວັນ​ທີ10ມີນາ​ນີ້, ທ່ານ​​ເຈຍ​ຊຸ່ນວ້າງ ອະທິ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຈີນ​ໄດ້​ລາຍ​ງານ​ວຽກ​ງານ​ຕໍ່​ກອງ​ປະຊຸມ​ສະພາ​ປະຊາຊົນ, ​ໄດ້​ແຈ້ງຕົວ​ເລກ​ທີ່​ຊັດ​​ເຈນເປັນ​ການ​ຢືນຢັນ​ທີ່​ເຂັ້ມ​ແຂງ. ທ່ານ​ກ່າວ​ວ່າ,

"5ປີ​ມາ​ນີ້,​ໄດ້​ຕັ້ງ​ຄະດີສືບສວນການສໍ້​ລາດ​ບັງ​ຫຼວງ​ແຕ່1​ແສນຢວນຂຶ້ນ​ໄປ,ຍັກ​ຍອກເງິນ​ຫຼວງ​1ລ້ານ​ຢວນຂຶ້ນ​ໄປ35255​ຄະດີ,​ເຈົ້າ​ໜ້າ​ຂອງ​ລັດ​ຂັ້ນ​​ເມືອງ​ຫຼື​ຂັ້ນພະ​ແນ​ກຂຶ້ນ​ໄປ​ທີ່​ຕ້ອງຫາ​ມີ1ໝື່ນ3ພັນ929ຄົນ,​ໃນ​ນັ້ນ​,​ຂັ້ນ​ກົມມີ930ຄົນ, ​ຂັ້ນ​ແຂວງ​ແລະ​ກະຊວງມີ35ຄົນ.​ໄດ້​ບູ​ລະນະ​ກົນ​ໄກ​​ໄລ່ຈັບຜູ່​ຕ້ອງ​ໂທດ​ຄືນພາຍ​ໃນ​ປະ​ເທດ​ແລະຕ່າງປະ​ເທດ,ຈັບ​ຜູ້​ຕ້ອງ​ຫາ​ທີ່​ພວມ​ຫຼົບໜີ4547ຄົນ,ນຳ​ເອົາ​ສິນບົນ​ຄືນ​ໄດ້24ຕື້480ລ້ານ​ກວ່າ​ຢວນ."

ເດືອນ​ກັນຍາ​ປີ2007,ຢູ່​ປັກ​ກິ່ງ​ໄດ້​ສ້າງ​ຕັ້ງກົມປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫຼວງ​ແຫ່ງ​ຊາດ​ຈີນ​ເຊິ່ງ​ເປັນອົງການປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ລັດ​ຂຶ້ນ​ໄປ​ຢ່າງ​ເປັນ​ທາງ​ການ,ນີ້ເປັນ​ສັນຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ວ່າວຽກ​ງານ​ຕ້ານ​ການ​ສໍ້​ລາດ​ລັງ​ຫຼວງ​ຂອງ​ຈີນ​ໄດ້ກ້າວຂຶ້ນ​ລະດັບ​ສູງ​ໃໝ່.

ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນທີ່​ມີ​ຕໍ່ລັດຖະບານ,​ໄດ້​ຮັບຄວາມ​ຕັດສິນ​ໃຈ​ອັນ​ໝັ້ນ​ໜຽວ​ກວ່າ​ເກົ່າຈາກ​ລັດຖະບານ.​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ຂອງ​ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຂອງຈີນ​ທີ່​ກ່າວໃນ​ພິທີ​​ໄຂກອງ​ປະຊຸມ​ປະຈຳ​ປີ​ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຊຸດ​ນີ້​,ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ,​ແຕ່​ນີ້​ ​ໄປ,ລັດຖະບານ​ຈີນຈະ​ຈັດ​ເອົາການ​ສ້າງສາ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສົ່ງ​ເສີມ​ການ​ບໍລິຫານ​ທີ່​ປອດ​ໃສ​ຂາວ​ສະອາດ​ໄວ້ຢູ່​ບ່ອນ​ເດັ່ນ​ກວ່າ​ເກົ່າ.