|
 |
(GMT+08:00)
2008-03-11 12:08:02
|
 |
ປະຊາຄົມໂລກຮຽກຮ້ອງໃຫ້ອິສຣາແອນຢຸດຕິການຂະຫຍາຍການຕັ້ງຖິ່ນຖານໃໝ່
cri
Author: cai
ຕາມຂ່າວCRI:ວັນທີ 10 ມີນານີ້,ປະຊາຄົມໂລກໄດ້ທະຍອຍກັນຮຽກຮ້ອງໃຫ້ອິສຣາແອນຢຸດຕິແຜນການຂະຫຍາຍການຕັ້ງຖິ່ນຖານໃໝ່ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ວັນທີ 10 ມີນານີ້,ທ່ານອາມາ ມຸດຊາ ເລຂາທິການໃຫຍ່ສັນນິບາດອາຣັບກ່າວວ່າ,ນະໂຍບາຍຂອງອິສຣາແອນທີ່ຂະຫຍາຍການຕັ້ງຖິ່ນຖານໃໝ່ນັ້ນພວມຂົ່ມຂູ່ຂະບວນການສັນຕິພາບຕາເວັນອອກກາງ.
ມື້ດຽວກັນ,ກະຊວງການຕ່າງປະເທດເອຢິບໄດ້ອອກຖະແຫຼງການ,ຕິຕຽນແຜນການຂອງອິສຣາແອນຢ່າງຮຸນແຮງ,ເຫັນວ່າ,ນີ້ໄດ້ທຳລາຍຄວາມພະຍາຍາມເພື່ອສັນຕິພາບຂອງຝ່າຍຕ່າງໆໃນປະຈຸບັນ,ໄດ້ລະເມີດກົດໝາຍສາກົນແລະມະຕິທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດ.
ທ່ານບານກີມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດກໍ່ໄດ້ອອກຖະແຫຼງການຊີ້ອອກວ່າ,ແຜນການຂອງອິສຣາແອນໄດ້ລະເມີດແຜນເສັ້ນທາງສັນຕິພາບຕາເວັນອອກກາງ.
ວັນທີ 10 ມີນານີ້,ທ່ານນິໂກລັສ ຊາໂຄຊີ ປະທານາທິບໍດີຝະຣັ່ງໄດ້ພົບປະກັບທ່ານຊີມອນ ເປເຣສ໌ ປະທານາທິບໍດີອິສຣາແອນທີ່ໄປຢ້ຽມຢາມ,ໃນການພົບປະ,ທ່ານຊາໂຄຊີກໍ່ຮຽກຮ້ອງໃຫ້ອິສຣາແອນຢຸດຕິການຂະຫຍາຍສ້າງຖິ່ນຖານໃໝ່.
ຕາມຂ່າວແຈ້ງວ່າ,ວັນທີ 9 ມີນານີ້,ກະຊວງເຮືອນຢູ່ແລະກໍ່ສ້າງຂອງອິສຣາແອນໄດ້ອະນຸມັດແຜນການສ້າງເຮືອນໃໝ່ 750 ຊຸດຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ.ຫຼັງຈາກນັ້ນ,ປາເລັສຕີນກໍ່ໄດ້ກ່າວປະນາມການຕົກລົງດັ່ງກ່າວຂອງອິສຣາແອນ.
|
|
|